ໂອດບອນ ອາຫານຂື້ນຊື່ຂອງແຂວງບໍລິຄໍາໄຊ ເຊື່ອວ່າຫຼາຍໆຄົນຮຸ່ນກ່ອນຄົງເຄີຍກິນ ແຕ່ຮຸ່ນໃໝ່ອາດບໍ່ເຄີຍໄດ້ຍິນ, ເຮົາຈື່ງນໍາອາຫານທ້ອງຖີ່ນທີ່ມີຂັ້ນຕອນການເຮັດທີ່ຫຍຸ້ງຍາກ ພິຖີພິຖັນນີ້ມາບອກ ກ່ອນຈະອອກມາເປັນໂອດບອນທີ່ສາມາດຮັບປະທານໄດ້ວ່າເປັນແນວໃດ
ເຊິ່ງກ່ອນຈະເປັນໂອດບອນນັ້ນເລີ່ມຕົ້ນຕ້ອງໄດ້ຄັດເລືອກບອນ ແລະ ວິທີຂັ້ນຕອນການເຮັດດັ່ງຕໍ່ໄປນີ້:
ໃນທາງພຶດສາສາດນັ້ນບອນ ແລະ ເຜືອກເປັນພຶດຊະນິດດຽວກັນ ມັກຂື້ນບ່ອນທີ່ມີຕົມ ຫຼຶ ນໍ້າຂັງຕາມຫ້ວຍ ໜອງຕ່າງໆ
ວິທີເລືອກບອນ ຈະຕ້ອງເປັນບອນຫວານ ໂດຍສັງເກດງ່າຍໆ ໃຫ້ເລືອກໃຊ້ຕົ້ນອ່ອນພັນສີຂຽວສົດ ແລະ ບໍ່ມີສີຂາວນວນເຄືອບ ແລະ ຕິດຢູ່ຕາມໃບ ແລະ ກ້ານ ຖ້າເຫັນດອກຈະມີກີ່ນຫອມ ມີແມງຕ່ອມ ເມື່ອໃຊ້ມີດຕັດຈະບໍ່ມີສີຫຍັງ ຫຼື ນໍາຢາງມາທາຫຼັງມືປະມານ 2-3 ນາທີຈະບໍ່ຮູ້ສຶກຄັນແຕ່ຢ່າງໃດ ສ່ວນອີກຊະນິດໜຶ່ງຕ້ອງລະວັງຈະມີສີຈາງກວ່າ ແລະ ໃຍສີຂາວຕິດຕາມກ້ານໃບ ເມື່ອຕັດແລ້ວຈະເປັນສີ ແລະ ຮູ້ສຶກຄັນຄາຍທັນທີທີ່ສຳພັດເອີ້ນວ່າ”ບອນຄັນ” ແມ່ນບໍ່ສາມາດຮັບປະທານໄດ້

ກ່ອນຈະປອກເປືອກກ້ານບອນ ຖ້າບໍ່ໃສ່ຖົງມືກໍໃຫ້ທາມືດ້ວຍປູນແດງທີ່ກິນກັບໝາກໃຫ້ທົ່ວທັງມືກ່ອນ ເວລາປອກຄວນລ້າງບອນໃຫ້ສະອາດແລ້ວເຊັດໃຫ້ແຫ້ງ

- ເອົາບອນມາບົ່ມໄວ້ປະມານ 3 ຫາ 4 ຄືນແລ້ວໃຫ້ສັງເກດເບິ່ງບອນນັ້ນເປັນສີເຫຼືອງ -ນໍາມາຊອຍເປັນເສັ້ນແລ້ວຕາກແດດໄວ້ 1 ມື້
- ເມື່ອຕາກແດດແລ້ວໃຫ້ນໍາມາລ້າງໃຫ້ສະອາດອີກຄັ້ງ ແລ້ວຄັ້ນໃສ່ເກືອ ເອົານໍ້າເຂົ້າໝວກເຂົ້າມ່າເທໃສ່ແລ້ວຄັ້ນໃຫ້ເຂົ້າກັນລະອຽດ ແລ້ວນໍາໄປໃສ່ຖັງປະໄວ້ 2 ຄືນ (ຖ້າບໍ່ມັກສົ້ມ) -ຖ້າມັກສົ້ມໃຫ້ປະໄວ້ 3-4 ຄືນກໍ່ສາມາດນໍາມາໜຶ້ງໄດ້
- ແມ່ຄົວສະໄໝກ່ອນຖືເຄັດວ່າ ຫາກປຸງແຕ່ງອາຫານດ້ວຍບອນຢູ່ນັ້ນຫ້າມໃຜເວົ້າເຖິງຄໍາທີ່ກ່ຽວຂ້ອງກັບຄວາມຄັນເດັດຂາດ ເພາະຈະເຮັດໃຫ້ເກີດອາການຄັນຊື້ນມາຈາກທັງຜູ້ປຸງ ແລະ ຜູ້ຮັບປະທານ
- ກ່ອນຈະໜຶ້ງແມ່ນໃຫ້ຄັ້ນເອົານໍ້າອອກ ແລ້ວໜຶ້ງໃສ່ໝໍ້ຊື້ງ ຫຼື ຫວດເຂົ້າກໍໄດ້ປະມານ 4-5 ຊົ່ວໂມງກໍສາມາດເກັບໃນຕູ້ເຢັນ ໄວ້ກີນເປັນເດືອນໄດ້

ຂໍ້ແນະນໍາ ຖ້າໃສ້ເກືອບໍ່ພໍແມ່ນຈະເຮັດໃຫ້ບອນເນົ່າ ຫຼື ຖ້າບໍ່ເນົ່າເວລາໄປໜື້ງບອນກໍ່ຄັນບໍ່ສາມາດກິນໄດ້

ໂອດບອນຈະມີລົດສົ້ມໜ້ອຍໜຶ່ງ ຄ້າຍຄືສົ້ມຜັກອື່ນໆ ແຕ່ພິເສດຄືຈະມັນໆຫອມໆແລະມີກີ່ນທີ່ເປັນເອກະລັກຂອງມັນ ສາມາດນໍາປຸງແຕ່ງເປັນແຈ່ວໂອດໃສ່ປາ ຫຼື ຈະເປັນເອາະກໍໃຫ້ລົດຊາດທີ່ແຊບ ອີກທັງໂອດບອນຍັງຊ່ວຍໃຫ້ຂັບຖ່າຍສະດວກອີກດ້ວຍ ໃຜເຄີຍກິນໂອດບອນກັບເມນູໃດ ມີສູດເຫໄ
Hits: 6