ຢຸດເຮັດ 6 ສິ່ງນີ້ ຖ້າບໍ່ຢາກເຮັດໃຫ້ຄອມພິວເຕີຊ້າ

ຮູ້ບໍ່ວ່າ ການທີ່ເຮັດໃຫ້ຄອມຊ້າ ຄອມຄ້າງ ແທ້ຈິງແລ້ວສ່ວນໜຶ່ງກໍ່ເກີດຈາກພຶດຕິກຳການນຳໃຊ້ຂອງເຮົານັ້ນເອງ ເຊິ່ງເຮົາອາດຈະບໍ່ຮູ້ໂຕ ແຕ່ຫາກວ່າຢາກປັບປຸງ ຫຼືໃຫ້ໄວຂຶ້ນເຮັດຕາມວິທີນີ້ເລີຍ

1. ຢ່າເປີດ Tap ໄວ້ຫຼາຍໜ້າເກີນໄປ

ຫຼາຍຄົນມັກຈະເປີດໜ້າເວັບໄວ້ຫຼາຍໆໜ້າ ເພື່ອຫາງານ ເບິ່ງໄອເດຍຕ່າງໆ ຫຼືຄຳຄົ້ນຫາທີ່ໜ້າສົນໃຈ, ແຕ່ວ່າການເປີດໄວ້ຫຼາຍໜ້າແບບນັ້ນມັນຈະກິນພື້ນທີ່ເຮັດວຽກຂອງຄອມພິວເຕີເຮົາ ຈົນເຮັດໃຫ້ຄອມຊ້າໄດ້ ຖ້າໃຊ້ງານແລ້ວກໍ່ລອງປິດໜ້າເບິ່ງແນ່ ເພື່ອໃຫ້ຄອມໄວຂຶ້ນ

2. ບໍ່ລົງສ່ວນຂະຫຍາຍໃນ Chrome ຫຼາຍເກີນຄວາມຈຳເປັນ

ສ່ວນຂະຫຍາຍໃດທີ່ວ່າດີກໍ່ຈະມັກໂຫລດມາເກັບໄວ້ ແຕ່ເວລາຜ່ານໄປກໍ່ບໍ່ໄດ້ໃຊ້ງານ, ຮູ້ບໍ່ວ່າ ສ່ວນຂະຫຍາຍ (Extenstion) ເຫຼົ່ານີ້ ຖ້າເຮົາເປີດໄວ້ໂດຍບໍ່ຮູ້ໂຕ ກໍ່ຈະເຮັດໃຫ້ຄອມຊ້າ ລອງລຶບສ່ວນທີ່ເຮົາບໍ່ໃຊ້ລອງເບິ່ງ ແລ້ວເກັບໄວ້ແຕ່ສິ່ງທີ່ເຮົາໃຊ້ເປັນປະຈຳ

3. ຍ້າຍຂໍ້ມູນໄປເກັບໄວ່ບ່ອນອື່ນ

ຢ່າໃສ່ຂໍ້ມູນໃນຊ່ອງ C: ຈົນເຕັມ ເພາະຈະເຮັດໃຫ້ຄອມປະມວນຂໍ້ມູນຊ້າ, ລອງຍ້າຍໄປໃສ່ໃນ Drive ຫຼື Cloud ເກັບໄວ້ສະເພາະທີ່ໂຕຈຳເປັນ ກໍ່ສາມາດຊ່ວຍໄດ້

4. ຢ່າເປີດໂປຣແກຣມພ້ອມກັນຫຼາຍອັນ

ໃຜມັກເອົາຄອມໄປໃຊ້ເຮັດວຽກຫຼາຍຢ່າງພ້ອມກັນເຊັ່ນ: ເປີດບາວເຊີ້, ເບິ່ງໜັງ, ຫລິ້ນເກມ ຫຼືເຮັດວຽກໄປພ້ອມ ສິ່ງເຫຼົ່ານີ້ລ້ວນແຕ່ພື້ນທີ່ໃນການເຮັດວຽກຂອງເຄື່ອງຄອມເຮົາ ຖ້າຫາກສະເປັກຄອມແຮງຮັບໄດ້ກໍ່ບໍ່ເປັນຫຍັງ ແຕ່ວ່າຖ້າສະເປັກເຮົາຕໍ່າ ມັນກໍ່ຈະເຮັດໃຫ້ຄອມເຮົາຊ້າໄດ້

5. ຢ່າເກັບຂີ້ເຫຍື້ອໄວ້ຈົນເຕັມ

File ທີ່ເຮົາລຶບລົງຖັງຂີ້ເຫຍື້ອໄປແລ້ວກໍ່ບໍ່ສາມາດເກີດປະໂຫຍດໄດ້ ບາງເທື່ອກໍ່ອາດຈະເກີດໂທດຊໍ້າ, ລອງລຶບ File ທີ່ເຮົາບໍ່ໃຊ້ແລ້ວ ແລະຈັດລຽງໃຫ້ເປັນລະບຽບ ເພື່ອທີ່ຈະຊ່ວຍໃຫ້ຄອມພິວເຕີບໍ່ຄ້າງ

6. ຄວນເປີດ FireWall ຢູ່ຕະຫຼອດ

ໄວຣັດເປັນບັນຫາຫຼັກໆທີ່ເຮັດໃຫ້ຄອມເຮົາຄ້າງໄດ້ ບາງເທື່ອເຮົາກໍ່ບໍ່ຮູ້ໂຕວ່າໄວຣັດມາແຕ່ໄສ ຢູ່ດີໆກໍ່ມາປ່ວນຄອມເຮົາ, ສະນັ້ນແລ້ວເຮົາຄວນເປີດການປ້ອງກັນໄວຣັດໄວ້ຢູ່ຕະຫຼອດ ເພື່ອປ້ອງກັນບໍ່ໃຫ້ເຮົານຳໄວຣັດເຂົ້າມາ ແຕ່ຖ້າມີມັນກໍ່ຈະແຈ້ງເຕືອນໃຫ້ເຮົາຮູ້ວ່າໂຕໃດແມ່ນໄວຣັດ ຈຶ່ງຈັດການໄດ້ທັນເວລາ

6 ສິ່ງເຫຼົ່ານີ້ອາດຈະເປັນປະໂຫຍດບໍ່ໜ້ອຍກໍ່ຫຼາຍ ສາມາດລອງເຮັດຕາມວິທີທີ່ເຮົາແນະນຳໄດ້ເລີຍ ຄອມຂອງເຈົ້າອາດຈະໄວຂຶ້ນກ່ອນທີ່ຜ່ານມາ

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...