ຂໍຂອບໃຈນຳຜູ້ສະໜັບສະໜູນ

ເມື່ອເຂົ້າສູ່ລະດູໜາວ ມີລົມພັດເບົາໆໃນແຕ່ລະມື້ ເຮົາມັກຈະໄດ້ກິ່ນຫອມຂອງດອກໄມ້ ທີ່ມີເອກະລັກສະເພາະ ທີ່ຈະໄດ້ກິ່ນໃນຊ່ວງເດືອນຕຸລາ ຈົນເຖີງເດືອນ ກຸມພາ, ແຕ່ທ່ານຮູ້ບໍ່ວ່າ ດອກໄມ້ທີ່ສົ່ງກິ່ນຫອມເຫຼົ່ານັ້ນ ມີດອກຫຍັງແນ່

ມື້ນີ້, ອິນໄຊລາວ ໄດ້ນໍາເອົາດອກໄມ້ 4 ຊະນິດ ໃນບ້ານເຮົາ ທີ່ມີຄວາມສວຍສົດງົດງາມ ແລະ ສົ່ງກິ່ນຫອມຊວນຫຼົງໄຫຼໃຫ້ຄິດຮອດໄລຍະແຫ່ງການເກັບກ່ຽວເຂົ້າໃນນາ ແລະ ງານບຸນປະເພນີຕ່າງໆ

ດອກກາງຂອງ (Cork tree, Indian cork) ມີຊື່ທາງວິທະຍາສາດວ່າ Millingtonia hortensis L.f.  ສ່ວນແຕ່ລະທ້ອງຖິ່ນກໍ່ຈະມີຊື່ເອີ້ນທີ່ແຕກຕ່າງກັນເຊັ່ນ: ດອກປີບ, ດອກກາງຂອງ ແລະ ກາງດົງ ເປັນຕົ້ນ, ມີລັກສະນະດອກເປັນຊໍ່ກະຈຸກ ແຍກຂະແໜງ ມີຄວາມຍາວປະມານ 10-25 ຊັງຕີແມັດ, ດອກຍ່ອຍຈະປະກອບມີ ກີບລ້ຽງສີຂຽວ ດອກມີກິ່ນຫອມ ມີຄວາມກວ້າງປະມານ 0,5 ຊັງຕີແມັດ ແລະ ຍາວປະມານ 6-10 ຊັງຕີແມັດ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໂດຍໃນປະເທດລາວເຮົາ ມັກຈະນຳເອົາດອກກາງຂອງ ມາບູຊາພຣະ ເນື່ອງ ຈາກມີກິ່ນຫອມ

ດອກອິນທະຫວາ Cape Jasmine/Gardenia Jasmine ມີຊື່ວິທະຍາສາດວ່າ Gardenia augusta (L.) Merr. ຫຼື  Gardenia jasminoides ເປັນຕົ້ນໄມ້ມຸງຄຸນ ສື່ເຖີງຄວາມຈະເລີນ ໝັ້ນຄົງ ແລະ ບໍລິສຸດ, ລັກສະນະເປັນໄມ້ພຸ່ມ, ດອກອອກຊ້ອນກັນເປັນຊັ້ນ ສີຂາວ ກິ່ນຫອມ ໂດຍສະເພາະຊ່ວງແລງໆ ຫາ ຊ່ວງເຊົ້າຈະມີກິ່ນຫອມເປັນພິເສດ

ດອກລຳດວນ White cheesewood ມີຊື່ວິທະຍາສາດວ່າ Melodorum fruticosum Lour  ອອກດອກດຽວ ຫຼື ອອກເປັນຊໍ່ແບບກະຈຸກປະມານ 2-3 ດອກ, ໂດຍຈະອອກຕາມຊອກໃບ ຫຼື ປາຍກິ່ງ ດອກເປັນສີເຫຼືອງນວນ ມີກິ່ນຫອມ

ດອກວາດສະໜາ (Dracaena) ມີຊື່ວິທະຍາສາດວ່າ Dracaena fragrans (L.) Ker-GawI ລັກສະນະເປັນໄມ້ພຸ່ມ ດອກອອກເປັນຊໍ່ ສີບົວອ່ອນ ເຖີງຂາວ ບາງຕອນກາງຄືນ ມີກິ່ນຫອມແຮງ ມັກພົບໄດ້ໃນຊ່ວງກາງ ຫຼື ປາຍໜາວ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້