ມາຮອດປັດຈຸບັນ, ຫຼາຍໆປະເທດທົ່ວໂລກ ໄດ້ເລີ່ມມີການສັກວັກຊີນໃຫ້ກັບເດັກນ້ອຍຫຼາຍຂຶ້ນເລື້ອຍໆ
ໂດຍໃນນີ້, ປະເທດຈີນ ໄດ້ມີການອະນຸຍາດໃຫ້ມີການສັກວັກຊີນຊີໂນແວັກ ໃຫ້ກັບເດັກນ້ອຍທີ່ມີອາຍຸຕັ້ງແຕ່ 3 ປີຂຶ້ນໄປໄດ້ແລ້ວ. ໂດຍຍ້ອນກັບໄປເມື່ອເດືອນມິຖຸນາ ຈີນໄດ້ອະນຸຍາດໃຫ້ເດັກນ້ອຍບາງຄົນທີ່ມີອາຍຸລະຫວ່າງ 3-17 ປີ ສາມາດຮັບວັກຊີນຊີໂນແວັກໄດ້ ໂດຍຕັ້ງເປົ້າໝາຍວ່າ ຈະສັກວັກຊີນໃຫ້ໄດ້ 80% ຂອງປະຊາກອນ 1.4 ລ້ານຄົນພາຍໃນທ້າຍປີນີ້
ສຳລັບປະເທດໃນອາຊຽນຂອງພວກເຮົາ, ໄທ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ ແມ່ນເປັນສ່ວນໜຶ່ງຂອງຫຼາຍປະເທດ ທີ່ອະນຸຍາດໃຫ້ເດັກນ້ອຍທີ່ີມີອາຍຸຫຼາຍກວ່າ 12 ປີ ສາມາດຮັບວັກຊີນໄດ້ແລ້ວ
ເຊີ່ງ, ກຳປູເຈຍ ກໍ່ເປັນອີກປະເທດໜຶ່ງໃນອາຊຽນ ທີ່ໄດ້ເລີ່ມສັກວັກຊີນຊີໂນແວັກໃຫເກັບເດັກນ້ອຍ ຕັ້ງແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນໄປ
ທັງນີ້, ທາງດ້ານຂອງອົງການອະນາໄມໂລກ ໄດ້ລະບຸວ່າ: ເດັກນ້ອຍ ແລະ ໄວລຸ້ນ ເມື່ອຕິດໂຄວິດ-19 ແລ້ວ ແມ່ນຈະມີອາການບໍ່ຮຸນແຮງເທົ່າຜູ້ໃຫ່ຍ ໂດຍແນະນຳໃຫ້ລັດຖະບານປະເທດຕ່າງໆ ພິຈາລະນາການຈັດລະດັບຄວາມສຳຄັນດີໆ ເພາະການສັກວັກຊີນໃຫ້ເດັກນ້ອຍ ແມ່ນບໍ່ຮີບດ່ວນເທົ່າກັບການສັກໃຫ້ກັບຜູ້ທີ່ມີພະຍາດຊໍ້າເຮື້ອ ຫຼື ບຸກຄະລາກອນດ້ານໜ້າ
ທັງນີ້, ສໍາລັບໃນ ສປປ ລາວ ແມ່ນໄດ້ມີການອະນຸຍາດຂອງຜູ້ທີ່ມີອາຍຸ 17 ປີຂຶ້ນໄປ ສາມາດໄປຮັບວັກຊີນໄດ້ແລ້ວ, ແຕ່ສຳລັບເດັກນ້ອຍຕໍ່າກວ່າ 17 ປີລົງມາ ແມ່ນຍັງບໍ່ອະນຸຍາດເທື່ອ ໂດຍ ສາຍດ່ວນ 166 ກະຊວງສາທາລະນະສຸກ ໄດ້ແນະນຳວ່າ: ກະຊວງສາທາລະນະສຸກ ຍັງບໍ່ມີການອະນຸຍາດໃຫ້ຜູ້ທີ່ມີອາຍຸຕໍ່າກວ່າ 10 ໄປຮັບວັກຊີນເທື່ອ, ແຕ່ສໍາລັບໃຜທີ່ມີຈະເດີນທາງອອກຈາກຕ່າງປະເທດ ແມ່ນຕ້ອງໄດ້ສັກວັກຊີນຄົບ 2 ໂດສ. ສະນັ້ນ, ຜູ້ປົກຄອງທີ່ຄິດວ່າຈະພາລູກໄປສັກຢູ່ຕ່າງປະເທດ ແມ່ນຍັງບໍ່ໄດ້ເທື່ອ ເນື່ອງຈາກເງື່ອນໄຂການເດີນທາງອອກນອກປະເທດ ຕ້ອງໄດ້ສັກວັກຊີນຄົບຕາມກຳນົດ

ມາຮອດປັດຈຸບັນ, ສປປ ລາວ ສາມາດສັກວັກຊີນໃຫ້ກັບກຸ່ມເປົ້າໝາຍໄດ້ແລ້ວ ເຂັມ 1 ສັກແລ້ວ (45,14%) ແລະ ເຂັມ 2 (38,76%) ສຳລັບນະຄອນຫຼວງວຽງຈັນ ແລະ ແຂວງບໍ່ແກ້ວ ສາມາດສັກໄດ້ກາຍ 50% ແລ້ວ
Hits: 9