Sunday, November 2, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 9 ຕຸລາ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ພະແນກກະສິກໍາ ແລະ ປ່າໄມ້ແຂວງລົງກວດກາ ໂຄງການຟື້ນຟູລະບົບຊົນລະປະທານ ເມືອງຫຼວງນໍ້າທາ

ໂຄງການຊົນລະປະທານນໍ້າທາ 3 ຕັ້ງຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຫ່າງຈາກເທດສະບານແຂວງໄປທາງທິດຕາເວັນອອກປະມານ 3 ກິໂລແມັດ ໂຄງການດັ່ງກ່າວປະກອບດ້ວຍ 3 ຫົວງານຍ່ອຍຄື: ຫົວງານນໍ້າທາ 3 ,ຫົວງານນໍ້າດີ 1 ແລະ ຫົວງານນໍ້າດີ 2 ທັງ 3 ຫົວງານມີເນື້ອທີ່ທັງໝົດ 859 ເຮັກຕາ ເປັນນາເຟືອງ

ມີບ້ານທີ່ໄດ້ຮັບຜົນປະໂຫຍດທັງໝົດມີ 11 ບ້ານຄື: ບ້ານ ທົ່ງໄຈ້ໃຕ້,ບ້ານ ທົ່ງໄຈ້ເໜືອ,ບ້ານ ປ່າປົວະ,ບ້ານ ທົ່ງດີ,ບ້ານ ນໍ້າທຸງ,ບ້ານ ປຸ່ງ, ບ້ານ ດອນສໍາພັນ, ບ້ານ ຫົວຂົວ, ບ້ານ ທົ່ງອົ້ມ, ບ້ານ ວຽງໃຕ້ ແລະ ບ້ານ ວຽງເໜືອ…ອ່ານຕໍ່

ສາລະວັນ ທາບທາມຮ່າງກົດໝາຍ ຈຳນວນ 4 ສະບັບ

ສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມທາງໄກ ຜ່ານລະບົບ Video conferenceເພື່ອທາບທາມຮ່າງກົດໝາຍຈໍານວນ 4 ສະບັບ, ໂດຍການເປັນປະທານຂອງ ທ່ານ ນາງ ສຸນໄຖ ໄຊຍະແສງ ຮອງປະທານສະພາປະຊາຊົນແຂວງ

ຮ່າງກົດໝາຍ 4 ສະບັບ, ເຊີ່ງແມ່ນມະຕິຂອງຄະນະປະຈໍາສະພາແຫ່ງຊາດ ເປັນຕົ້ນ: ມະຕິວ່າດ້ວຍການປະເມີນ ການປະຕິບັດໜ້າທີ່ຂອງບຸກຄະລາກອນດຳລົງຕຳແໜ່ງທີ່ສະພາແຫ່ງຊາດເລືອກຕັ້ງ ແລະຮັບຮອງເອົາການແຕ່ງຕັ້ງ (ສະບັບປັບປຸງ) ມີ 6 ໝວດ ແລະ 18 ມາດຕາ, ຮ່າງມະຕິວ່າດ້ວຍການປະເມີນຕໍ່ຄວາມຮັບຜິດຊອບຂອງບຸກຄະລາກອນທີ່ລາຍງານ, ຊີ້ແຈງ ແລະຕອບຄຳຊັກຖາມໃນກອງປະຊຸມສະພາແຫ່ງຊາດ( ສະບັບປັບປຸງ) 5 ໝວດ, 16 ມາດຕາ…ອ່ານຕໍ່

ຄຳມ່ວນ ເຂົ້າມາຮັບການບໍລິການສັກວັກຊິນທັງໝົດຈຳນວນ 310.740 ໂດສ

ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ ໄດ້ລົງຕິດຕາມການສັກວັກຊິນ ຢູ່ບັນດາຈຸດຕ່າງໆໃນເຂດເທສະບານແຂວງ

ປະຈຸບັນແຂວງຄຳມ່ວນ ໄດ້ຮັບວັກຊິນ ທັງໝົດຈຳນວນ 310.740 ໂດສ. ໃນນັ້ນວັກຊິນປະເພດ ຊີໂນຟາມ 167.400 ໂດສ, ອັດຕາເຊນີກາ 75.120 ໂດສ ແລະ ຈອນສັນ ແອນ ຈອນສັນ 68.200 ໂດສ ເຊິ່ງໄດ້ບໍລິການສັກວັກຊິນໃຫ້ແກ່ປະຊາຊົນໄດ້ແລ້ວໃນ ເຂັມທີ 01 ຈຳນວນ 183.019 ຄົນ ເທົ່າກັບ 41,6%…ອ່ານຕໍ່

ອົງການປົກຄອງແຂວງຈໍາປາສັກ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ເຈົ້າໜ້າທີ່ 3 ດ່ານຈຸດກວດກາ

ອົງການປົກຄອງແຂວງຈໍາປາສັກຮ່ວມກັບການນຳຂອງສອງເມືອງມອບ ເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ເຈົ້າໜ້າທີ່3ດ່ານຈຸດກວດກາເຂົ້າອອກລະຫວ່າງເມືອງຕໍ່ເມືອງແລະບ້ານຕໍ່ບ້ານ ຄື : ຈຸດດ່ານກວດກາເຂົ້າອອກລະຫວ່າງເມືອງບາຈຽງຈະເລີນສຸກກັບເມືອງປະທຸມພອນ(ຫຼັກ14 ໃຕ້), ດ່ານກວດກາເຂົ້າອອກບ້ານຕໍ່ບ້ານ(ຫຼັກ10)ບ້ານລົ່ມສັກເໜືອ,ຈຸດດ່ານກວດກາເຂົ້າອອກເມືອງບາຈຽງຈະເລີນສຸກກັບເມືອງປາກຊ່ອງ (ຫຼັກ10ໜອງນໍ້າຂາວ)

ສໍາລັບເຄື່ອງທີ່ນໍາມາມອບຄັ້ງນີ້ມີ ນໍ້າດື່ມ,ໝີໄວໆ,ໄຂ່ໄກ່,ຜ້າອັດປາກ,ເຈວລ້າງມືແລະອື່ນໆເພື່ອສ້າງຂັວນກຳລັງໃຈຕໍ່ກັບອ້າຍນ້ອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບສືບຕໍ່ຈັດຕັ້ງປະຕິບັດໃນການປ້ອງກັນ…ອ່ານຕໍ່

ການເກັບກ່ຽວເຂົ້ານາປີຂອງຊາວນາເມືອງອາດສະພອນ ແຂວງສະຫວັນນະເຂດ

ປະຈຸບັນປະຊາຊົນບ້ານຕ່າງໆໃນທົ່ວເມືອງ ແມ່ນໄດ້ເລີ່ມລົງມືເກັບກ່ຽວເຂົ້ານາດໍ ມາແຕ່ທ້າຍເດືອນກັນຍາ ເປັນຕົ້ນມາ ແລະ ຮອດປະຈຸບັນສາມາດເກັບກ່ຽວເຂົ້ານາປີ ໄດ້ແລ້ວ 1.855 ເຮັກຕາ, ເທົ່າກັບ 9,83% ຂອງເນື້ອທີ່ປູກເຂົ້ານາປີທັງໝົດ 18.300 ເຮັກຕາໃນນັ້ນມີເນື້ອທີ່ເຂົ້ານາດໍທັງໝົດແມ່ນ 2.600 ເຮັກຕາ, ສາມາດເກັບກ່ຽວສຳເລັດແລ້ວເທົ່າກັບ 71,34% ແລະ ສາມາດເກັບກູ້ພືດລະດູຝົນໄດ້ແລ້ວ 1.452 ກ່ວາເຮັກຕາ

ໃນເນື້ອທີ່ປູກພືດລະດູຝົນທັງໝົດ 2.640 ເຮັກຕາ, ເທົ່າກັບ 55,01%ຂອງເເນື້ອທີ່, ພືດທີ່ປູກໃນລະດູຝົນມີ: ສາລີ 104,60 ເຮັກຕາ, ໝາກເຜັດ 99,84 ເຮັກຕາ, ໝາກເຫຼັ່ນ 80,40 ເຮັກຕາ, ໝາກແຕງ 95,83 ເຮັກຕາ, ໝາກບວບ 80,75 ເຮັກຕາ, ຜັກຕ່າງໆ 99,40 ເຮກຕາ, ໝາກໂມ 103,50 ເຮັກຕາ…ອ່ານຕໍ່

5 ບັນຫາໃຫ່ຍ 5 ສາເຫດ ຈຳເປັນຕ້ອງແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແຂວງບໍ່ແກ້ວ

 ແຂວງບໍ່ແກ້ວ ໄດ້ປະເຊີນໜ້າກັບສິ່ງທົດສອບທ້າທາຍຫຼາຍດ້ານ ເຊິ່ງໄດ້ຮັບຜົນກະທົບໂດຍທາງກົງ ແລະ ທາງອ້ອມຈາກສະພາບແວດລ້ອມທັງພາຍໃນ ແລະ ພາຍນອກເປັນຕົ້ນແມ່ນ ພື້ນຖານທາງດ້ານເສດຖະກິດ-ການຜະລິດຍັງບໍ່ທັນເຂັ້ມແຂງ ແລະ ຂາດສະພາບຄ່ອງຕົວດ້ານແຫຼ່ງທຶນ

ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສາມາດສະຫຼຸບອອກເປັນ 5 ບັນຫາໃຫ່ຍ ດັ່ງນີ້: ບັນຫາພື້ນຖານເສດຖະກິດບໍ່ເຂັ້ມແຂງ, ເພີ່ງພາຈາກພາຍນອກເປັນສ່ວນໃຫ່ຍ ເຊິ່ງບໍ່ສາມາດສ້າງຖານສະສົມທຶນຮອນພາຍໃນຢ່າງພຽງພໍ-ໝັ້ນຄົງ…ອ່ານຕໍ່

ກະຊວງສຶກສາທິການ ແລະ ກິລາ ເປີດຕົວຖານການການຮຽນ-ການສອນແບບດິຈີຕອນ

ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດຕົວແພລັດຟອມ ການຮຽນ-ການສອນແບບດິຈີຕອນ “ຄັງປັນຍາລາວ” ​ຢ່າງເປັນທາງການ, ເຊິ່ງເປັນແພລັດຟອມ ການຮຽນ-ການສອນແບບດິຈີຕອນອັນທຳອິດຂອງ ສປປ ລາວ, ແພລັດຟອມ ດັ່ງກ່າວໄດ້ຮັບການ​ພັດທະນາຂຶ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດານັກຮຽນ ແລະ ຄູອາຈານໃນການຮຽນເເລະ ການສອນແບບທາງໄກ​ເພື່ອຮັບປະກັນຄວາມຕໍ່ເນື່ອງຂອງການຮຽນໃນໄລຍະການເເຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ກໍລະນີສຸກເສີນອື່ນໆ

ຄັງປັນຍາລາວ ປະກອບມີສື່ການຮຽນການສອນສໍາລັບຊັ້ນ ປະຖົມສຶກສາປີທີ 1 ເຖີງ ຊັ້ນມັດທະຍົມສຶກສາ ປີທີ 7 ເເລະ ສື່ການຮຽນ-ການສອນການສຶກສາກ່ອນໄວຮຽນ, ພ້ອມທັງບັນດາແຫຼ່ງຂໍ້ມູນກ່ຽວກັບການຮັກສາຄວມປອດໄພຈາກພະຍາດ ໂຄວິດ-19 ເເລະ ຄວາມປອດໄພທາງອອນລາຍ…ອ່ານຕໍ່

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.