ປະເທດລາວຂອງພວກເຮົາ ມີການດຳລົງຊີວິດທີ່ຕິດພັນກັບຄວາມເຊື່ອ ວັດທະນາທຳ ທີ່ສວຍສົດງົດງາມ, ໂດຍຄົນລາວເຮົາ ສ່ວນໜຶ່ງແມ່ນມີອາຊີບການເຮັດນາ ມາຕັ້ງແຕ່ບູຮານນະການ ແລະ ຖືວ່າເປັນສັງຄົມທີ່ຕ້ອງໄດ້ເພີ່ງຕົນເອງໃນຫຼາຍໆດ້ານ ທັງການທຳມາຫາກິນ ເຄື່ອງມື ເຄື່ອງໃຊ້ສ້ອຍຕ່າງໆ ຈື່ງເກີດເປັນການຮຽນຮູ້ເພື່ອແກ້ໄຂບັນຫາຕ່າງໆໃນການດຳເນີນຊີວິດຕາມສະພາບທີ່ມີ
ຊາວນາ ຢູ່ກັບການເຮັດນາ ເພື່ອໃຫ້ໄດ້ເຂົ້າມາເພື່ອລ້ຽງຊີວິດ ເກືອບເຄີ່ງປີ ເຂົ້າຈື່ງເປັນສົມບັດທີ່ລ້ຳຄ່າແຫ່ງຊີວິດຂອງຄົນລາວ ການເກັບຮັກສາເຂົ້າ ເພື່ອໃຫ້ພ້ອມທີ່ຈະນຳມາກິນ ຫຼື ແລກປ່ຽນຊື້ຂາຍ ຈື່ງມີຄວາມສຳຄັນ ແລະ ຈຳເປັນ ຈື່ງໄດ້ສ້າງສະຖານທີ່ ທີ່ໄວ້ສຳລັບເກັບມ້ຽນເຂົ້າເປືອກ ເຊີ່ງເອີ້ນວ່າ ເລົ້າເຂົ້າ
ມື້ນີ້ ອິນໄຊລາວ ຈື່ງໄດ້ນຳເອົາຄຳສູ່ຂວັນເຂົ້າຂຶ້ນເລົ້າ ແບບລາວບູຮານ ມາໃຫ້ທຸກຄົນ ໂດຍສະເພາະເຍົາວະຊົນລຸ້ນໃໝ່ ໄດ້ສຶກສາຮ່ຳຮຽນເພື່ອເປັນຄວາມຮູ້

ຄໍາສູ່ຂວັນເຂົ້າຂຶ້ນເລົ້າ
ສີສີມື້ນີ້ແມ່ນມື້ດີ ສີສີປີນີ້ແມ່ນປີເຮົາ ຢູ່ພະເຈົ້າໃຫ້ຂ້ອຍຄູນຂວັນ ກໍວ່າດີມື້ນີ້ວັນນີ້ ໝໍ ສ້າງໄຮ່ໄດ້ເຂົ້າຮວງໜາ ກໍວ່າດີມື້ນີ້ວັນນີ້ ໝໍສ້າງນາໄດ້ເຂົ້າຮວງກ້ອນ ກໍວ່າດີມື້ນີ້ວັນນີ້ ເອົາ ບ່າວເຂົ້າຮຽງສາວ ກໍວ່າດີມື້ນີ້ວັນນີ້ ຟັນດາວໃຫ້ແຜ່ກໍວ່າແມ່ນມື້ນີ້ວັນນີ້ ເອົາຊ້າງເຂົ້າມາ ໂຮງກໍວ່າມື້ນີ້ວັນນີ້ ທ້າວບຸນເຮືອງຂຶ້ນຜາສາດ ກໍວ່າມື້ນີ້ວັນນີ້ ຜູ້ສະຫຼາດເຂົ້າມາຟັງທຳ ກໍ ວ່າມື້ນີ້ວັນນີ້ ເຈົ້າໄດ້ເງິນຄໍາແສນ ກໍວ່າມື້ນີ້ວັນນີ້ ທ້າວເຮັດໄຮ່ປູກແຕງ ກໍວ່າມື້ນີ້ວັນນີ້ ລູກ ໄພ່ເຂົ້າມາເບີກບາສີ ກໍວ່າມື້ນີ້ວັນນີ້ ເສດຖີເບີກເງິນກໍວ່າມື້ນີ້ວັນນີ້ ສີສີມື້ນີ້ແມ່ນມື້ດີ ສີສີມື້ນີ້ ແມ່ນອະນຸຕະໂຊກ ໂຕກໜ່ວຍນີ້ແມ່ນໂຕກໄມ້ຈັນ ຂັນໜ່ວຍນີ້ແມ່ນຂັນໄມ້ແກ້ວ ຂຸນນາງ ດາແຕ່ງແລ້ວຈຶ່ງຍໍມາ ໄຊຍະຕຸພະວັງ ໄຊຍະມັງຄະລາ

ໂອກາສະໆ ເຖິງການລະດູເດືອນຫ້າ ຟ້າຮ້ອງເດືອນຫົກ ຝົນຕົກຟ້າຮ້ອງ ຝູງໝູ່ ທາສາ ຝູງຊາວນາຈຶ່ງຫາພ້າ ແລະ ຂວານດາບຄົມບາງເຂັ່ນໃໝ່ ແບກໄປໃສ່ປ່າໄມ້ໄພໜາ ພັນພະນຽງໄຖຕັດກົກສີນປາຍ ຮວາຍເປືອກເສຍເອົາແຕ່ແກ່ນ ປຸນແມ່ນແລ້ວຈຶ່ງແບກອອກ ມາ ເຖິງເຄຫາໄວ້ໃຕ້ລ່າງ ຝູງໝູ່ຊ່າງເຂົາຈຶ່ງມາດູ ປຸກສິ່ວເຂົ້າຮາກ ມີທັງງ້ອນໄຖໃຫຍ່ພະ ນຽງໜາ ແບກໄປນາໄຮ່ແຮກ ມີທັງແອກອັນບໍ່ ພາດຄໍຄວາຍເຂົ້າຮ່ອງ ເຊືອກໄຖຄ່ອງເພື່ອ ຄວາຍແຮງ ຖືກດິນແຂງ ເພື່ອຮາກໄມ້ ໄຖລວດໄວ້ຫຼາຍວັນ ຄາດຢາຍໄປທົ່ວໄຮ່ຫວ່ານເຂົ້າ ໃສ່ໃນຕົມ ພະບໍລົມຕົກແຕ່ງ ຮາກອອກແບ່ງເປັນໃບ ພ້ອມກັນໄປຫຼົກອອກ ຫາຕອກມານີ້ວ ມີດປາດລີ້ວໃບເສຍ ເຂົາຈຶ່ງເອົາໄປຕັ້ງໄວ້ເຫຼືອຫຼາຍເດຍລະດາດ ຄາດແລ້ວ ຫາກລາກມາ ດໍາ ປັກໃສ່ຕົມໃສ່ພົງກໍຈຶ່ງໄດ້ຫຼາຍຕົ້ນ ຫົນໜ້າແລຫົນຫຼັງ ໄປມາຕາມພາສາໄທນາໄທ ນອກ ຂອກແລກາງ ເຫິງນານກໍຈຶ່ງໄດ້ຫຼາຍຕົ້ນ ເຖິງຫຼາຍເດືອນກໍຈຶ່ງປົ່ງ, ເຂົ້າປົ່ງ ແລ້ວກໍຈຶ່ງຊົງໃບນີ້ ລົມພັດໃບຢູ່ຊີຊວ່າໆ ຝູງເດັກນ້ອຍຈຶ່ງໄປໄລ່ນົກຈິບນົກຈາບ ບໍ່ໃຫ້ມາກິນ ນອກກິນຂອກແລກິນກາງ ໝູ່ກວາງຟານບໍ່ໃຫ້ມາກິນໃກ້ ເຖິງເດືອນສິບສອງຈຶ່ງເຫຼືອກົກທ່ຽວ ເຂົ້າກ່ຽວແລ້ວຕາກໄວ້ໄຮ່ຄັນເຖິງສອງສາມວັນຈຶ່ງກູ້ແລ້ວ ຄັນຫຼາວແກ້ວທຽບໃສ່ໄວ້ໃນ ລານ ກອງກັນຂຶ້ນເໝືອນດັ່ງກອງທາດ ຮອດມື້ອາດແລວັນດີ ເຂົາຈຶ່ງມ້າງເຈົ້າລົງມາ ຄ້ອນ ສັ້ນເຂົາຈັກຕີ ຄ້ອນຮີເຂົາຈັກຟາດ ເຂົາຈຶ່ງເອົາເຈົ້າຕັ້ງໄວ້ໃນລານສະພາດເດຍລະດາດເຫຼືອ ຫຼາຍ ເຂົາຈຶ່ງເອົາຄວາຍມາຢຽບຍໍ້ຍໍ່າຜົງທຸລີກົ້ວໄງ ວຽນເບື້ອງຊ້າຍຄີຄວາ ວຽນເບື້ອງຂວາຄີ ຄວ້າງ ມືເບື້ອງຊ້າຍຖືເຊືອກຄວາຍ ມືເບື້ອງຂວາຖືຂໍຕີເຕາະແລຕີຕ່ອຍ ຕີຄ່ອຍແລຕີແຮງ ຕີປັກໆແລແປັກໆ ຕີແຫຼກແລ້ວຈຶ່ງເອົາຄວາຍອອກ ເຂົາຈຶ່ງບອກວ່າ ເຖົ້ານີ້ເປັນເຖົ້າໄຮ່ແລພໍ່ ນາ ຈຶ່ງໄປຫາໜາມຊະຄອງແລໜາມໄຜ່ ມາກວັດໄກວເຟືອງເສຍ ແລ້ວຈຶ່ງບອກເມຍແກ່ນ ແກ້ວອັນຢູ່ໃນເຮືອນ ໃຫ້ຫາເຫຼົ້າເຕົ້າດອງຢາ ຫາລຸງຕາແລພີ່ນ້ອງ ເອົາໃສ່ກ້ອງກອງຂຶ້ນໃຫ້ ເປັນກອງ ແລ້ວຈຶ່ງໄປຂົນຂວາຍຄິລາແລລ້ຽງໝາກ ມີທັງຕອງອ່ອນແລຕອງຂຽວ ມີຍອດຄູນ ຍອດຄໍຂຽວອ່ອນ ມີທັງກະຈວງຈັນຫອມງາມ ຕາມພາສາຂອງໂລກ ມີທັງໄກ່ຜູ້ໂອກບໍລິ ບວນສາດສົມຄວນປູລາດ ມີທັງຂໍຄືອາດຄັນຫຼາວ ປາຍແຫຼມຍາວຊາກລາກ ມີທັງເສື້ອຜ້າ ອາພອນຂາວດີ ມີທັງທຽນທອງສີຕິດໄຕ້ ມີທັງຝ່າຍຂາວອ້ອມເປັນມຸງຄຸນ ບຸງສີ່ໜ່ວຍຕັ້ງໄວ້ ສວຍລວຍເດຍລະດາດ ຂີນໄຂວ່ຂວ້າງເຫຼືອຕາ ຕາແຫຼວໜ້າງົວປັກໄວ້ສີ່ແຈເລົ້າ ດູເຮືອງ ງາມອົງອາດ ຈຶ່ງໄປລາດທະນາອາຈານຜູ້ສະຫຼາດ ມານັ່ງສູດຄູນຂວັນ ວ່າ “ສີສີມື້ນີ້ແມ່ນມື້ ໝັ້ນ ໃຫ້ເຈົ້າໝັ້ນປານກ້ອນຜາແອ່ນ ໃຫ້ເຈົ້າແກ່ນປານແທ່ນຜາຈວງຜາຈັນ ໃຫ້ເຈົ້າໝັ້ນປານ

ພູຜາຫຼວງໄກລາດ ໃຫ້ເຈົ້າໝັ້ນປານອາກາດສູນຕາເວັນ ວ່າມາເຢີຂວັນເອີຍ! ນາງເຂົ້າຈ້າວ ເຂົ້າໜຽວ ກໍໃຫ້ມາມື້ນີ້ວັນນີ້ ຕົ້ນຂຽວໆເຂົ້າກຳ ຕົ້ນໆເຂົ້າໝາກເຂືອ ກໍໃຫ້ມາສາມື້ນີ້ວັນ ນີ້ ຮວງເຜືອເຂົ້າປ້ອງແລ້ວແລເຂົ້າແຂວງ ສະພ້ອມປັດໜີ ຮວງເຂົ້າທົ່ວນ້ອຍ ແລະ ເຂົ້າຂີ້ຄວາຍ ເມັດສວຍລວຍເຂົ້າງວງຊ້າງ ເມັດຂວາງເຂົ້າລວດທຽນ ລາຍວຽນນັ້ນເຂົ້າໝາກ ແງ່ງ ເຂົາຈຶ່ງແບ່ງໄວ້ໃຫ້ໝູ່ໄທໄກ ກໍໃຫ້ມາສາມື້ນີ້ວັນນີ້ ເອົາແຕ່ເຂົ້າກະເຊີຮວງມຸ່ຍ ອຸ໋ຍຍ ນັ້ນແມ່ນເຂົ້າດໍແດງ ເມັດແດງນັ້ນແມ່ນເຂົ້າເລືອດແຮດ ເມັດແຈດນັ້ນແມ່ນເຂົ້າໜ່ຽງເປັດ ເມັດ ຖີ່ນັ້ນແມ່ນເຂົ້າໝາກກອກ ເມັດນອກເຂົ້າມັນຫອມ ກິນນົວແມ່ນເຂົ້າປາດ ສະພາດພ້ອມເຂົ້າ ໝາກໂພ ຫອມພາໂລເຂົ້າງວງຊ້າງເຕັມໄຮ່ ກໍໃຫ້ມາສາມື້ນີ້ວັນນີ້ ວ່າມາເຢີຂວັນເອີຍ ໃຫ້ ເຈົ້າມາຈາກປາກນັ່ງໂຕລາຍ ໃຫ້ເຈົ້າມາຈາກປາກຄວາຍໂຕເຂົາງ້ອງ ໃຫ້ເຈົ້າມາຈາກປາກ ຊ້າງໂຕງາໂງງ ໃຫ້ເຈົ້າມາຈາກປາກກວາງແລກະຕ່າຍ ໃຫ້ເຈົ້າມາຈາກປາກຊ້າງພາຍລາຍ ວັນ ໃຫ້ເຈົ້າມາຈາກປາກພູຊັນແລະຄາບ ໃຫ້ເຈົ້າມາຈາກປາກນົກຈິບແລນົກຈາບ ຄາບເຂົ້າ ຄວ່າໜີໄປ ໃຫ້ເຈົ້າມາຈາກປາກນົກເຂົາຂຽວຄາບໄປຈັບຮຽວແລປາຍຟຸມ ກໍໃຫ້ມາສາມື້ນີ້ ວັນນີ້ ໃຫ້ເຈົ້າມາເຕັມເຍຍແລເຕັມເລົ້າ ໃຫ້ເຈົ້າຢູ່ສະຫວັດດີ ກິນສິບປີຢ່າໄດ້ບົກ ຈົກສິບປີ ຢ່າໄດ້ລົງ ມາເຢີຂວັນເອີຍ ໃຫ້ເຈົ້າມາຈາກປາກງຕົວຄໍແດງ ໃຫ້ເຈົ້າມາຈາກປາກແມງແຄງ ຕົວກອາ ກະຊ້າຂາດກະບຸງແຄງ ຄັນຫຼາວແທກຫັກຄາບ່າ ຂວັນເຈົ້າຢ່າຕົກໃຈເນີນາງເນີ. ອີ່ຕອງຖົງເຂົາລັກແກວ່ງ ຕົ້ນອ້ອຍລໍາຂາ ກໍໄດ້ມາທີ່ນີ້ແລ້ວ ຕົ້ນອ້ອຍປາພໍ່ແຍ່ງ ກໍໄດ້ ມາທີ່ນີ້ແລ້ວ ຕິບເຂົ້າແຕ່ງໃສ່ພາຂວັນ ກໍໄດ້ມາທີ່ນີ້ແລ້ວ ມີທັງພູພັນແລໝາກອ່ອນ ມີທັງກະ ຈວນຫອມງາມຕາມພາສາຂອງໂລກ ມີທັງໄກ່ຜູ້ໂອກຕົວທໍ່ນົກຍູງແລທ່ານ ບິນຜ່ານຟ້າ ກ່າງແຫຼວມັນ ມີທັງເຜືອກຫົວຊັນມັນຫົວຊ້ອງ ພີ່ນ້ອງແວນຫຼາຍ ຕາຍາຍແວນມາກ ມາ ເຢີຂວັນເອີຍ ມາຢູ່ເລົ້າພື້ນແຜ່ນສະນອນພຽງ ເພິ່ນຕັກເຈົ້າໄປຕໍາຢ່າໄດ້ຫັກ ສັກກະລັນເຈົ້າ ຢ່າໄດ້ຟົ້ງ ເທໃສ່ດົ້ງເຈົ້າຢ່າໄດ້ບິນໜີ ໃຫ້ເຈົ້າດຶງກັນມາເໝືອນດັ່ງຜາສາດ ໃຫ້ເຈົ້າກວາດກັນ ມາເໝືອນດັ່ງເກົ້າສາວໜຸ່ມ ໃຫ້ເຈົ້າຕ້ອນກັນມາເໝືອນດັ່ງຕ່ອນເງິນລຽງ ເມັດໜຶ່ງຕັກໄປທານ ທຸກຄໍ່າເຊົ້າເຫຼືອຫຼາຍ ເມັດໜຶ່ງຕັກໄປຊື້ຄວາຍຕົວເຂົາຊ້ອງ ເມັດໜຶ່ງຕັກໄປຊື້ຄ້ອງເກົ້າກໍາ ເມັດໜຶ່ງຕັກໄປຊື້ໃຫ້ໄດ້ເກົ້າໝື່ນ ເມັດໜຶ່ງຕັກໄປຊື້ເຂົ້າໃຫ້ໄດ້ເກົ້າໝື່ນມາເຍຍ ເມັດໜຶ່ງ ຕັກໄປຊື້ເມຍໃຫ້ໄດ້ເມຍມາຢູ່ເຮືອນຂາຍເຂົ້າ ເມັດໜຶ່ງຕັກໄປເອົາຜູ້ເຖົ້າໃຫ້ມາເລົ່າຂາຍຂອງ າເຢີຂວັນເອີຍ ເພິ່ນຕັກໃສ່ດົງຢ່າໄດ້ບິນໜີ ໃຫ້ເຈົ້າມາລ້ຽງຊີວິດອິນຊີຂອງໂລກ ບໍລິໂພກ ລ້ຽງພະພຸດທະສາສະໜາທຸກເຊົ້າ ຕາບຕໍ່ເທົ້າຫ້າພັນພະວັດສາ ກໍຂ້າເທີ້ນ”
ນອກຈາກນີ້ແລ້ວ, ຄຳສູ່ຂວັນຍັງມີອີກຫຼາຍປະເພດ ເຊັ່ນ: ຄຳສູ່ຂວັນກວຽນ, ຄຳສູ່ຂວັນນາກ ແລະ ອຶ່ນໆ
Hits: 11