ຂໍຂອບໃຈນຳຜູ້ສະໜັບສະໜູນ

ປັດຈຸບັນນີ້ ສປປ ລາວ ແຕ່ລະແຂວງກໍມີວັດວາອາຮາມທີ່ເກົ່າແກ່ ແລະ ສ້າງຂຶ້ນມາໃໝ່ຢ່າງຫຼວງຫຼາຍ ແຕ່ລະວັດກໍຍັງມີໜັງສືທໍາຂຽນໃສ່ໃບລານ ທີ່ເປັນພະຄໍາສອນຂອງພະພຸດທະເຈົ້າ ແລະ ຄວາມຮູ້ຕ່າງໆຂອງຄົນບູຮານ. ຄວາມຈິງແລ້ວ ອັກສອນນີ້ແຕ່ເດີມແມ່ນອັກສອນບາລີ ທີ່ໃຊ້ຢູ່ໃນປະເທດອິນເດຍຕອນໃຕ້, ເພິ່ນໃຊ້ອັກສອນທຳ ຫຼື ອັກສອນບາລີນີ້ ບັນທຶກພະທຳຄໍາສອນ ຂອງພະພຸດທະສາສະໜານິກາຍຫິນະຍານເອີ້ນວ່າ ພະໄຕປີດົກ, ຊົນຊາດລາວເຮົາໄດ້ຮັບເອົາພະໄຕປີດົກດັ່ງກ່າວມາສຶກສາຮ່ຳຮຽນຂຽນອ່ານ “ທຳມະ” ອັນເປັນສັງສອນພະພຸດທະເຈົ້າ ດັ່ງນັ້ນຈຶ່ງເອີ້ນວ່າ “ອັກສອນທໍາ” ຫຼື “ຕົວທໍາ”

ຕາມປື້ມແບບຮຽນ ພາສາລາວ ຊັ້ນມັດທະຍົມສຶກສາປີທີ 5 (ສະບັບປີ 2014) ບົດທີ 16 ໄດ້ລະບຸວ່າ: ໃນສະຕະວັດທີ VIII ອານາຈັກລາວມີຄວາມຈະເລີນຮຸ່ງເຮືອງ ແລະ ມີອານາເຂດກວ້າງ ຂວາງ. ຕາມພົງສາວະດານກ່າວວ່າ ຂຸນບູລົມໄດ້ແຕ່ງຕັ້ງໃຫ້ລູກຊາຍທັງ 7 ຄົນໄປຄອງເມືອງ ຕ່າງໆ, ໃນນັ້ນ ຂຸນລໍຖືກມາປົກຄອງເມືອງຊວາ ປ່ຽນເປັນ ຊຽງດົງ, ຊຽງທອງ ຕາມລຳດັບ, ປະຊາຊົນເຮົາ ໄດ້ພາກັນສ້າງບ້ານເມືອງຂອງຕົນໃຫ້ຈະເລີນຮຸ່ງເຮືອງ ຜ່ານເວລາມາດົນນານຈົນ ຮອດສະໄໝເຈົ້າຟ້າງຸ່ມ ໃນສະຕະວັດທີ XIV ພະອົງໄດ້ທ້ອນໂຮມເຂດແຄວ້ນອານາຈັກເລັກໆ ນ້ອຍໆ ທີ່ຍາດແຍ່ງຊີງອໍານາດກັນຢູ່ເລື້ອຍໆນັ້ນ ເຂົ້າເປັນອານາຈັກດຽວກັນດຽວກັນຊື່ວ່າ ອານາຈັກລາວລ້ານຊ້າງ ໂດຍເອົາເມືອງຊຽງທອງເປັນເມືອງຫຼວງ, ເມື່ອທຳການທ້ອນໂຮມສຳເລັດແລ້ວ ເຫັນວ່າປະຊາຊົນສ່ວນຫຼາຍ ຍັງນັບຖືບັນພະບຸລຸດ ແລະ ຜີຟ້າຜີແຖນຢູ່ ສ່ວນພຸດທະສາສະໜາ ລັດທິມະຫາຍານ ທີ່ເຄີຍຖືມານັ້ນພັດຈືດຈາງໄປ; ພະອົງຈຶ່ງໄດ້ຂໍເອົາພະພຸດທະສາສະໜານິກາຍ ຫິນະຍານມາຈາກປະເທດຂະເໝນ, ເຈົ້າຊີວິດປະເທດຂະເໝນໄດ້ສົ່ງພະສົງ, ນັກປາດອາຈານ ເອົາພະບາງ ແລະ ຄຳພີພະໄຕປີດົກ ທີ່ຂຽນເປັນພາສາບາລີເຂົ້າມາສູ່ອານາຈັກລ້ານຊ້າງ. ຫຼາຍສິບປີຕໍ່ມາເມືອງຊຽງທອງ ເຊິ່ງເປັນນະຄອນຫຼວງສະໄໝເຈົ້າຟ້າງຸ່ມ ກໍໄດ້ປ່ຽນຊື່ເປັນນະຄອນຫຼວງພະບາງ ຕາມຊື່ຂອງພະພຸດທະຮູບສັກສິດອົງນີ້, ເມື່ອມາເຖິງສະໄໝພະເຈົ້າໂພທິສາ ລະລາດ ພະພຸດທະສາສະໜາຍິ່ງຮຸ່ງເຮືອງຂຶ້ນຕື່ມ ເພາະວ່າພະອົງມີຄວາມເຫຼື້ອມໃສໃນພະພຸດທະສາສະໜາ

ປີ ຄ.ສ 1527 ພະອົງໄດ້ອອກຄຳສັ່ງໃຫ້ບ່າວໄພ່ພົນລະເມືອງເລີກນັບຖືຜີຟ້າຜີແຖນ ທີ່ ເຄີຍນັບຖືມາແຕ່ບູຮານນັ້ນເສຍໝົດ ໂດຍໃຫ້ຖອນບັນດາຫໍຜີ, ກວ້ານ, ສານ ອັນເປັນບ່ອນ ຢູ່ ແລະ ທໍາພິທີໄຫວ້ຜີແຖນເຫຼົ່ານັ້ນ ແລ້ວສ້າງວັດຂຶ້ນມາແທນ ເປັນແຫ່ງທຳອິດ ເອີ້ນວ່າວັດ ສັງຄະໂລກ. ຕໍ່ມາກໍໄດ້ສ້າງວັດຫຼາຍບ່ອນເຊັ່ນ: ວັດຊຽງດົງ, ວັດຊຽງທອງ, ວັດວິຊຸນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສາຍພົວພັນລະຫວ່າງອັກສອນທຳ ແລະ ອັກສອນລາວ

ອັກສອນທໍາ ແລະ ອັກສອນລາວ ມີຮູບຮ່າງ ແລະ ໂຄງປະກອບທີ່ໃກ້ຄຽງກັນຫຼາຍ ຄວາມຈິງແລ້ວອັກສອນທໍາແມ່ນອັກສອນລາວບູຮານທີ່ເກົ່າແກ່ ເຊິ່ງມີມາແຕ່ສະໄໝເຈົ້າຟ້າງຸ່ມ, ໃນຕົ້ນສະຕະວັດທີ XX ຕົວອັກສອນລາວຍັງມີຢູ່ 2 ແບບຄື:

  • ຕົວລາວທີ່ໄດ້ມາຈາກສັນສະກິດໃຊ້ໃນທາງລັດຖະການ ເພື່ອບັນທຶກເຫດການທາງປະຫວັດສາດ, ການປົກຄອງ ແລະ ການພົວພັນອື່ນໆທາງສັງຄົມ.
  • ຕົວລາວທີ່ດັດແປງມາຈາກພາສາບາລີໃຊ້ສູດຮຽນ ແລະ ບັນທຶກພະທຳອັນເປັນຄຳສອນ ຂອງພະພຸດທະເຈົ້າ

ໃນປີ ຄ.ສ 1929 ໄດ້ວາງແຜນຟື້ນຟູການສຶກສາທາງພຸດທະສາສະໜາ ຈັດຕັ້ງໂຮງຮຽ ບາລີຂຶ້ນ ໂດຍມີຍາພໍ່ມະຫາແກ້ວເປັນຄູສອນ, ຈັດຕັ້ງຫໍສະໝຸດຂຶ້ນແລ້ວໂຮມເອົາໜັງສືລາວ ແລະ ໜັງສືທຳທີ່ເກົ່າແກ່ມາໄວ້ ເພື່ອເປັນເອກະສານໃນການຄົ້ນຄວ້າ, ພ້ອມນັ້ນກໍຈັດຕັ້ງອົງການທີ່ຊື່ວ່າ ພຸດທະບັນດິດສະພາຈັນທະບູລີ” ໂດຍແມ່ນເຈົ້າເພັດຊະລາດເປັນປະທານ. ສະພານີ້ປະກອບມີຄະນະກໍາມະການອີກ 9 ທ່ານ ຮ່ວມກັນຄົ້ນຄວ້າຫາທາງປັບປຸງອັກສອນລາວໃຫ້ດີຂຶ້ນແຕ່ການ ຄົ້ນຄວ້ານັ້ນພັດໄດ້ມີແນວຄິດທີ່ແຕກຕ່າງກັນເປັນ 3 ຝ່າຍຄື:

  • ພວກທີ 1 ເຫັນວ່າໃຫ້ຖິ້ມຕົວອັກສອນລາວ ແລ້ວນໍາເອົາຕົວອັກສອນຝຣັ່ງມາໃຊ້ແທນ
  • ພວກທີ 2 ເຫັນວ່າໃຫ້ຮັກສາຕົວອັກສອນລາວທີ່ມີຢູ່ແລ້ວ ຖ້າວ່າຍັງບໍ່ພໍໃຊ້ຕາມພາສາບາລີກໍໃຫ້ຕື່ມເຄື່ອງໝາຍອັນໃດອັນໜຶ່ງໃສ່ຕົວອັກສອນເຫຼົ່ານັ້ນ
  • ພວກທີ 3 ເຫັນວ່າຄວນຕື່ມອັກສອນ ທີ່ບໍ່ພຽງພໍນັ້ນເຂົ້າມາອີກ ແຕ່ຕ້ອງສຶກສາຄົ້ນຄວ້າເອົາຕາມແຜ່ນສິລາຈາລຶກເກົ່າໆ ຖ້າບໍ່ມີແທ້ໃຫ້ດັດແປງເອົາຕົວທໍາມາໃຊ້

ສະນັ້ນ, ຜ່ານການປັບປຸງແຕ່ລະໄລຍະ ຕົວອັກສອນລາວກໍບໍ່ມີການປ່ຽນແປງຫຼາຍເພາະ ພວກເພິ່ນອີງໃສ່ຕົວອັກສອນບາລີເປັນຫຼັກ ເຊິ່ງເຮົາໄດ້ເຫັນຮູບຮ່າງ ໂຄງປະກອບ ແລະ ຫຼັກ ໄວ ຍາກອນແມ່ນຄືກັນກັບພາສາບາລີເຊັ່ນ:

  • ສະຫຼະ ແລະ ພະຍັນຊະນະມີຮູບຮ່າງມົນ
  • ການປະກອບພະຍາງ ຄໍາ ແລະ ວະລີ ໃຊ້ສະຫຼະ, ພະຍັນຊະນະ ແລະ ວັນນະຍຸດ
  • ສະຫະປະກອບຢູ່ທາງໜ້າ, ທາງຫຼັງ, ທາງລຸ່ມ ແລະ ທາງເທິງ.
  • ຫຼັກໄວຍາກອນກໍ່ແບ່ງເປັນ 4 ພາກຄື: ອັກຂະຫຼະວິທີ, ວະຈີວິພາກ, ວາກະຍະສຳພັນ ແລະ ສັນທະລັກສະນະ

ອັກສອນທຳ ມີພະຍັນຊະນະປ່ຽວ ທີ່ໃຊ້ຂຽນໃນພາສາບາລີ ແລະ ຄຳໃນພາສາລາວທັງໝົດ 38 ຕົວ ໂດຍເອີ້ນຊື່ເພື່ອຄວາມຈື່ງ່າຍ ເຊີ່ງມື້ນີ້ ອິນໄຊລາວ ໄດ້ນຳເອົາບາງສ່ວນມາໃຫ້ທຸກຄົນໄດ້ເບີ່ງ  

ພະຍັນຊະນະປະສົມ ແມ່ນໄດ້ມາຈາກການເອົາພະຍັນຊະນະ ຫ ມາປະສົມກັບພະຍັນຊະນະປ່ຽວ ບາງຕົວ ເພື່ອໃຫ້ໄດ້ຮູບ ແລະ ສຽງໃໝ່ ມີຢູ່ 6 ຕົວດັ່ງນີ້:​

ພະຍັນຊະນະເຟື້ອງ ຫຼື ຕົວເຟື້ອງ ແມ່ນພະຍັນຊະນະປ່ຽວຈຳນວນໜຶ່ງ ທີ່ດັດແປງຮູບຮ່າງໃຫ້ເໝາະສົມໃນເວລານຳໄປປະກອບເປັນຄຳເວົ້າຕ່າງໆດັ່ງລຸ່ມນີ້:

Hits: 11

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້