Saturday, April 26, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນທີ 23 ຕຸລາ 2021 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ການຄ້ານະຄອນຫຼວງວຽງຈັນ ໃນ 6 ເດືອນຕົ້ນປີ 2021 ຂາດດຸນການຄ້າຫຼາຍລ້ານໂດລາ

6 ເດືອນຕົ້ນປີ 2021 ນີ້ນະຄອນຫຼວງວຽງຈັນ ຂາດດຸນການຄ້າຫຼາຍກວ່າ 16 ລ້ານໂດລາ ໝາຍຄວາມວ່າ ນະຄອນຫຼວງວຽງຈັນ ມີມູນຄ່າການສົ່ງອອກໜ້ອຍ ກວ່າມູນຄ່າສິນຄ້ານໍາເຂົ້າ

ການສົ່ງອອກ 6 ເດືອນຕົ້ນປີ ມີມູນຄ່າທັງໝົດ 806,67 ລ້ານໂດລາ ແລະສິນຄ້ານໍາເຂົ້າມີມູນຄ່າທັງໝົດ 973,83 ລ້ານໂດລາສະຫະລັດ, ສ່ວນໃຫຍ່ແມ່ນສິນຄ້າປະເພດຮັບໃຊ້ວຽກງານອຸດສາຫະກຳ, ພາຫະນະ…ອ່ານຕໍ່

ຜູ້ທີ່ມີຄວາມສ່ຽງສູງທີ່ຈະຕິດເຊື້ອພະຍາດໂຄວິດ-19 ແມ່ນຜູ້ສູງອາຍຸ

ປັດຈຸບັນນີ້ປະເທດລາວມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ລາຍວັນ ຊຶ່ງຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ສູງອາຍຸທີ່ບໍ່ໄດ້ຮັບການສັກວັກຊິນ, ມີໂລກປະຈໍາຕົວ ແລະ ໄປພົບໝໍຊ້າ ດັ່ງນັ້ນລູກຫຼານຄວນພາພວກເພີ່ນໄປສັກວັກຊິນ

ເພາະການສັກວັກຊິນແມ່ນວິທີທີ່ດີທີ່ສຸດໃນການສ້າງພູມຕ້ານທານປ້ອງກັນພະຍາດດັ່ງກ່າວ ແລະ ເມື່ອເປັນແລ້ວພະຍາດດັ່ງກ່າວກໍຈະບໍ່ແຜ່ເຊື້ອຮ້າຍແຮງ, ສາມາດຫຼຸດຜ່ອນການເສຍຊີວິດໄດ້ ແລະ ອີກຢ່າງໜຶ່ງລູກຫຼານບໍ່ຄວນໄປຢູ່ໃກ້ເພີ່ນໃນໄລຍະນີ້ເພາະພວກເພີ່ນມີຄວາມສ່ຽງສູງ…ອ່ານຕໍ່

ສູນຄວບຄຸມການເດີນລົດໄຟລາວ-ຈີນ ເປີດນໍາໃຊ້ແລ້ວ

ສູນຄວບຄຸມການເດີນລົດໄຟຂອງໂຄງການທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ເມື່ອວັນທີ 20 ຕຸລາ 2021 ທີ່ຜ່ານມາກ່ອນທີ່ຈະເປີດການນໍາໃຊ້ທາງລົດໄຟຢ່າງເປັນທາງການໃນມື້ວັນທີ 2 ທັນວາ

ພະນັກງານຄວບຄຸມການຈັດສົ່ງ ສາມາດດຳເນີນການອອກຄຳສັ່ງຕ່າງໆເທີງໜ້າຈໍຄອມພີວເຕີ້ໄດ້ ເຊັ່ນ: ຄຳສັ່ງໃຫ້ຂະບວນລົດໄຟແລ່ນໄປຂ້າງໜ້າ ແລະ ມາຮອດສະຖານີ, ໝາຍເລກລົດໄຟ, ໄລຍະການແລ່ນ, ການແລ່ນໃນແຕ່ລະໄລຍະ ແລະ ການກຳນົດຄວາມໄວຂອງລົດໄຟ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.