Monday, April 21, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 16 ຕຸລາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ເກົາຫຼີ ສົ່ງເຄື່ອງນຸ່ງຫົ່ມເພື່ອມາຊ່ວຍເຫຼືອປະຊາຊົນທຸກຍາກທີ່ຫ່າງໄກຊອກຫຼີກຂອງ ສປປ ລາວ

ສະພາກາແດງ ສ ເກົາຫຼີ ໄດ້ເລີ່ມຈັດສົ່ງເຄື່ອງນຸ່ງຫົ່ມເພື່ອມາຊ່ວຍເຫຼືອປະຊາຊົນທຸກຍາກ ຢູ່ເຂດຫ່າງໄກສອກຫຼີກຂອງປະເທດລາວ

ໂດຍເລີ່ມມີການຂົນສົ່ງນັບແຕ່ເດືອນກັນຍາ-ຕຸລາ 2021 ນີ້ເຊິ່ງມີຈຳນວນທັງໝົດ 6 ຕູ້ຄອນເທນເນີ, ມີ 14.173 ກ່ອງ, ລວມມູນຄ່າຫູາຍກວ່າ  2,7 ລ້ານໂດລາສະຫະລັດ…ອ່ານຕໍ່

ລາວ ກຽມສະເຫຼີມສະຫຼອງວັນອາຫານໂລກ, ສະຫຼອງວັນສາກົນ ແລະສັບປະດາແຫ່ງຊາດ

ການສະເຫຼີມສະຫຼອງ 2 ວັນດັ່ງກ່າວ ແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດ ໂດຍແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊາດໃນທົ່ວໂລກ

ຍັງເປັນການແຈ້ງເຕືອນ ປຸກລະດົມກໍາລັງແຮງທົ່ວສັງຄົມລາວ, ປ້ອງກັນຜົນເສຍຫາຍ ທີ່ອາດເກີດຂຶ້ນ ແລະ ຮ່ວມກັນແກ້ໄຂຜົນຮ້າຍຂອງໄພພິບັດ ໃຫ້ກັບສູ່ສະພາບປົກກະຕິ…ອ່ານຕໍ່

ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອ ສປປ ລາວ ເພື່ອຕ້ານພະຍາດໂຄວິດ-19

ລັດຖະບານຍີ່ປຸ່ນໄດ້ປະກາດເມື່ອມໍ່ໆມານີ້ໃນການໃຫ້ການຊ່ວຍເຫຼືອແບບສຸກເສີນດ້ານອຸປະກອນການແພດໃຫ້ແກ່ ສປປ ລາວ

ຊຶ່ງປະກອບມີ ເຄື່ອງຜະລິດອົກຊີເຈນ 100 ເຄື່ອງ, ເຄື່ອງດູດຂີ້ສະເຫຼດ 100 ເຄື່ອງ ແລະ ເຄື່ອງຕິດຕາມອາການຊີວິດ 100 ເຄື່ອງ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.