ຖືວ່າເປັນຂ່າວດີສຳລັບຜູ້ທີ່ໃຊ້ Windows 10 ຢາກຈະອັບເດດເປັນ Windows 11 ເພາະ Microsoft ເລີ່ມເປີດໃຫ້ກວດສອບຄວາມເຂົ້າກັນໄດ້ລະຫວ່າງຮາດແວຂອງເຄື່ອງ ກັບຄວາມຕ້ອງການຂອງ Windows 11 ແລ້ວ ພຽງແຕ່ກວດເບິ່ງໃນ Windows Update ເທົ່ານັ້ນ

ສຳລັບວິທີກວດສອບແມ່ນເຂົ້າໄປທີ່ຕັ້ງຄ່າ (Settings) >> Update & Security >> Windows Update >> ຈາກນັ້ນເລືອກ Check for update ຫຼືດາວໂຫລດໂປແກຣມ PC Health Check ເພື່ອກວດສອບວ່າຄອມເຈົ້າສາມາດອັບເດດໄດ້ບໍ່ ໂດຍທຸກເຄື່ອງທີ່ຜ່ານການກວດສອບແລະໃຊ້ Windows 10 ຂອງແທ້ ທີ່ອັບເດດເປັນເວີຊັ້ນລ່າສຸດແລ້ວ ຈະສາມາດຕິ້ງຕັ້ງ Windows 11 ໄດ້ຟີ ໂດຍກຳນົດເວລາທີ່ຈະເດດໄດ້ນັ້ນ ໄວທີ່ສຸດຄືປາຍປີນີ້ ຂຶ້ນຢູ່ກັບຮາດແວທີ່ໃຊ້ ແຕ່ສຳລັບເຄື່ອງທີ່ຊື້ໃຫມ່ຕັ້ງແຕ່ເດືອນຕຸລາ 2021 ເປັນຕົ້ນໄປ ເລີ່ມມີບາງຍີ່ຫໍ້ຈຳໜ່າຍພ້ອມກັບ Windows 11 ແລ້ວ
ຟີເຈີ ທີ່ຍັງມີຢູ່ ແລະ ເອົາອອກຈາກ WINDOWS 11
- Cortana – ຍັງມີຢູ່ ແຕ່ບໍ່ສະແດງຕອນຕິດຕັ້ງ ແລະບໍ່ຢູ່ໃນແຖບງານ (Taskbar) ອີກຕໍ່ໄປ
- Desktop wallpaper (ພາບພື້ນຫຼັງ) – ຈະບໍ່ຍ້າຍຕາມ Account ຂອງຜູ້ໃຊ້ງານ ເຖິງຈະລ໋ອກອິນຊື່ດຽວກັນ
- Internet Explorer – ຈະຫາຍໄປ ໂດຍຈະແທນທີ່ດ້ວຍ Edge ຢ່າງເຕັມຮູບແບບ ແຕ່ຈະຍັງເຮັດວຽກແບບ Internet Explorer ໄດ້ ດ້ວຍການໃຊ້ໂຫມດ IE
- Management capabilities – ສຳລັບອົງກອນສາມາດປັບແຕ່ງ Start ແລະ Taskbar ໃນແບບຂອງແຕ່ລະອົງກອນໄດ້ແລ້ວ ໂດຍກຳນົດໄດ້ວ່າຈະໃຫ້ປັກໝຸດ (PIN) ໂປແກຣມຫຍັງໄວ້ໃຫ້ຕິດຢູ່ກັບ taskbar ໄດ້ແນ່
- Math Input Panel – ບໍ່ໄດ້ຕິດຕັ້ງມາໃຫ້ໃນຄັ້ງທຳອິດ ແຕ່ສາມາດຕິດຕັ້ງເມື່ອຕ້ອງການໃຊ້ງານໄດ້
- Multi-App Kiosk Mode – ໃນໂຫມດ Kiosk ຂອງ Windows 11 ຈະບໍ່ສາມາດເປີດແອັບ ຫຼາຍໆໂຕໄດ້ອີກຕໍ່ໄປ
- Quick Status – ຖືກຖອດອອກຈາກໜ້າ Lockscreen ໃນ Windows 11 ແລ້ວ
- S Mode – ໃຊ້ງານໄດ້ສະເພາະ Windows 11 Home ເທົ່ານັ້ນ
- Snipping Tool และ Snip and Sketch – ຖືກເອົາມາລວມກັນ ເຫຼືອແຕ່ Snipping Tool
- Start – ເປັນຄຸນນະສົມບັດທິ່ປ່ຽນໄປຫຼາຍໃນ Windows 11 ໂດຍຕັດຄຸນນະສົມບັດໃນການຕັ້ງຊື່ກຸ່ມແອັບອອກ, ຕັດຄຸນນະສົມບັດໃນການປ່ຽນຂະໜາດຂອງເລເອົ້າ, ແອັບທິ່ເຮົາປັກໝຸດເອົາໄວ້ໃນ Windows 10 ຈະຖືກເອົາອອກທັງໝົດ, ແລະ Live Tiles ເຊິ່ງສ່ວນໃຫຍ່ເຮົາບໍ່ໄດ້ໃຊ້ ກໍ່ຖືກເອົາອອກໄປນຳ ປ່ຽນກັບໄປເປັນ Widgets ແທນ
- Tablet Mode – ຖືກຖອດອອກໃນເວີຊັນນີ້
- Taskbar – ມີການປ່ຽນແປງຫຼາຍຢ່າງ ໂດຍຈະຢູ່ທາງກາງຂອງຈໍດ້ານລຸ່ມເທົ່ານັ້ນ ບໍ່ສາມາດຍ້າຍໄປຢູ່ບ່ອນອື່ນໄດ້ຄືກັບເວີຊັນເກົ່າ ການປັບແຕ່ງຂະໜາດຂອງແອັບກໍ່ເຮັດບໍ່ໄດ້ແລ້ວ ແລະຍັງຕັດໄອຄອນບາງໂຕອອກຈາກ System Tray ອີກດ້ວຍ
- Timeline – ຖືກຖອດອອກເຊັ່ນກັນ ແຕ່ຈະໄປໃຊ້ງານຄຸນນະສົມບັດໃນລັກສະນະດຽວກັນໄດ້ໃນ Edge
- Touch Keyboard – ຕັດຄຸນນະສົມບັດໃນການເຄື່ອນທີ່ອອກຈາກຕໍ່າແໜ່ງເກົ່າ (dock and undock) ໃນກໍລະນີທີ່ເຮັດວຽກເທິງໜ້າຈໍໃຫຍ່ຕັ້ງແຕ່ 18 ນິ້ວຂຶ້ນໄປ
- Wallet – ຖອດອອກ
- Windows Store ສຳລັບທຸລະກິດ และ Windows Store ສຳລັບການສຶກສາ – ຖອດອອກຈາກແທັບ Private ໃນເວີຊັ້ນນີ້

ແອັບທີ່ຕ້ອງຕິດຕັ້ງເອງໃນພາຍຫຼັງ
ມີແອັບຢູ່ 4 ໂຕ ທີ່ບໍ່ໄດ້ຕິດຕັ້ງໃຫ້ໃນ Windows 11 (ສະເພາະກໍລະນີລ້າງເຄື່ອງຕິດຕັ້ງໃຫມ່) ແຕ່ຍັງສາມາດດາວໂຫລດຈາກ Windows Store ໄດ້ເອງພາຍຫຼັງ ຄື:
- 3D Viewer
- OneNote for Windows 10
- Paint 3D
- Skype
ດັ່ງນັ້ນ ກ່ອນຈະອັບເດດ Windows 11 ອ່ານຂໍ້ມູນໃຫ້ລະອຽດກ່ອນ ເນື່ອງຈາກວ່າບາງຟີເຈີກໍ່ບໍ່ສາມາດໃຊ້ໄດ້ໃນ Windows 11 ແລະບາງສິ່ງກໍ່ຈະຫາຍໄປຫຼັງອັບເດດເປັນ Windows 11