ຢາບຳລຸງທາງເພດນັ້ນ ມີຢູ່ຢ່າງຫຼວງຫຼາຍ ແຕ່ຈະໝັ້ນໃຈໄດ້ແນວໃດວ່າມັນປອດໄພ ຈະດີກວ່າບໍ່ ຫາກເຮົາກິນອາຫານທີ່ສາມາດຊ່ວຍເພີ່ມແຂງແຮງທາງເພດໄດ້ເອງ ໂດຍບໍ່ຕ້ອງໄປກັງວົນເຖິງຜົນຂ້າງຄຽງ
ຫອຍນາງລົມສົດ ຊ່ວຍກະຕຸ້ນຄວາມຕ້ອງການທາງເພດ ຊ່ວຍເພີ່ມຄວາມມ່ວນໃນການມີເຊັກ ເພີ່ມລະດັບໂດປາມີນ ແລະ ຍັງມີທາດສັງກະສີສູງ ເຊີ່ງຈະຊ່ວຍເພີ່ມຈຳນວນສະເປີມອີກດ້ວຍ ແຕ່ລະວັງຈະເພີ່ມໄຂມັນໃນເລືອດຫຼາຍໄດ້

ໝາກໂມ ຈາກການຄົ້ນຄວ້າ ຜູ້ຊ່ຽວຊານຫຼາຍທ່ານ ໄດ້ຍົກໃຫ້ໝາກໂມ ເປັນໄວອາກ້າ ຂະໜານໃຫມ່ ຊ່ວຍໃຫ້ການໄຫຼວຽນເລືອດທົ່ວຮ່າງກາຍດີຂຶ້ນ ເພີ່ມສະມັດສະພາບທາງເພດ ແລະ ກະຕຸ້ນຄວາມຍາກໃນຜູ້ຍິງລະດັບເບົາໆ
ຜັກທຽມ ມີສານແອລລິຊິນ (Allicin) ເປັນຕົວເພີ່ມການໄຫຼວຽນເລືອດ ໃຫ້ອະໄວຍະວະເພດ ແນະນຳວ່າຕ້ອງກິນຢ່າງຕໍ່ເນື່ອງ ປະມານ 1 ເດືອນ ຈື່ງຈະໄດ້ຜົນຢ່າງເຕັມທີ່
ໜໍ່ໄມ້ຝຣັ່ງ ອຸດົມໄປດ້ວຍ ວິຕາມິນບີ ແລະ ໂຟເລດ ເຮັດໜ້າທີ່ຊ່ວຍໃນການສ້າງສານ Histamine ທີ່ຊ່ວຍເພີ່ມລະດັບຄວາມຕ້ອງການທາງເພດທັງຂອງຜູ້ຊາຍ ແລະ ຜູ້ຍິງ
ຜັກຕັ້ງຊ່າຍ ຫຼື Celery ມີສານ androsterone ເພື່ອຊ່ວຍເພີ່ມອາລົມໃນທັງຜູ້ຊາຍ ແລະ ຜູ້ຍິງ. ທັງຍັງຊ່ວຍເພີ່ມລະດັບຂອງ pheromones ທີ່ເຮັດໃຫ້ເກີດຄວາມດືງດູດທາງເພດໄດ້

ຊ໊ອກໂກແລັດ ອຸດົມໄປດ້ວຍສານ Phenylethlamine ທີ່ສາມາດກະຕຸ້ນໃຫ້ເກີດຄວາມຕື່ນເຕັ້ນ ແລະ ຮູ້ສຶກດີໃນຊີວິດ
ອາໂວກາໂດ ຊ່ວຍໃຫ້ຫຼອດເລືອດ ແລະ ຫົວໃຈ ເຮັດວຽກໄດ້ດີ ເມື່ອຫົວໃຈແຂງແຮງ ສະມັດຕະພາບທາງເພດກໍ່ຈະດີນຳ
ເມື່ອຮູ້ແບບນີ້ແລ້ວ ຫາກມີໂອກາດຄວນຫາມາກິນເດີ້ເພື່ອນໆ ເພາະນອກຈາກຈະດີຕໍ່ສະມັດຕະພາບທາງເພດແລ້ວ ຍັງມີປະໂຫຍດຕໍ່ສຸຂະພາບອີກດ້ວຍ, ທັງນີ້ ຄວນອອກຳກຳລັງກາຍຢ່າງສະໝໍ່າສະເໝີ ເພື່ອຄວາມແຂງແຮງຂອງຮ່າງກາຍ
ຂໍ້ມູນ: ເດລິນິ້ວ
Hits: 2