ຄືກັບທີ່ພວກເຮົາຮູ້ດີແລ້ວວ່າ ໂຄວິດ-19 ໄດ້ກະທົບຕໍ່ກັບຫຼາຍພາກທຸລະກິດ ແຕ່ມື້ນີ້, ອິນໄຊລາວ ຈະພາທຸກຄົນໄປຮູ້ຈັກກັບ ໜຶ່ງທຸລະກິດ ທີ່ສາມາດສ້າງລາຍຮັບໄດ້ດີ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19

ອິນໄຊລາວ ໄດ້ມີໂອກາດໂອ້ລົມກັບ ທ່ານ ນາງ ສຸວັນນາ ສົມຈັນມະວົງ ອາດີບນັກສຶກສາ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ພາກເໜືອ ຜູ້ທີ່ປະກອບທຸລະກິດແບບປະສົມປະສານ ທັງລ້ຽງກົບ ລ້ຽງໄກ່ ແລະ ປູກຜັກຕາມລະດູການ ຂາຍສົ່ງໃນຕະຫຼາດທົ່ວເມືອງຫ້ວຍຊາຍ

ທ່ານ ນາງ ສຸວັນນາ ໄດ້ເລົ່າໃຫ້ອິນໄຊລາວຟັງວ່າ: ຈຸດເລີ່ມຕົ້ນຂອງການເຮັດທຸລະກິດກ່ຽວກັບກະສິກຳນີ້ ແມ່ນສືບເນື່ອງຈາກຕົນເອງ ແມ່ນຮຽນຈົບສາຍກະສິກຳ ແລະ ໃນໄລຍະການຮຽນນັ້ນ ແມ່ນໄດ້ຮັບທືນຈາກໂຄງການ (ຂໍສະຫງວດຊື່ໂຄງການ) ຈຳນວນໜື່ງ ແລະ ນັ້ນກໍ່ຖືວ່າເປັນຈຸດເລີ່ມຕົ້ນ ແລະ ຕໍ່ຍອດມາຮອດປັດຈຸບັນ, ເຊີ່ງປັດຈຸບັນ ໄດ້ມີການຂະຫຍາຍຟາມລ້ຽງກົບຈາກປົກກະຕິມີ 5 ກະຊັງ ແລະ ໄດ້ເພີ່ມມາເປັນ 18 ກະຊັງ, ນອກຈາກນີ້ ຍັງໄດ້ມີການຂະຫຍາຍພັນເອງ ຈາກເມື່ອກ່ອນແມ່ນຊື່ລູກຮວກມາລ້ຽງ

ນອກຈາກການລ້ຽງກົບແລ້ວ ພວກເຮົາຍັງໄດ້ມີການລ້ຽງໄກ່ດູກດຳ, ໄກ່ແຈະ ແລະ ມີການປູກຜັກຕາມລະດູການອີກດ້ວຍ ເພື່ອເປັນຊ່ອງທາງເພີ່ມເຕີມ ສຳລັບຊ່ວງທີ່ເຮົາບໍ່ໄດ້ຂາຍກົບ ຫຼື ຊ່ວງທີ່ກົບຈຳສິນ

ທ່ານ ນາງ ສຸວັນນາ ຍັງໄດ້ກ່າວຕື່ມວ່າ: ຫຼັງຈາກທີ່ມີການລະບາດຂອງພະຍາດໂຄວິດ-19 ກໍ່ບໍ່ໄດ້ຮັບຜົນກະທົບພໍເທົ່າໃດ ເນື່ອງຈາກວ່າ ບໍ່ມີກົບທີ່ນຳເຂົ້າຈາກຕ່າງປະເທດ ເຮັດໃຫ້ກົບພາຍໃນຟາມຂອງພວກເຮົາ ໄດ້ຂາຍດີກວ່າປົກກະຕີ, ແຕ່ຈະໄດ້ຮັບຜົນກະທົບຈາກຄ້າຫົວອາຫານ ທີ່ມີການປັບລາຄາຂຶ້ນເລັກນ້ອຍເທົ່ານັ້ນ

ສຳລັບອານາຄົດ ແມ່ນຢາກຈະຂະຫຍາຍທຸລະກິດໃຫ້ໃຫ່ຍ ແລະ ສາມາດຕອບສະໜອງໃຫ້ຜູ້ບໍລິໂພກໄດ້ຫຼາຍຂຶ້ນ, ສະເພາະການຂາຍກົບ ປີໜື່ງແມ່ນຈະມີລາຍຮັບປະມານ 15,000,000 ລ້ານກີບ

“ເຖິງວ່າການຮຽນກະສິກຳ ຈະເປັນສາຍອາຊີບທີ່ບໍ່ຫຼຸຫຼາ ແຕ່ວິຊາທີ່ໄດ້ມາ ຈະຕິດໂຕເຮົາໄປ ແລະ ສາມາດສ້າງອາຊີບລ້ຽງຄອບຄົວໄດ້” ສຸວັນນາ ກ່າວ
Hits: 0