Sunday, May 25, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 2 ຕຸລາ 2021 | ໜັ້ງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ເລີ່ມລົງມືກໍ່ສ້າງ ໂຄງການຊ່ວຍເຫຼືອວິທະຍາໄລເຕັກນິກວິຊາຊີບການລົດໄຟລາວ

ໂຄງການກໍ່ສ້າງວິທະຍາໄລເຕັກນິກວິຊາຊີບການລົດໄຟລາວແມ່ນຕັ້ງຢູ່ບ້ານບໍ່ຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເນື້ອທີ່ດິນນໍາໃຊ້ໃນການກໍ່ສ້າງລວມມີ 14.5 ເຮັກຕາ, ເນື້ອທີ່ການກໍ່ສ້າງປະມານ 3.3 ເຮັກຕາ, ລວມມີອາຄານອະເນກປະສົງ, ອາຄານບໍລິຫານ, ອາຄານການຝຶກແອບຕົວຈິງ, ອາພາດເມັ້ນຊ່ຽວຊານ ແລະ ຫໍພັກຄູອາຈານ, ຫໍພັກນັກສຶກສາ ແລະ ຊຸດສິ່ງອໍານວຍຄວາມສະດວກທີ່ກ່ຽວພັນ

ພາຍຫຼັງທີ່ໂຄງການຊ່ວຍເຫຼືອວິທະຍາໄລເຕັກນິກວິຊາຊີບການລົດໄຟລາວໄດ້ຮັບການກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ກໍຈະຊ່ວຍເຕີມເຕັມ ແລະເຮັດໃຫ້ ສປປ ລາວ ມີວິທະຍາໄລເຕັກນິກວິຊາຊີບການລົດໄຟລາວແຫ່ງທໍາອິດ…ອ່ານຕໍ່

ທົ່ວໂລກຍັງບໍ່ມີປະເທດໃດທີ່ສາມາດຢັບຢັ້ງ ພະຍາດໂຄວິດ-19 ໄດ້ເທື່ອ

ສະເພາະປະເທດລາວໄດ້ມີການສືບຕໍ່ປະຕິບັດມາດຕະການຕ່າງໆໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນແຕ່ລະໄລຍະ ຊຶ່ງຫຼ້າສຸດກໍ່ໄດ້ມີການສືບຕໍ່ອີກ 15 ວັນ ນັບແຕ່ມື້ວັນທີ 1-15 ຕຸລາ 2021 ນີ້ ໃນຂອບເຂດທົ່ວປະເທດ

ສປປ ລາວ ແລະອີກ 200 ກວ່າປະເທດ ໄດ້ປະເຊີນກັບສັດຕູທີ່ຮ້າຍແຮງມານັບແຕ່ປີ 2019 ຈົນຮອດປັດຈຸບັນ, ບາງປະເທດມີການລະບາດຫຼາຍຮອບແລະ ຍັງບໍ່ມີປະເທດໃດທີ່ຈະສາມາດຢັບຢັ້ງ ຫຼື ຍັງບໍ່ມີປະເທດໃດທີ່ສາມາດຜະລິດວັກຊິນປ້ອງກັນພະຍາດນີ້ 100%…ອ່ານຕໍ່

ອາຊຽນຕ້ອງເພີ່ມທະວີການຮ່ວມມືກັນຂຶ້ນສອງເທົ່າ ເພື່ອຕອບໂຕ້ພະຍາດໂຄວິດ-19

ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະບັນດາປະເທດຕ່າງໆໃນໂລກ ຍັງບໍ່ມີໃຜສາມາດບອກໄດ້ວ່າຈະສີ້ນສຸດລົງໄດ້ງ່າຍ

ໃນກອງປະຊຸມທາງໄກລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 26 ໄດ້ມີປະເດັນໃຫ້ບັນດາປະເທດໃນອາຊຽນ ຕ້ອງເພີ່ມຄວາມພະຍາຍາມຂອງຕົນຂຶ້ນເປັນສອງເທົ່າເພື່ອຕອບໂຕ້ກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນນີ້ໂດຍຜ່ານການເຝົ້າລະວັງຢ່າງເຂັ້ມງວດ, ການກວດພົບເບື້ອງຕົ້ນ ແລະ ການສັກຢາປ້ອງກັນພະຍາດ…ອ່ານຕໍ່

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.