ໃນໄລຍະການລະບາດຂອງໂຄວິດ-19 ແມ່ຍິງຖືພາຄວນປ້ອງກັນຕົນເອງຢ່າງເຂັ້ມງວດ ເພາະຫາກຕິດເຊື້ອພະຍາດໂຄວິດ-19 ກໍ່ຈະສົ່ງຜົນກະທົບທີ່ຮຸນແຮງຫຼາຍກວ່າຄົນທົ່ວໄປ ໂດຍສະເພາະແມ່ຍິງຖືພາທີ່ໃກ້ຈະເກີດລູກ ເນື່ອງຈາກວ່າມົດລູກກະຄ່ອຍໆຂະຫຍາຍຕົວ ເຮັດໃຫ້ປອດຂອງແມ່ຍິ່ງຂະຫຍາຍຕົວໄດ້ບໍ່ດີເທົ່າທີ່ຄວນ ແລະ ຫາກພົບວ່າຕິດເຊື້ອ ຍິ່ງເຮັດໃຫ້ເກີດພາວະປອດອັກເສບສູງ

ອິນໄຊລາວ ໄດ້ນຳຂໍ້ມູນຈາກເວັບໄຊ ໂຮງໝໍ ສີຄະຣິນ ກ່ຽວກັບຂໍ້ມູນທີ່ຄວນຮູ້ ສຳລັບແມ່ຍິງຖືພາ (ໃກ້ເກີດ) ໃນຊ່ວງໂຄວິດ-19
- ຫາກຖືພາ ແນະນຳໃຫ້ໄປຝາກທ້ອງຕາມປົກກະຕິ
- ໃສ່ໜ້າກາກອະນາໄມ ຕະຫຼອດເມື່ອຢູ່ນອກເຮືອນ
- ໝັ່ນລ້າງມື ຖືແອວກໍຮໍຕິດໂຕເມື່ອອອກໄປນອກ ເພື່ອອະນາໄມມື ເມື່ອຈັບສິ່ງຂອງອຶ່ນໆ
- ຫຼີກລ້ຽງການສຳພັດດວງຕາ ປາກ ແລະ ດັງ
- ບໍ່ຢູ່ໃກ້ຊິດກັບຜູ້ທີ່ມີອາການໄອ ຫຼື ຈາມ
- ບໍ່ໄປບ່ອນຊຸມຊົນ ແອອັດ ເພື່ອຫຼຸດຄວາມສ່ຽງ
- ຮັກສາໄລຍະຫ່າງຈາກຄົນອຶ່ນ 1,5 ແມັດ
- ບໍ່ໃຊ້ເຄື່ອງຮ່ວມກັບຄົນອຶ່ນ ເຊັ່ນ: ຈອກ ຖ້ວຍ ບ່ວງ ແລະ ອຶ່ນໆ
- ກິນອາຫານໃຫ້ຄົບ 5 ໝວດ
- ພັກຜ່ອນຢ່າງນ້ອຍ 8-10 ຊົ່ວໂມງ/ວັນ
- ບໍ່ວິຕົກກັງວົນເກີນໄປ ແລະ ເຮັດກິດຈະກຳອຶ່ນໆ ເພື່ອຜ່ອນຄາຍ
- ຮັກສາສຸຂະພາບໃຫ້ຫຼາຍກວ່າໄລຍະຖືພາທຳອິດ
- ຖ້າມີອາການທີ່ຜິດປົກກະຕິ ໃຫ້ໄປພົບແພດທັນທີ
ນອກຈາກນີ້ແລ້ວ, ເວັບໄຊ ໂຮງໝໍ ເວດທານີ ຍັງໃຫ້ຮູ້ກ່ຽວກັບແມ່ລູກອ່ອນທີ່ມີຄວາມກັງວົນໃຈກັບການແຜ່ລະບາດຂອງພະຍາດໂຄວິດ-19 ທັງໃນເລື່ອງຂອງການຮັບວັກຊີນ ແລະ ການໃຫ້ນົມລູກ ວ່າ
Q: ໃນຂະນະທີ່ຖືພາຢູ່ ສາມາດຮັບວັກຊີນກັນໂຄວິດ-19 ໄດ້ບໍ່
A: ໄດ້ ໂດຍແນະນຳໃຫ້ສັກວັກຊີນຫຼັງອາຍຸການຖືພາໄດ້ 12 ອາທິດຂຶ້ນໄປ ກໍລະນີມີຄວາມກັງວົນໃຈ ຫຼື ມີພະຍາດປະຈຳຕົວ ແນະນຳໃຫ້ປຶກສາແພດທີ່ຝາກທ້ອງ ເພື່ອປະເມີນຂໍ້ຫ້າມສະເພາະບຸກຄົນກ່ອນ

Q: ແມ່ລູກອ່ອນຕິດໂຄວິດ-19 ສາມາດໃຫ້ນົມລູກໄດ້ບໍ່
A: ສາມາດໃຫ້ນົມລູກໄດ້ ໂດຍແມ່ຈະຕ້ອງໃສ່ໜ້າກາກຕະຫຼອດເວລາ ແລະ ລ້າງມືສະໝໍ່າສະເໝີກ່ອນ ແລະ ຫຼັງໃຫ້ນົມລູກ ລວມເຖີງກ່ອນແລະ ຫຼັງການສຳພັດສິ່ງຂອງຕ່າງໃນການໃຫ້ນົມລູກ ກໍລະນີທີ່ບໍ່ໄດ້ໃຫ້ນົມຜ່ານເຕົ້ານົມ ກ່ອນສຳພັດອຸປະກອນທີ່ໃຊ້ໃນການປໍ້ານົມ ແລະ ເກັບນໍ້ານົມ ລະວັງການປົນເປື້ອນຂອງສານຄັດຫຼັ່ງຈາກນ້ຳມູກ/ນໍ້າລາຍ/ເສມຫະ/ນໍ້າຕາ ແລະ ອຶ່ນໆ ໄປຫາແອນ້ອຍ ແລະ ນ້ຳນົມ (ຖ້າຫາກແມ່ຈຳເປັນຕ້ອງໄດ້ຮັບຢາຕ້ານໄວຣັສ ເພື່ອຮັກສາໂຄວິດ-19 ໃຫ້ຢຸດການໃຫ້ນົມໄປກ່ອນ)

Q: ແມ່ລູກອ່ອນທີ່ຮັບການສັກວັກຊີນກັນໂຄວິດ-19 ສາມາດໃຫ້ນົມໄດ້ບໍ່
A: ສາມາດໃຫ້ນົມໄດ້ຕາມປົກກະຕິ ໂດຍປະຕິບັດຕາມຂັ້ນຕອນການຮັບວັກຊີນແບບບຸກຄົນທົ່ວໄປ
ແນວໃດກໍ່ຕາມ, ນອກຈາກແມ່ຍິງຖືພາແລ້ວ ຜູ້ທີ່ມີພະຍາດປະຈຳຕົວ ລວມເຖີງເດັກນ້ອຍ ແລະ ບຸກຄົນທົ່ວໄປ ກໍ່ຍັງຕ້ອງໄດ້ເບີ່ງແຍງ ແລະ ປ້ອງກັນຕົນເອງເປັນພິເສດ ແລະ ມີການປັບປ່ຽນການດຳລົງຊີວິດປົກກະຕິແບບໃຫມ່ ໃຫ້ໄດ້
Hits: 0