ໃນຍຸກປັດຈຸບັນ, ເຕັກໂນໂລຢີມີການປ່ຽນແປງຢ່າງໄວວາ ຄົນລຸ້ນໃໝ່ເຄີຍສົງໄສບໍ່ວ່າ ໃນອະດີດ ທີ່ຍັງບໍ່ມີອິນເຕີເນັດ ແລະ ແອັບພລິເຄຊັ່ນສື່ສານຕ່າງໆ ເຊັ່ນ: Facebook ຫຼື Line, ຄົນລຸ້ນເກົ່າມີວິທີຈີບສາວແນວໃດ
ມື້ນີ້ ອິນໄຊລາວ ໄດ້ຮວບຮວມເອົາວິທີຈີບສາວສຸດຄລາສສິກຂອງຄົນຍຸກ 90 ທີ່ໃຊ້ໃນການຈີບສາວມາໃຫ້ທຸກຄົນໄດ້ຮູ້ ມີວິທີໃດແດ່ ມາເບິ່ງນຳກັນເລີຍ!
ຂຽນຈົດໝາຍ
ຖືວ່າເປັນວິທີທີ່ຄລາສສິກທີ່ສຸດ ເພາະນິຍົມກັນໃຊ້ມາດົນນານທີ່ສຸດ ເຊິ່ງເຊື່ອວ່າປັດຈຸບັນ ຍັງມີຄົນໃຊ້ຢູ່ ເພາະດ້ວຍອຸປະກອນທີ່ຫາໄດ້ງ່າຍ, ມີພຽງບິກ ຫຼື ສໍ ແລະ ເຈ້ຍ. ກໍ່ສາມາດຂຽນບອກຄວາມຮູ້ສຶກໄດ້ແລ້ວ

ຂໍເພງຕາມວິທະຍຸ
ເປັນວິທີໜຶ່ງທີ່ຈິງໃຈສຸດໆ ໂດຍການສົ່ງຂໍ້ຄວາມ ຫຼື ໂທເຂົ້າໄປລາຍການວິທະຍຸ ແລ້ວຂໍເພງຝາກໃຫ້ອີກຄົນ ໂດຍບາງຄົນກໍ່ມີການຝາກຄວາມຮູ້ສຶກໄປນຳອີກດ້ວຍ

ຮ້ອງເພງ, ຫຼິ້ນກີຕ້າ
ເປັນອີກວິທີໜຶ່ງທີ່ຄລາສສິກ ແລະ ມີສະຕາຍຂອງຄົນຍຸກ 90 ກໍ່ຄືການຮ້ອງເພງບອກຄວາມຮູ້ສຶກ ຫຼື ອາດຈະຮ້ອງເພງນຳ ຫຼີ້ນກີຕ້າໄປນຳ ຖືວ່າມີສະເໜ່ສຸດໆ

ສາຍເປ ຊື້ຂະໜົມ ຕຸກກະຕາ ຫຼື ດອກໄມ້
ບອກຄວາມຮູ້ສຶກຜ່ານສິ່ງຂອງ ຊື້ຂອງຂວັນໃຫ້ທຸກເທດສະການ ແລະ ໃນປັດຈຸບັນ ກໍ່ຍັງມີການໃຫ້ຂອງຂວັນກັນແບບນີ້ຢູ່

ຂໍ້ຄວາມ 1000 ສະບັບ
ຕົກມາໃນຍຸກທີ່ເລີ່ມມີຄວາມທັນສະໄໝຂຶ້ນແນ່ ກໍ່ຄືການສົ່ງຂໍ້ຄວາມຜ່ານໂທລະສັບ ຫຼື ຫຼາຍໆຄົນຈະຮູ້ຈັກກັນດີກັບແພັກແກັດຂໍ້ຄວາມ 1000 ສະບັບ ທີ່ແຊັດແຕ່ເຊົ້າຈົນຄໍ່າ ຖາມກັນທຸກຢ່າງ
ນອກຈາກນີ້ແລ້ວ ເຈົ້າເຄີຍຈີບສາວແບບໃດອີກແນ່
Hits: 1