ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 9 ຕຸລາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ອົດສະຕຣາລີ ຢໍ້າຄືນການຮ່ວມມືກັບ ສປປ ລາວ ພ້ອມເພີ່ມທຶນການສຶກສາອີກ 30 ທຶນ

ປີ 2022 ເປັນຕົ້ນໄປ ລັດຖະບານອົດສະຕຣາລີ ຈະເພີ່ມທຶນການສຶກສາ ຈາກ 30 ທຶນ ເປັນ 60 ທຶນ ຕໍ່ປີ ແລະ ລວມເຖິງການຊ່ວຍເຫຼືອເພີ່ມຕື່ມຂອງລັດຖະບານອົດສະຕຣາລີ ທາງດ້ານເຕັກນິກການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19

ພ້ອມກັນນັ້ນ, ທັງສອງຝ່າຍ ໄດ້ຢໍ້າຄືນ ທີ່ຈະເຮັດວຽກຢ່າງໃກ້ຊິດຮ່ວມກັບປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີ ເພື່ອເຮັດໃຫ້ການການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ກ້າວຂຶ້ນສູ່ລະດັບໃໝ່…ອ່ານຕໍ່

ຫົວພັນເຮັດໄດ້ ປ້ອງກັນໄວ້ກ່ອນ ດີກວ່າມາແກ້ໄຂຕາມຫຼັ້ງ

ປະຈຸບັນນີ້, ຢູ່ປະເທດລາວຍັງມີແຕ່ແຂວງຫົວພັນພຽງແຂວງດຽວ ເທົ່ານັ້ນທີ່ຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄວີດ-19, ແຕ່ ເຖິງແມ່ນວ່າຈະຍັງບໍ່ມີຜູ້ຕິດເຊື້ອດັ່ງກ່າວ

ທາງອໍານາດການປົກຄອງແຂວງຫົວພັນ ກໍໄດ້ເພີ່ມທະວີໃນການປ້ອງກັນພະຍາດດັ່ງກ່າວບໍ່ຕ່າງຫຍັງກັບແຂວງທີ່ພົບຜູ້ຕິດເຊື້ອ ໂດຍໄດ້ສືບຕໍ່ອອກແຈ້ງການເມື່ອມໍ່ໆມານີ້ໃນການເພີ່ມທະວີການປ້ອງກັນພະຍາດໂຄວິດ-19 ເຊັ່ນດຽວກັນກັບແຂວງອື່ນໆທີ່ມີຜູ້ຕິດເຊື້ອ, ໂດຍໃຫ້ສືບຕໍ່ປິດການເດີນທາງ ເຂົ້າ-ອອກແຂວງເປັນເວລາ 14 ວັນ ນັບແຕ່ວັນທີ 5-18 ຕຸລາ 2021…ອ່ານຕໍ່

ຄະນະສະເພາະກິດໄດ້ຂະຫຍາຍ ໂຮງໝໍພາກສະໜາມຕື່ມອີກ 3 ແຫ່ງ

ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ມີຈໍານວນເພີ່ມຂຶ້ນເປັນຈໍານວນຫຼາຍຢູ່ນະຄອນຫຼວງວຽງຈັນ, ຄະນະສະເພາະກິດໄດ້ຂະຫຍາຍໂຮງໝໍພາກສະໜາມອີກ 3 ແຫ່ງ

ທັງນີ້ກໍ່ເພື່ອເພື່ອຮອງຮັບສະເພາະຜູ້ຕິດເຊື້ອທີ່ມີອາການເບົາບາງ (ບໍ່ໜັກ) ຄື: ໂຮງໝໍພາກສະໜາມດາວເຮືອງຢູ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຊຶ່ງສາມາດຮອງຮັບຄົນເຈັບໄດ້ 800 ຄົນ, ໂຮງໝໍພາກສະໜາມກິລາ ຫຼັກ16 ສາມາດຮອງຮັບຄົນເຈັບໄດ້ 360 ຄົນ ແລະ ໂຮງຮຽນເຝິກອົບຮົມວິຊາຊີບຄົນພິການສີເກີດ ສາມາດຮອງຮັບຄົນເຈັບໄດ້ທັງໝົດ 600 ກວ່າຄົນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...