ດັ່ງທີ່ທຸກຄົນຊາບດີແລ້ວວ່າ: ການຕໍ່ສູ້ກູ້ຊາດຂອງປະຊາຊົນບັນດາເຜົ່າໃນປະເທດລາວ ໄດ້ຜ່ານຜ່າມາຫຼາຍຍຸກຫຼາຍສະໄໝ ດ້ວຍນ້ຳໃຈຮັກຊາດອັນໜັກແໜ້ນ ເຊັ່ນດຽວກັນກັບ ການຕໍ່ສູ້ຂອງພໍ່ກະດວດ
ພໍ່ກະດວດ ເປັນຄົນທ້ອງຖິ່ນ ເມືອງພີນ ແຂວງສະຫວັນນະເຂດ ມີຊື່ແທ້ວ່າ “ອາຊີ ” ເປັນຄົນຊົນເຜົ່າບຣູ ພໍ່ຊື່ວ່າ: ອາຍັງ ແລະ ແມ່ຊື່ວ່າ ບຸນທົນ, ອາຢິ ມີລູກສອງຄົນ, ຜູ້ກົກຊື່ວ່າ ນາງກະລ່ວຍ, ຜູ້ທີ່ສອງ ຊື່ວ່າ ກະດວດ. ໃນເວລາທີ່ເພິ່ນໄດ້ເຄື່ອນໄຫວຕໍ່ຕ້ານພວກຝຣັ່ງຢູ່ເຂດເມືອງຈໍາພອນ (ແກ້ງກອກ) ນັ້ນເພິ່ນໄດ້ພາລູກຊາຍ (ທ້າວ ກະດວດ) ໄປເຄື່ອນໄຫວນຳ, ດັ່ງນັ້ນ ຊາວເມືອງຈຳພອນ ຈິ່ງເອີ້ນ ອາຊີ ວ່າ ພໍ່ກະດວດ

ດ້ວຍນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ ບໍ່ຍອມກົ້ມຫົວໃຫ້ຊາວຕ່າງດ້າວ, ຊາວເມືອງພີນ ແຂວງສະຫວັນນະເຂດ ເຊິ່ງຢູ່ພາຍໃຕ້ການນໍາພາຂອງພໍ່ກະດວດ ໄດ້ລຸກຂຶ້ນຕໍ່ສູ້ຕ້ານການປົກຄອງຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ.
ຍ້ອນທົນຕໍ່ການກົດຂີ່ຂູດຮີດຢ່າງໜັກໜ່ວງຂອງ ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຍ້ອນມີນ້ຳໃຈ ຮັກຊາດຮັກບ້ານເກີດເມືອງນອນອັນສູງສົ່ງຂອງພໍ່ກະດວດ, ດັ່ງນັ້ນ, ພໍ່ກະດວດ ຈິ່ງໄດ້ເລີ່ມເຄື່ອນໄຫວຕໍ່ຕ້ານຝຣັ່ງຢູ່ເມືອງພີນ ດ້ວຍການປຸກລະດົມຂົນຂວາຍ ປະຊາຊົນລຸກຂຶ້ນຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຈັດຕັ້ງກໍາລັງຂຶ້ນເພື່ອເຄື່ອນໄຫວຕໍ່ຕ້ານການເກັບສ່ວຍສາອາກອນ ແລະ ເຄື່ອນໄຫວປຸກລະດົມນ້ຳ ໃຈຮັກຊາດ ດ້ວຍຫຼາຍວິທີການ ເຊັ່ນ: ວິທີການເຕົ້າໂຮມປະຊາຊົນ ແລ້ວເລົ່າປະຫວັດ ຄວາມເປັນມາຂອງຊາດລາວເຮົາ ໂດຍສະເພາະ ແມ່ນສະໄໝທີ່ຄົນລາວເສຍເອກະລາດໃຫ້ແກ່ສະຫຍາມ. ການລຸກຂຶ້ນກອບກູ້ເອກະລາດພາຍໃຕ້ການນຳພາ 2 ຂອງ ເຈົ້າອະນຸວົງ. ການເຊັນສົນທິສັນຍາ ລະຫວ່າງ ຈັກກະພັດລ່າ ເມືອງຂຶ້ນຝຣັ່ງ ກັບ ສະຫຍາມ ໃນປີ ຄ.ສ 1893 ເພື່ອຕັດແບ່ງດິນແດນລາວ

ດ້ວຍເຫດນັ້ນ, ພໍ່ກະດວດ ຈຶ່ງຖືກຕາມຈັບຈາກອຳນາດການປົກຄອງຂອງພວກຝຣັ່ງ, ສະນັ້ນ ທ່ານຈຶ່ງໄດ້ໜີໄປເຄື່ອນໄຫວຢູ່ເຂດ ເມືອງຈຳພອນ ແຂວງສະຫວັນນະເຂດ.
ພາຍຫຼັງທີ່ທ່ານໄດ້ເຄື່ອນໄຫວຢູ່ເຂດເມືອງຈຳພອນ, ພໍ່ກະດວດກໍໄດ້ຈັດຕັ້ງຂະບວນ “ຜູ້ມີບຸນ ” ຂຶ້ ທີ່ ບ້ານຄຳສີດາ ໂດຍເຕົ້າໂຮມເອົາປະຊາຊົນລາວຜູ້ຮັກຊາດທີ່ມາຈາກຫຼາຍຊົນເຜົ່າ ເຊິ່ງມີ ຍາທ່ານແກ້ວ ( ອົງແກ້ວ ເຊິ່ງເປັນຄົນລະອົງແກ້ວ ທີ່ນຳພາຂະບວນການຕໍ່ສູ້ຢູ່ທາງພາກໃຕ້) ເປັນທີ່ປຶກສາ.
ຫຼັງຈາກໄດ້ເຝິກແອບກຳລັງໄດ້ດີ ພ້ອມທັງສະສົມອາວຸດ ແລະ ສະບຽງອາຫານໄດ້ຈຳນວນໜຶ່ງແລ້ວ ມາເຖິງເດືອນພຶດສະພາ ປີ ຄ.ສ 1901, ພໍ່ກະດວດ ກໍໄດ້ນຳພາຂະບວນການຕໍ່ສູ້ເປີດສາກບຸກໂຈມຕີຝຣັ່ງ ຢຶດເອົາໂຮງການໄປສະນີ ແລະ ຄ້າຍທະຫານຂອ ພວກຝຣັ່ງຢູ່ເມືອງສອງຄອນ, ເຮັດໃຫ້ທະຫານຝຣັ່ງໄດ້ຖືກບາດເຈັບ ແລະ ລົ້ມຕາຍເປັນຈຳນວນຫຼວງຫຼາຍພໍສົມຄວນ ສ່ວນທີ່ຍັງເຫຼືອກໍປົບໜີເຂົ້າເມືອງສະຫວັນນະເຂດ.
ພາຍຫຼັງຢຶດເອົາເມືອງສອງຄອນໄດ້ແລ້ວ, ພໍ່ກະດວດ ໄດ້ປັບປຸງກຳລັງເພື່ອກຽມບຸກຢຶດເອົາເມືອງສະຫວັນນະເຂດ; ເຮັດໃຫ້ພວກຝຣັ່ງຢ້ານກົວ. ສະນັ້ນ, ພວກເຂົາຈິ່ງຟ້າວສັ່ງໃຫ້ທະຫານກອງປາບຈາກເຂດ ໂຕຫງວຽນ ແລະ ພາກກາງຫວຽດນາມ 2 ກອງ ມາສົມທົບກັບກໍາລັງຂອງພວກເຂົາຢູ່ຕົວເມືອງສະຫວັນນະເຂດ ເພື່ອມາປາບປາມຂະບວນການດັ່ງກ່າວ ແຕ່ບໍ່ໄດ້ຮັບຜົນ. ມາໃນວັນ 19 ເມສາ ປີ ຄ.ສ 1902, ຂະບວນການຂອງພໍ່ກະດວດ ໄດ້ປິດລ້ອມຕົວເມືອງສະຫວັນນະເຂດ ແລະ ໂຈມຕີໂຮງການແຂວງ, ທຳລາຍໂຮງໄປສະນີແຂວງ, ຈາກນັ້ນ ກໍປິດລ້ອມຄ້າຍທະຫານ ຝຣັ່ງທີ່ຢູ່ໃນໃຈກາງຕົວເມືອງສະຫວັນນະເຂດ. ທັງ ສອງຝ່າຍໄດ້ມີການປະທະກັນ, ທະຫານຝຣັ່ງຖືກດັບ ສູນເທື່ອລະເລັກລະໜ້ອຍ, ຝຣັ່ງໄດ້ມີຄໍາສັ່ງໃຫ້ເອົາ ທະຫານ 1 ກອງຈາກພາກໃຕ້ຫວຽດນາມ ມາຕີສົມ ທົບອີກ; ພວກເຂົາໄດ້ຍິງປຶນໃຫຍ່ສຸມໃສ່ຂະບວນການ ຕໍ່ສູ້ຂອງພໍ່ກະດວດ ເຮັດໃຫ້ກຳລັງທະຫານຂອງພໍ່ກະດວດ ເສຍຊີວິດເຖິງ 200 ກວ່າຄົນ (ບາງເອກະສານ ວ່າ 300 ກວ່າຄົນ). ເມື່ອເປັນດັ່ງນັ້ນ ພໍ່ກະດວດຈິ່ງ ໄດ້ສັ່ງໃຫ້ກອງທະຫານຂອງຕົນຖອນອອກຈາກຕົວເມືອງ ແລະ ຖອຍໄປເຄື່ອນໄຫວເຖິງເຂດເຊໂປນ ເພື່ອ ປັບປຸງກຳລັງຄືນໃໝ່ ແຕ່ກໍຖືກສັດຕູໄລ່ຕີ. ສະນັ້ນ ທ່ານຈຶ່ງໄດ້ນໍາຂະບວນການດັ່ງກ່າວກັບຄືນໄປເຄື່ອນ ໄຫວະດົງຄຳສີດາ (ເມືອງແກ້ງກອກ )
ມາເຖິງປີ ຄ.ສ 1903 ພວກຈັກກະພັດລ່າເມືອງ ຂຶ້ນຝຣັ່ງ ໄດ້ປິດລ້ອມ ແລະ ບຸກໂຈມຕີທີ່ໝັ້ນຂອງຂະ ບວນການຕໍ່ສູ້ຂອງພໍ່ກະດວດຢ່າງໜັກໜ່ວງ. ສຸດທ້າຍ ພໍ່ກະດວດພ້ອມດ້ວຍນັກຕໍ່ສູ້ຈຳນວນ 300 ຄົນ ຖືກຈັບ ແລະ ຖືກນຳໄປປະຫານຊີວິດຢ່າງໂຫດຮ້າຍປ່າເຖື່ອນທີ່ສຸດ. ພວກເຂົາຕັດຄໍ ແລະ ຖິ້ມຫົວພໍ່ກະດວດລົງໃສ່ໜອງອີງ (ເສັ້ນທາງຈຳພອນ-ສອງຄອນ ). ແຕ່ນັ້ນ ມາຂະບວນການຕໍ່ສູ້ຂອງປະຊາຊົນລາວພາກກາງທີ່ ນໍາພາໂດຍພໍ່ກະດວດກໍສິ້ນສຸດລົງ
ປັດຈຸບັນ, ລັດຖະບານ ໄດ້ມີການປັ້ນຮູບເໝືອນຈຳລອງ ພໍ່ກະດວດ ເພື່ອນຳໄປປະດິດສະຖານໄວ້ທີ່ແຂວງສະຫວັນນະເຂດ ເຊີ່ງຄາດຈະໃຫ້ສຳເລັດພາຍໃນຕົ້ນປີ 2022 ນີ້

Hits: 10