“ແຈ່ວ” ຖືວ່າເປັນເມນູອາຫານທີ່ຂາດບໍ່ໄດ້ໃນພາເຂົ້າຂອງຄົນລາວເຮົາ ໂດຍແຕ່ລະແຂວງ ແຕ່ລະທ້ອງຖິ່ນ ກໍ່ຈະມີການປຸງແຕ່ງແຈ່ວທີ່ແຕກຕ່າງກັນໄປຕາມແຕ່ລະທ້ອງຖີ່ນ ແຕ່ສິ່ງທີ່ມີຄືກັນແມ່ນລົດຊາດທີ່ “ເຜັດ”.

ແຈ່ວປາແດກ ແຈ່ວພື້ນຖານເພາະປາແດກເປັນອາຫານຄູ່ບ້ານຄູ່ເມືອງຂອງຄົນລາວ ທີ່ບໍ່ວ່າຈະແຕ່ງເມນູໃດສິ່ງທີ່ຂາດບໍ່ໄດ້ກໍຄືຕ້ອງໃສ່ປາແດກ. ແຈ່ວປາແດກ ເປັນເມນູທີ່ປຸງແຕ່ງງ່າຍເປັນການປະສົມປະສານລົດຊາດນົວຂອງປາແດກ ກັບຄວາມເຜັດຮ້ອນຈາກໝາກເຜັດ ຊ່ວຍຍໍລົດຊາດໃຫ້ອາຫານຄາບນັ້ນໄດ້ເປັນຢ່າງດີ.  ວິທີເຮັດກໍ່ງ່າຍພຽງນໍາໝາກເຜັດ ກະທຽມ ຫອມແດງ ຫົວຜັກບົວໄປຈີ່ໃຫ້ໄດ້ກີ່ນຫອມ ແລ້ວຈຶ່ງນຳມາຕຳບໍ່ລະອຽດປານໃດ ແລະ ໃສ່ຕ່ອນປາແດກແລະນ້ຳທີ່ຕົ້ມສຸກແລ້ວຕຳໃຫ້ເຂົ້າກັນ ຫຼື ຈະໃສ່ໝາກກອກກໍ່ໄດ້ ຈະກິນກັບເມນູໃດກໍເຂົ້າກັນໄດ້ດີ ຫຼື ຈະບ່າຍແຕ່ເຂົ້າກໍຍັງໄດ້

ແຈ່ວບອງ ເປັນອາຫານລືຊື່ປະຈຳແຂວງຫຼວງພະບາງ ແລະ ໃນຂົງເຂດພາກເໜືອມີເອກະລັກສະເພາະ ປຸງແຕ່ງໄດ້ງ່າຍ ຈະມີລົດຊາດອອກຫວານໆແຕ່ຍັງຄົງຄວາມເຜັດ ວັດຖຸດິບກໍຫາຊື້ໄດ້ງ່າຍ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຈຸດເດັ່ນຂອງແຈ່ວນີ້ແມ່ນຢູ່ທີ່ໜັງຄວາຍແຫ້ງ ຫຼື ຈະໃຊ້ໜັງໝູກໍໄດ້  ສາມາດຮັບປະທານກັບເຂົ້າໜຽວຮ້ອນໆໄດ້ເລີຍ ຈະກິນກັບຜັກດິບ ຫຼື ຈະໃຊ້ຈ້ຳກິນຫຼີ້ນກັບໄຄ່ແຜ່ນກໍໄດ້ເຊັ່ນດຽວກັນ ການຮັກສາກໍງ່າຍສາມາດເກັບໄວ້ກິນດົນພຽງຕຳແລ້ວເກັບໃສ່ກະປຸກອັດຝາແໝ້ນໆບໍ່ໃຫ້ລົມເຂົ້າເທົ່ານັ້ນ

ແຈ່ວໝາກເຂືອ ເປັນແຈ່ວທີ່ແຕ່ລະພື້ນທີ່ຈະມີຊື່ເອີ້ນແຕກຕ່າງກັນໄປ ບາງທ້ອງຖີ່ນເອີ້ນນ່ຽງໝາກເຂືອ ຫຼື ປົ່ນໝາກເຂືອ ແລະ ວິທີເຮັດກໍງ່າຍ ເຄື່ອງປຸງຕ່າງໆກໍມີຢູ່ເຮືຶອນຄົວຢູ່ແລ້ວ ວັດຖຸດິບກໍສາມາດຊື້ໄດ້ຕາມຕະຫຼາດທົ່ວໄປ ຫຼື ຈະປູກເອງກໍໄດ້ ຈະໃສ່ຂຽບໝູຕຳເຂົ້າໄປນຳກໍແຊບໄປອີກແບບ ຈະກິນກັບຜັກສົດ ຫຼື ຜັກລວກ ກໍ່ໄດ້ຄຸນຄ່າທາງໂພສະນາການ ແລະ ໃຍອາຫານ ເຊິ່ງສາມາດຊ່ວຍປ້ອງກັນການຍຶງທ້ອງ ແຊບ ແລະ ມີປະໂຫຍດພ້ອມເດີ້

ແຈ່ວປາກະເຕົາ ເມນູແຈ່ວພື້ນບ້ານປະຈຳພາກໃຕ້ຈະມີລົດຊາດຂົມນ້ອຍໆຂອງປາ ຕັດກັບຄວາມເຜັດ ກິນຄູ່ກັບຜັກອີຄູ້ແມ່ນເຂົ້າກັນດີ ຫຼື ຈະກິນກັບຜັກດິບອື່ນໆ ຫຼື ລວກຜັກກໍແຊບ ການຕຳແຈ່ວນີ້ວັດຖຸດິບໃສ່ບໍ່ຫຼາຍ ພຽງຈີ່ໝາກເຜັດ ຫົວບົວ ຫົວຜັກທຽມ ແລະ ປີ້ງປາຕຳໃສ່ກັນໃຫ້ລະອຽດແລ້ວປຸງລົດຕາມໃຈມັກໄດ້ເລີຍ

ແຈ່ວໂອດ

ໂອດບອນຈະມີລົດສົ້ມໜ້ອຍໜຶ່ງ ຄ້າຍຄືສົ້ມຜັກອື່ນໆ ແຕ່ພິເສດຄືຈະມັນໆຫອມໆ ແລະ ມີກີ່ນທີ່ເປັນເອກະລັກຂອງມັນ ສາມາດນໍາປຸງແຕ່ງເປັນແຈ່ວໂອດໃສ່ປາ ຫຼື ຈະເປັນເອາະກໍໃຫ້ລົດຊາດທີ່ແຊບ ອີກທັງໂອດບອນຍັງຊ່ວຍໃຫ້ຂັບຖ່າຍສະດວກອີກດ້ວຍ

ນອກຈາກນີ້, ກໍຍັງມີແຈ່ວອີກຫຼວງຫຼາຍໃນແຕ່ລະພາກ ແລະ ທ້ອງຖີ່ນທີ່ເປັນເອກະລັກ ແລ້ວບ້ານຂອງທ່ານເດມີແຈ່ວຈໍ້າປະຈຳວັນບໍ່ ມາໂຊໃຫ້ເບິ່ງແດ່

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້