ເຂົ້າສູ່ລະດູໜາວຢ່າງເປັນທາງການ ໃນເດືອນນີ້ ທຸກຄົນຄວນໃສ່ໃຈກັບສຸຂະພາບກັນໃຫ້ຫຼາຍຂຶ້ນ ເພາະອາກາດທີ່ປ່ຽນແປງອາດເຮັດໃຫ້ຮ່າງກາຍເຮົາເຈັບເປັນໄດ້ງ່າຍ ແຖມຍັງເຮັດໃຫ້ຜິວແຕກອີກດ້ວຍ ດັ່ງນັ້ນ ເຮົາມາກຽມ ເບິ່ງແຍງສຸຂະພາບ ນຳກັນພ້ອມຕ້ອນຮັບອາກາດໜາວດ້ວຍສຸຂະພາບທີ່ແຂງແຮງຂຶ້ນ
ດື່ມນໍ້າໃຫ້ຫຼາຍໆຮັກສາຄວາມຊຸ່ມຊື່ນ
ການດື່ມນໍ້າຢ່າງພຽງພໍ ຊ່ວຍໃຫ້ລະບົບຕ່າງໆ ໃນຮ່າງກາຍເຮັດວຽກໄດ້ດີ ແຕ່ໃນຊ່ວງນີ້ຄວນລົດການດື່ມນໍ້າເຢັນໆ ແລະຫັນມາດື່ມນໍ້າອຸ່ນໆ ເພຶ່ອຈະຊ່ວຍໃຫ້ຮ່າງກາຍຂອງເຮຢາອຸ່ນຂຶ້ນ ຍັງແອງກັນອາການຜິງແຫ້ງອີກດ້ວຍ
ກິນອາຫານທີ່ມີປະໂຫຍດ
ເພື່ອເປັນການຮັກສາສຸຂະພາບທີ່ດີໃນຊ່ວງໜ້າໜາວ ເຮົາຄວນໃສ່ໃຈໃນການຮັບປະທານອາຫານ ຊຶ່ງກໍ່ບໍ່ແມ່ນເລື່ອງຫຍຸ້ງຍາກຫຍັງເລີຍ ພຽງແຕ່ກິນອາຫານໃຫ້ຄົບ 5 ໝູ່ແລະເນັ້ນກິນຜັກ ໝາກໄມ້ ເພື່ອຮ່າງກາຍຈະໄດ້ຮັບວິຕາມິນ ຊ່ວຍໃນການປ້ອງກັນໄຂ້ຫວັດ ແລະເສີມພູມຄຸ້ມກັນໃຫ້ຮ່າງກາຍ
ອອກກຳລັງກາຍຢ່າງສະໝໍ່າສະເໝີ
ເພາະການອອກກຳລັງກາຍນອກຈາກຈະຊ່ວຍໃຫ້ຮ່າງກາຍອຂງແຂງແຮງ ເສີມພູມຄຸ້ມກັນແລ້ວ ຍັງຊ່ວຍເພີ່ມຄວາມອົບອຸ່ນໃຫ້ຮ່າງກາຍອີກດ້ວຍ ເຖິງວ່າອາກາດຈະເປັນຕານອນປານໃດ ແຕ່ກໍ້ຢ່າລືມຫາເວລາລຸກຂຶ້ນມາອອກກຳລັງກາຍເພື່ ສຖຂະພາບກັນເດີ້
ລະວັງບໍ່ໃຫ້ເປັນໂລກໄຂ້ຫວັດໃຫຍ່
ໂລກໄຂ້ຫວັດໃຫຍ່ເປັນໂລກທີ່ພົບວ່າມີຜົນກະທົບຫຼາວທີ່ສຸດໃນຊ່ວງໜ້າໜາວ ເນື່ອງຈາກເປັນໂລກທີ່ອາດເກີດການແຊກຊ້ອນໄດ້ ໃນກໍລະນີທີ່ເປັນຜູ້ສູງອາຍຸ ຫຼືຜູ້ທີ່ເປັນໂລກຊໍາເຮື້ອ ໂລກຮອບຫືດຢຸ່ແລ້ວ ດັ້ງນັ້ນເຮົາຈຶ່ງຄວນປ້ອງກັນໂດຍການສັກວັກຊີນ ຫຼືຫຼີກລ້ຽງການຢູ່ໃກ້ຊິດກັບຜູ້ທີ່ເປັນໄຂ້ຫວັດ ນອກຈານນີ້ຫາກໂຕເຮົາເປັນໄຂ້ຫວັດ ກໍ່ຄວນໃສ່ໜ້າກາກອະນາໄມທຸກຄັ້ງ ເພື່ອປ້ອງກັນການຕິດຕໍ່ໄປຫາຜູ້ອື່ນ
ຍິ່ງເປັນໂລກຮອບຫືດ ໂລກພູມແພ້ ຍິ່ງຕ້ອງເບິ່ງແຍງໂຕເອງ
ໃນຊ່ວງລະດູໜາວ ໃຜທີ່ເປັນໂລກປະຈຳໂຕເຊັ່ນ: ໂລກພູມແພ້ ຫຼືໂລກຫອບຮືດ ຄວນລະວັງແລະເບິ່ງແຍງຕົວເອງເປັນພິເສດ ເພາະອາກາດໜາວເຮັດໃຫ້ອາການຕ່າງໆກຳອລີບຂຶ້ນໄດ້ງ່າຍ ແລະໜ້າໜາວຍັງມັກມີຝຸ່ນຫຼາຍ ເຮັດໃຫ້ເພີ່ມໂອກາດໃນການແພ້ໄຣຝຸ່ນຫຼືຂົນສັດໄດ້
ບໍ່ອາບນໍ້າອຸ່ນຫຼາຍຈົນເກີນໄປ
ຄົນທີ່ຂີ້ໜາວຢູ່ແລ້ວ ສ່ວນໃຫຍ່ກໍ່ຈະເລືອກອາບນໍ້າອຸ້ນໃນຊ່ວງໜ້າໜາວແມ້ນບໍ່ ເຖິງວ່ານໍ້າອຸ່ນຈະຊ່ວຍໃຫ້ຄົນເຮົາຄາຍໜາວ ອາບນໍ້າໄດ້ສະບາຍຂຶ້ນ ແຕ່ຖ້າຫາກເຮົາອາບນໍ້າທີ່ອຸ່ນຫຼາຍຈົນເກີນໄປ ກໍ່ອາດຈະເຮັດໃຫ້ຜິວເສຍຄວາມຊຸ່ມຊື່ນໄປ ໂດຍສະເພາະເວລາລ້າງໜ້າ ນອກຈາກນີ້ຄວນຫຼີກລ້ຽງຜະລິດຕະພັນທີມີຟອງຫຼາຍ ເພາະຈະເຮັດໃຫ້ຜິວແຫ້ງຕຶງ ຄວນລະມັດລະວັງວິ່ງເຫຼົ່ານີ້
ທາໂລກຊັ້ນບໍາລຸງຜິວເປັນປະຈຳ
ຫຼັງອາບນໍ້າແລ້ວ ໃນຂະນະທີ່ໂຕຍັງໝາດໆເຮົາຄວນໃຊ້ໂລຊັ້ນ ຫຼືອອຍ ທາໃຫ້ທົ່ວຜິວຮ່າງກາຍ ເພື່ອໃຫ້ຄວາມຊຸ່ມຊຶ່ນ ແລະຍັງຊ່ວຍໃຫ້ຮູ້ສຶກອົບອຸ່ນຍິ່ງຂຶ້ນ ສ່ວນໃຜທີ່ປາກແຫ້ງຕະຫຼອດ ກໍ່ບໍ່ຄວນປ່ອຍຖິ່ມໄວ້ ຄວນໃຊ້ລິບເອົາທາເປັນປະຈຳເພື່ອຄົງຄວາມຊຸ່ມຊຶ້ນ ແລະບໍ່ຄວນເລີຍສົບຕະຫຼອດ ເພາະເອນໄຊໃນນໍ້າລາຍຈະຍິ່ງເຮັດໃຫ້ປາກແຫ້ງຍິ່ງຂຶ້ນ
ການເບິ່ງແຍງໂຕເອງໃນຊ່ວງໜ້າໜາວຖືເປັນສິ່ງທີ່ບໍ່ຄວນເບິ່ງຂ້າມເລີຍ ເພາະສິ່ງເຫຼົ່ານີ້ເປັນພື້ນຖານທີທຈະຊ່ວຍໃຫ້ນໃນຄອບຄົວ ຫ່າງໄກຈາກອາການເຈັບເປັນຕ່າງໆໄດ້ ເກາະປ້ອງກັນໂລກໄປອີກໜຶ່ງຂັ້ນແລ້ວ
Hits: 12