Wednesday, April 23, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 2 ຕຸລາ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ອາດີດການນໍາຂັ້ນສູງຂອງສະພາ ຊີ້ນໍາວຽກງານແກ່ 3 ບ້ານເຂດແດງ ເມືອງບາຈຽງຈະເລີນສຸກ

ທ່ານ ສຈ ດຣ ພອນເທບ ພົນເສນາ ອາດິດການນໍາຂັ້ນສູງຂອງສະພາແຫ່ງຊາດ,ແພດຊ່ຽວຊານອາວຸດໂສ ທີ່ປຶກສາການນໍາແຂວງຈຳປາສັກ ໄດ້ເຄື່ອນໄຫວເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງບ້ານໃນການຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນ 3 ບ້ານໃຫ່ຍເຂດແດງຄື: ບ້ານພັດທະນາຫົວແຊ,ບ້ານລົ່ມສັກເໝືອແລະບ້ານຫ້ວຍລືສີ

ພ້ອມທັງແນະນໍາວິທີການນໍາໃຊ້ໃຫ້ຄວາມຮູ້ແກ່ປະຊາຊົນໃນການຮັກສາສຸຂະພາບຂອງຕົນເອງ,ການຮັກສາໄລຍະຫ່າງ 2 ແມັດ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍແລະມີຄວາມສະຫງົບນອກນັ້ນຄະນະທີມງານສະເພາະກິດຂັ້ນແຂວງ-ເມືອງຍັງລົງໄປເບີ່ງຈຸດເຮືອນພໍ່ແມ່ປະຊາຊົນຜູ້ທີ່ຕິດເຊື້ອໂຄວິດ-19 ພ້ອມທັງພົ່ນຢາຂ້າເຊື້ອໃຫ້ອີກດ້ວຍ…ອ່ານຕໍ່

ເມືອງອຸທຸມພອນ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນເປັຈຳນວນຫຼາຍ

ສະພາບການແຜ່ລະບາດພະຍາດໂຄວິດ 19 ໃນຊຸມຊົນຢູ່ເມືອງທຸມພອນ ແມ່ນເລີ່ມພົບຜູ້ຕິດເຊື້ອໃນຄັ້ງວັນທີ 23 ກັນຍາ ມາຮອດວັນທີ 1 ຕຸລາ 2021 ຫ່າງກັນພຽງແຕ່ 9 ວັນ ທົ່ວເມືອງແມ່ນພົບຜູ້ຕິດເຊື້ອເພີ່ມຂຶ້ນສູງເຖິງ 69 ກໍລະນີ

ໃນນັ້ນທົ່ວເມືອງມີບ້ານທີ່ຖືກປະກາດເປັນບ້ານແດງກວມເອົາ 18 ບ້ານແລ້ວຄື: ບ້ານໄຊຍະເພັດ (ບ້ານໃໝ່),ສີບຸນເຮືອງ,ໂນນຍາງ,ສະໜາມໄຊ,ນາທາດ,ເຊໂນ,ໄຊສະອາດ,ໄຊສົມບູນ,ວົງພັນສີ,ໄຊຍະມຸງຄຸນ,ໂນນສະຫວ່າງ,ຈະເລີນສຸກ,ມະນີວົງໄຊ,ພີນໃຕ້,ດົງນ້ອຍ,ໂຄກໃຫຍ່,ພີນເໜືອ ແລະ ບ້ານໜອງບົວທອງ…ອ່ານຕໍ່

ຫົວໜ້າຫ້ອງການສາທາລະນະສຸກເມືອງໂພນທອງ ລົງກວດກາສູນກັກກັນ

ທ່ານ ວຽງຄອນ ຈະເລີນໄຊ ຫົວໜ້າຫ້ອງການສາທາລະນະສຸກເມືອງໂພນທອງ ແຂວງຫຼວງພະບາງ ຕາງໜ້າຄະນະສະເພາະກິດ ປ້ອງກັນ ແລະ ຄອບຄຸມພະຍາດໂຄວິດ-19 ຂັ້ນເມືອງພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ ການປ້ອງກັນ ການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ທີີ່ສູນກັກກັນ ໂຮງໝໍຊຸມຊົນ ແລະ ສູນກັກກັນບ້ານວັງແນກ

ເຊິ່ງມີຜູ້ກັກກັນທັງໝົດ 17 ຄົນ,ໃນນີ້ແມ່ນແຮງງານລາວທີ່ກັບມາພູມລຳເນົາ ແລະ ມາກັກກັນໂຕເພື່ອຕິດຕາມອາການໃຫ້ຄົບຕາມກຳນົດ 14 ວັນຕາມລະບຽບຂອງຄະນະສະເພາະກິດວາງອອກ…ອ່ານຕໍ່

ຫົວໜ້າກອງບັນຊາການທະຫານເມືອງຊະນະສົມບູນ ລົງມອບເຄື່ອງຊ່ວຍເຫຼືອແກ່ຄະນະສະເພາະກິດຢູ່ 2 ບ້ານຊາຍແດນ 

ທ່ານ ພັນໂທ ບຸນຖອງ ຈິນດາວົງ ຫົວໜ້າກອງບັນຊາການທະຫານເມືອງຊະນະສົມບູນ ພ້ອມດ້ວຍ ທ່ານ ພັນໂທ ຄຳພູ ວໍລະຈິດ ເລຂາຄະນະພັກຮາກຖານຊີ້ນຳກຸ່ມ III ໄດ້ນຳເອົານ້ຳດື່ມ,ຜ້າອັດປາກ-ດັງຈຳນວນໜຶ່ງ ມອບໃຫ້ແກ່ຄະນະສະເພາະກິດ,ປ້ອງກັນຕ້ານການລະບາດຂອງພະຍາດໂຄວິດ 19 ກຸ່ມ III ແລະ 2 ບ້ານຊາຍແດນຄື: ບ້ານໃຫ່ຍຕົວເມືອງນ້ອຍສິງສຳພັນ,ບ້ານສຸລະ ແລະ ອ້າຍ,ນ້ອງ ກຳລັງປ້ອງກັນຊາດທະຫານຊາຍແດນກອງຮ້ອຍ 521

ຈຸດປະສົງໃນການເຄື່ອນໄຫວລົງມອບເຄື່ອງເທື່ອນີ້ ກໍ່ເພື່ອເປັນການຕິດຕາມຊຸກຍູ້ ແລະ ໃຫ້ກຳລັງໃຈກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍ ຄະນະສະເພາະກິດປ້ອງກັນພະຍາດໂຄວິດ 19 ຂັ້ນບ້ານ…ອ່ານຕໍ່

ເມືອງງາ ແຂວງອຸດົມໄຊ ພົບການລະບາດຂອງບົ້ງຝູງ ແລະ ເຊື້ອພະຍາດຜີວຫນັງອັກເສບ ງົວ-ຄວາຍ

ເຊິ່ງປີ 2021 ນີ້ ປະຊາຊົນ ເມືອງງາ, ແຂວງອຸດົມໄຊ ໄດ້ເອົາໃຈໃສ່ ການປູກ-ການລ້ຽງ ເປັນທາງເລືອກໃນການພັດທະນາເສດຖະກິດຄອບຄົວ ໂດຍສະເພາະແມ່ນ ການປູກເຂົ້າ ແລະ ລ້ຽງງົວ,​ ແຕ່ມາຮອດປັດຈຸບັນ ການປູກເຂົ້າເນີນສູງ ແລະ ການລ້ຽງງົວ ເກີດມີຜົນກະທົບຢູ່ບາງເຂດ ຈາກການລະບາດຂອງບົ້ງຝູງ ແລະ ເຊື້ອພະຍາດຜີວຫນັງອັກເສບສັດໃຫຍ່

ທ່ານ ຄຳຈັນ ສີລິສຸກ ຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງງາ ກ່າວວ່າ: ເຂົ້າເນີນສູງ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກການລະບາດຂອງບົ້ງຝູງ ມີ 2 ບ້ານ ຄື: ບ້ານແສນໄຊ ແລະ ບ້ານຫ້ວຍລຽງ ເຊິ່ງ 95% ຂອງເຂົ້າ ແມ່ນຖືກບົ້ງຝູງທຳລາຍ ສ່ວນການລ້ຽງງົວ ຂອງປະຊາຊົນ ກໍໄດ້ກຳນົດເອົາເຂດຈຸດສຸມ ບ້ານຫ້ວຍໄລ່ ເປັນຈຸດຫລັກໃນການລ້ຽງ…ອ່ານຕໍ່

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.