ນະໂຍບາຍ! ໃນການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ

ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ເຫັນດີຮັບຮອງມະຕິ ແລະນະໂຍບາຍ ການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ເພື່ອຈັດຕັ້ງຜັນຂະຫຍາຍວາລະວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະມາດຕະການປະຢັດມັດທະຍັດ ແນໃສ່ຫຼຸດຜ່ອນການນຳເຂົ້າ ນໍ້າມັນເຊື້ອໄຟຈາກຕ່າງປະເທດ

ສູ້ຊົນຮອດປີ 2025 ໃຫ້ອັດຕາສ່ວນລົດໄຟຟ້າທີ່ຊົມໃຊ້ໃນສັງຄົມ ກວມເອົາຢ່າງໜ້ອຍ 1% ຂອງຈຳນວນພາຫະນະທັງໝົດ ແລະປີ 2030 ຕັ້ງເປົ້າໃຫ້ກວມເອົາ 30% ຂຶ້ນໄປ

ສຳລັບນະໂຍບາຍຕໍ່ຜູ້ນຳເຂົ້າ ແລະ ຈໍາໜ່າຍລົດໄຟຟ້າ

ແມ່ນເຫັນດີໃຫ້ປະຕິບັດນະໂຍບາຍທີ່ກໍານົດໄວ້ຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍ ແລະ ລະ ບຽບການອື່ນໆທີ່ກ່ຽວຂ້ອງ ເພື່ອສົ່ງເສີມທຸລະກິດນໍາເຂົ້າ ແລະ ຈໍາໜ່າຍລົດໄຟຟ້າ ແລະລັດຈະບໍ່ຈຳກັດດ້ານໂກຕ້າ ໃນການນໍາເຂົ້າລົດໄຟຟ້າ ເພື່ອສົ່ງເສີມໃຫ້ມີການແຂ່ງຂັນລາຄາຕາມກົນໄກຕະຫຼາດ

ລົດໄຟຟ້າທີ່ນໍາເຂົ້າ ແລະ ຈຳໜ່າຍຢູ່ ສປປ ລາວ ຕ້ອງຮັບປະກັນດ້ານຄຸນນະພາບ, ຄວາມປອດໄພດ້ານເຕັກນິກ ຕາມມາດຕະຖານສາກົນ, ມີສູນບໍລິການຫຼັງການຂາຍ, ສ້ອມແປງ ແລະ ປ່ຽນຖ່າຍອຸປະກອນຕ່າງໆ ລວມທັງມີລະບົບກໍາຈັດ-ຈັດການໝໍ້ໄຟ ທີ່ເສື່ອມຄຸນນະພາບ ແລະ ສິ່ງ ເສດເຫຼືອຈາກກິດຈະການລົດໄຟຟ້າ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມຢ່າງເປັນລະບົບ

ເຫັນດີໃຫ້ກຳນົດປ້າຍ ຫຼື ເຄື່ອງໝາຍ ເປັນສັນຍາລັກສະເພາະສຳລັບລົດໄຟຟ້າ ເພື່ອໃຫ້ເຈົ້າໜ້າທີ່ ແລະບຸກຄົນທົ່ວໄປສາມາດຈຳແນກໄດ້ງ່າຍ

ນະໂຍບາຍສໍາລັບຜູ້ຜະລິດ ແລະ ປະກອບລົດໄຟຟ້າ

ລັດສົ່ງເສີມບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ທີ່ສົນໃຈລົງທຶນເຂົ້າໃນການສ້າງ ໂຮງງານຜະລິດສິ້ນສ່ວນອຸປະກອນ, ອາໄຫຼ່ ແລະ ປະກອບລົດໄຟຟ້າ ເພື່ອສະໜອງພາຍໃນ ແລະ ສົ່ງອອກ; ສໍາລັບການນໍາເຂົ້າອຸປະກອນ ແລະ ສິ້ນສ່ວນອາໄຫຼ່ເພື່ອປະກອບເປັນລົດໄຟຟ້າ, ຜ່ອນຜັນອາກອນກໍາໄລ ແລະຄ່າເຊົ່າສຳປະທານທີ່ດິນຂອງລັດ ໃຫ້ແກ່ຜູ້ປະກອບການໂດຍສອດຄ່ອງກັບກົດໝາຍ ວ່າດ້ວຍການ ສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ຂອງ ສປປ ລາວ

ນະໂຍບາຍຕໍ່ຜູ້ບໍລິການດ້ານຕ່າງໆກ່ຽວພັນກັບລົດໄຟຟ້າ

ລັດຈະສົ່ງເສີມບຸກຄົນ, ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ຈະລົງທຶນພັດທະນາສະຖານີ ບໍລິການສາກລົດໄຟຟ້າ ໂດຍລັດມີນະໂຍບາຍຄື ໃຫ້ຍົກເວັ້ນ ຫຼື ຜ່ອນຜັນພາສີການນຳເຂົ້າອຸປະກອນ ແລະ ລະບົບສະຖານີບໍລິການສາກລົດໄຟຟ້າ, ກຳນົດໂຄງສ້າງລາຄາໄຟຟ້າ ສຳລັບສະຖານີບໍລິການສາກລົດໄຟຟ້າ ຢ່າງສົມເຫດສົມຜົນທີ່ສະທ້ອນໃຫ້ເຫັນຕົ້ນທຶນ ແລະ ຄວາມຄຸ້ມຄ່າການລົງທຶນ ຂອງຜູ້ໃຊ້ບໍລິການ, ໃຫ້ຄວາມສະດວກໃນການຕິດຕັ້ງສະຖານີສາກລົດໄຟຟ້າແຕ່ລະປະເພດຢູ່ຕາມສະຖານທີ່ ຕ່າງໆໃນຕົວເມືອງໃຫຍ່, ຊົນນະບົດ ແລະ ຕາມເສັ້ນທາງຫຼວງແຫ່ງຊາດ ໃນຂອບເຂດທົ່ວປະເທດ, ຊຸກຍູ້ບັນດາຜູ້ປະກອບການທຸລະກິດ ປໍ້ານໍ້າມັນເຊື້ອໄຟ ໃຫ້ຫັນມາພັດທະນາສະຖານີບໍລິການສາກລົດໄຟຟ້າເທື່ອລະກ້າວ

ນະໂຍບາຍຕໍ່ຜູ້ຊົມໃຊ້ລົດໄຟຟ້າ

ລັດວິສາຫະກິດໄຟຟ້າລາວ ເປັນຜູ້ບໍລິການຕິດຕັ້ງໄຟຟ້າ ສໍາລັບເຄື່ອງສາກລົດໄຟຟ້າ ໂດຍບໍ່ເກັບຄ່າໝໍ້ນັບໄຟຢູ່ຕາມທີ່ຢູ່ອາໃສ, ສໍານັກງານ-ອົງການ ເພື່ອຮັບປະກັນຄວາມປອດໄພທາງດ້ານ ເຕັກນິກ, ເສຍຄ່າທຳນຽມທາງປະຈໍາປີຕໍ່າກວ່າລົດແລ່ນດ້ວຍນໍ້າມັນເຊື້ອໄຟຢ່າງໜ້ອຍ 30% ຕາມກໍລະນີຄວາມແຮງທຽບເທົ່າກັນ

ໃຫ້ບູລິມະສິດບ່ອນຈອດລົດໄຟຟ້າຕາມຈຸດ ຫຼື ສະຖານທີ່ບໍລິການສາກລົດໄຟຟ້າ ຢູ່ສະຖານທີ່ສາທາລະນະ

ເປົ້າໝາຍໃນການນໍາໃຊ້ລົດໄຟຟ້າ ໃນໄລຍະທົດລອງ ແມ່ນໃຫ້ລັດຖະບານເປັນຜູ້ນຳໜ້າ ແລະ ຕົວແບບໃນການນໍາໃຊ້ລົດໄຟຟ້າ ໂດຍສະເພາະເລີ່ມຈາກລົດບໍລິຫານລັດ, ລົດປະຈຳຕໍາແໜ່ງທີ່ຈະຊື້ໃໝ່ ແມ່ນໃຫ້ຈັດຊື້ລົດໄຟຟ້າທັງໝົດ ຈາກນັ້ນຈຶ່ງ ຊຸກຍູ້ບັນດາວິສາຫະກິດຂອງລັດ, ລົດຂົນສົ່ງສາທາລະນະ ໃຫ້ຫັນມານຳໃຊ້ລົດໄຟຟ້າເທື່ອລະກ້າວ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...