ຊີວິດຂັ້ນທີ່ສອງ ຮອງຈາກການເກີດກໍ່ຄືການບວດ ຜູ້ຊາຍທຸກຄົນ ເມື່ອມີອາຍຸຄົບແລ້ວ ຈະຕ້ອງໄດ້ບວດ ການບວດຖືວ່າເປັນການອົບຮົມບົ່ມນິໄສໃຫ້ມີສິນທຳ ແລະ ເປັນການຕອບແທນບຸນຄຸນພໍ່ແມ່ ຜູ້ໃຫ້ກຳເນີດ ດັ່ງນັ້ນ: ການບວດຈື່ງຖືວ່າເປັນປະເພນີ ທີ່ຈຳເປັນສຳລັບລູກຜູ້ຊາຍທຸກຄົນ

ຜູ້ທີ່ຈະບວດເປັນພຣະພິກຂຸນັ້ນເພິ່ນເອີ້ນວ່າ: ນາກ ແປຕາມ ຄວາມໝາຍຂອງສັບໄດ້ແກ່ຜູ້ປະເສີດຜູ້ບໍ່ມີບາບໝາຍຄວາມວ່າຜູ້ທີ່ຈະບວດນັ້ນເປັນຜູ້ບໍລິສຸດຜຸດຜ່ອງ
ຕາມຄວາມເຊື່ອທີ່ຜູ້ເຖົ້າຜູ້ແກ່ເລົ່າສູ່ກັນຟັງມາແຕ່ດົນນານວ່າ: ກ່ອນຈະເອີ້ນວ່ານາກນັ້ນໄດ້ມີຕໍານານກ່າວໄວ້ວ່າຍັງມີພະຍານາກຕົນໜຶ່ງມີຄວາມເຫຼື້ອມໃສໃນພະພຸດທະສາສະໜາແລ້ວປອມກາຍເປັນມະນຸດມາບວດແຕ່ໃນເມື່ອພະພິກຂຸຕົນນັ້ນນອນຫຼັບໄປຮ່າງກາຍກໍເລີຍກາຍເປັນນາກ, ເມື່ອພິກຂຸທັງຫຼາຍເຫັນແນວນັ້ນຈິ່ງໄດ້ນໍາເອົາເລື່ອງດັ່ງກ່າວນັ້ນເຂົ້າໄປທູນແດ່ພະພຸດທະເຈົ້າເມື່ອພະພຸດທະອົງຊົງສອບຖາມເຫັນເປັນຄວາມຈິງ ຈິ່ງໄດ້ໃຫ້ສິກອອກໄປເລີຍໂດຍໄດ້ຕັດວ່າເຈົ້າເປັນສັດເດຍລະສານຈະມາບວດໃນພະພຸດທະສາສະໜາບໍ່ໄດ້. ສ່ວນພະຍານາກມີຄວາມອາໄລໃນເພດບວດຫຼາຍທີ່ສຸດຈິ່ງໄດ້ຂາບທູນພະພຸດທະອົງວ່າ: ເຖິງແມ່ນວ່າຈະບໍ່ໄດ້ຄອງເພດເປັນສົງກໍຕາມແຕ່ຂໍຝາກຊື່ໄວ້ຄືຜູ້ໃດທີ່ຈະເຂົ້າມາບວດໃນພະພຸດທະສາສະໜານັ້ນຂໍໃຫ້ເອີ້ນວ່າ: ນາກເປັນຊື່ຂອງຜູ້ທີ່ຈະບວດ ແລະ ນັບຕັ້ງແຕ່ນັ້ນມາຈິ່ງໄດ້ເອີ້ນວ່າ: ນາກ

ປະເພນີໃນການເຄນນາກ ແຕ່ຄາວກ່ອນນັ້ນ, ກ່ອນຈະເຖິງມື້ ບວດ 15 ມື້ ພໍ່ແມ່ ແລະ ຍາດຕິພີ່ນ້ອງ ຫຼື ວ່າເຈົ້າສັດທາຜູ້ທີ່ຈະເອົານາກບວດນັ້ນຈະໄດ້ຈັດແຈງເອົາຂັນຫ້າແລ້ວພາເອົາຜູູູູູູ້ທີ່ຈະບວດນັ້ນໄປວັດແລ້ວເຄນຂັນຫ້າມອບໃຫ້ນາກຮຽນຄອງນາກ ແລະ ຂໍ້ວັດວິໄນສົງອື່ນໆທີ່ຈໍາເປັນເພື່ອຈະໄດ້ນໍາໃຊ້ໃນເມື່ອບວດແລ້ວ, ການມອບໝາຍນາກໃຫ້ໄດ້ຮຽນນັ້ນເອີ້ນວ່າ: ເຄນນາກ. ພໍພະສົງຮັບເອົາຂັນແລ້ວກໍລັ່ນຄ້ອງລັ່ນກອງເພື່ອປະກາດໃຫ້ຜູ້ອື່ນຮັບຮູູ້ ແລະ ອະນຸໂມທະນາສາທຸການເອົາບຸນນໍາກັນ.
ປະເພນີໃນການປ່ອຍນາກ ນັ້ນ, ເມື່ອນາກໄດ້ຮໍ່າຮຽນຄອງນາກ ແລະ ມີຄວາມຮູ້ຕ່າງໆແດ່ແລ້ວ, ກ່ອນຈະບວດສອງ-ສາມມື້ເພິ່ນເປີດໂອກາດໃຫ້ນາກນັ້ນໄປສົມມາຄາລະວະພໍ່ແມ່ພີ່ນ້ອງ ຫຼື ໄປຂໍຂະມາລາໂທດຕໍ່ຜູ້ຫຼັກຜູ້ໃຫຍ່ທີ່ເຄົາລົບນັບຖື ແລະ ບອກລາໝູ່ຄູ່ຕະຫຼອດຈົນການຊໍາລະໜີ້ສິນເພື່ອວ່າບວດແລ້ວຈະບໍ່ໄດ້ກັງວົນໃນເວລາບໍາເພັນສະມະນະທໍາ ຫຼື ວຽກງານຂອງສາດສະໜາອື່ນໆການເຮັດແນວນັ້ນເອີ້ນວ່າ: ການປ່ອຍ ນາກ.

ກອງບວດ ໄດ້ແກ່ກອງບຸນທີ່ປະກອບດ້ວຍສະມະນະບໍລິຂານຂອງພະຜູ້ທີ່ບວດໃໝ່ນັ້ນເອງການບວດນັ້ນ, ເພິ່ນນິຍົມຕັ້ງກອງບວດເພື່ອເປັນການສົມໂພດສະຫຼອງ ແລະ ໃຫ້ຍາດຕິພີ່ນ້ອງໄດ້ມາຮ່ວມເອົາບຸນນໍາກັນ, ຖ້າໃນກໍລະນີກອງບວດມີຫຼາຍໆກອງຈະຈັດຕັ້ງຢູ່ວັດຮ່ວມກັນກໍໄດ້ ຫຼື ຢູ່ບ່ອນໃດບ່ອນໜຶ່ງທີ່ສະດວກ ແລະ ເໝາະສົມ, ທັງນີ້ກໍເພື່ອຄວາມສະດວກໃນການນິມົນພະສົງມາໃນພິທີ. ການປະກອບພິທີຕັ້ງບຸນຕອນແລງເວລາ 4-5 ໂມງ ມີການສູດປະລິດຕະມຸງຄຸນແລ້ວກໍຟັງເທດໜຶ່ງກັນ, ຕອນກາງຄືນມີການຄົບ ງັນຕາມປະເພນີ, ຕອນເຊົ້າມື້ໃໝ່ຖວາຍສັງຄະທານແລ້ວກໍສູດຂວັນນາກຈາກນັ້ນຈິ່ງມີການແຫ່ກອງບວດ
ຄໍາສູ່ຂວັນນາກ
ສີສີສິດທິໄຊຍະມັງຄະລານາຄີ ສະຫວັດດີຍາວໂຍດ ເຄາະຮ້າຍໂຫດຫາຍ ອັນຕະລາຍລາຄີຫານສວ່າງ ເຂັນຂວ່າງຮ້າຍໜີ ເຄາະເຂັນມີວິນາດ ບໍລິສາດໜີໄກ ພຸດທາໄປ ຂົ່ມແພ້ເດຊະຝູງມານ ທຳບັນດາສັນຖີບ ເຄາະຮ້າຍຮີບເຊຣີ ສັງຄາຕີຝູງຮ້າຍ ເຕຊະຍາຍ ຝູງເຂັນ ຢ່າໄດ້ເປັນອັນຕະລາຍສັງຈັກສິ່ງ ທຸກຮ້າຍຍິ່ງທຽມຕົນ ໃຈກັງວົນເດືອດຮ້ອນ ສັບ ພະເຄາະຂ້ອນຫາຍໜີ ອັດຊະໄນວັນນີ້ (ຕີຄ້ອງ 3 ບາດ).

ສີສີສຸມັງຄະລະ ສຸພະສະຫວັດດີວິເສດ ອະຕິເລກໄຊຍະສີ ສະຫວັດດີຈົ່ງມີ ແກ່ຂ້າ ທັງຫຼາຍ ທັງກໍລະເທພານາກຣຸດ ເທພະບຸດ ເທພະຍຸດາ ອິນພົມຍົມມະລາດຈະຕຸລາທັງສີ່ ທຸກທີ່ພ້ອມຈັກກະວານ ກັບທັງພູມສະຖານເຈົ້າທີ່ ຈົ່ງມາພ້ອມກັນຊົມຊື່ນຍິນດີ ເຊິ່ງມັງຄະລະ ລາສີອັນວິເສດ ວັນນີ້ພະເກດເຂົ້າສູ່ລາສີ ເປັນວັນດີສຸດຂະໜາດ ອິນທະພາດພ້ອມໄຕຍາງ ທັງນາວາງຄາດຄູ່ ພ້ອມກັນຢູ່ຊອນລອນອາທິດຈອນຈັນທະລືກ ອັງຄານຖືກມະຫາໄຊ ພຸດ ພະຫັດໄປເປັນໂຊກ ສຸກເສົາໄດ້ອະມຸດຕະໂຊກພ້ອມລັກຂະນາ ວັນນີ້ຕາມຕຳລາວ່າໄດ້ລືກ ຖືກໜ່ວຍຊື່ວ່າ ອຸດຕະມະລາສີ ເປັນວັນດີວັນດີຖີອະມຸດຕະໂຊກ ອຸດຕະມະໂຍກ ອຸດຕະມະ ລາຊາ ອຸດຕະມະໄຊຍາ ອຸດຕະມະເສດຖາ ວັນນີ້ເປັນລາພະອັນລ້ຳເລີດ ປະເສີດມຸງຄຸນ ປຸນ ແປງດີແຕ່ງແລ້ວພາຂວັນແກ້ວຍົກຍໍມາ ມີທັງທ້າວພະຍາເສນາແລອາມາດ ນັກປາດພ້ອມມວນ ມາ ທັງລຸງຕາແລພໍ່ແມ່ ເຖົ້າແກ່ແລວົງສາ ພີ່ນ້ອງພ້ອມກັນມາຊອນລອນຖ້ວນໜ້າໄຫຼຫຼັ່ງເທ ມາ ທັງຍິງຊາຍແລສາວບ່າວ ໃຈຄຶດອ່າວຍິນດີ ເພື່ອຈັກມາບາສີເຈົ້ານາກ ເຈົ້າຈັກໄດ້ພັດພາກ ຈາກເຄຫາ ຈັກໄດ້ລາບິດາມານດາອອກໄປບວດ ສ້າງພະໜວດໃນສາສະໜາ ເຈົ້າກໍຄຶດຫາ ສັງຂາລາເປັນທຸກຂັງ ອະນິດຈັງອະນັດຕາບໍ່ໝັ້ນທ່ຽງ ຮູ້ບິດບ່ຽງໄປມາ ເປັນອະນິດຈາບໍ່ເລີກ ແລ້ວ ບໍ່ໄດ້ວ່າໜຸ່ມແກ່ແລຊະລາ ຮູ້ບັງເກີດໂລຄາແລພະຍາດ ບໍ່ໄດ້ຂາດຈາກມໍລະນາ ເຈົ້າ ກໍຄຶດເຖິງຄຸນມານດາໄດ້ລ້ຽງມາເປັນອັນຍາກ ລ້ຽງລໍາບາກທຸກວັນຄືນ ແຕ່ຢູ່ໃນອຸທອນທ້ອງ ແມ່ລຳບາກແທ້ເຫິງນານ ເຈຍລະການໜັກໜ່ວງທ້ອງ ກິນຂອງເຜັດແສບທ້ອງແມ່ກໍຄ່ອຍ ພຽນອົດ ເຈົ້າກໍໄດ້ຢູ່ສິບເດືອນບໍລະບວນ ຖ້ວນທົດສະມາດແລ້ວ ເຈົ້າກໍຄາດແຄ້ວອອກຈາກ ທ້ອງແມ່ມານດາ ມົ້ມທ້ອງມາເລີດແລ້ວ ລູກແກ້ວແມ່ເປັນຊາຍ ຝູງຕາຍາຍກໍຊົມຊື່ນ ຍໍຍົກ ຍື່ນເຈົ້າອອກມາ ລາງຄົນຫາໄມ້ແລ້ວຈຶ່ງຕັດສາຍແຫ່ແຜ່ສາຍບື ລາງຄົນຖືບວຍນ້ຳມາລ້າງ
ລາງຄົນເອົາຜ້າຜືນກວ້າງມາຕູ້ມຫໍ່ ແມ່ກໍອູ້ມເຈົ້າໃສ່ໃນອົກຍົກໃສ່ໃນເພົາ ແມ່ຈິ່ງເອົາເຂົ້າປ້ອນ ແລວັນແລສາມຄາບ ອາບນໍ້າແລ້ວນແລສາມທີ ແມ່ກໍຜັດສີແລລູບໄລ້ ແມ່ກໍເອົາໃຈໃສ່ທຸກ ເຈົ້າບໍ່ມີຄ່າ ຄັນວ່າເຖິງລະດູປີໃໝ່ມາຮອດແລ້ວ ຟ້າແຜດຮ້ອງສຽງດັງ ແມ່ກໍອູ້ມເຈົ້າໃສ່ໃນ ອົກ ຍົກເຈົ້າໃສ່ໃນອູ່ ອູ້ມຊະຊູ່ກິນນົມ ແມ່ກໍຊົມລູກແກ້ວລ້ຽງໃຫຍ່ແລ້ວພໍແລ່ນໄປມາ ຕາມ ພາສາເດັກອ່ອນ ຊະຊ່ອນໜ້າແລ້ວໃຫຍ່ເປັນຄົນກັງວົນຄັ່ງແຄ້ນ ໜັກໜ່ວງແໜ້ນໃນໃຈ ຄຶດອາໄລບໍ່ແລ້ວ ຄຶດແຄ້ວໆຢາກໄປບວດໃນສາສະໜາ ຄຶດເຖິງຄຸນບິດາມານດາເປັນອັນ ຍິ່ງ ເຈົ້າກໍຈິ່ງອໍາລາ ອຸດສາຫະເຂົ້າໄປບວດ ສ້າງພະໜວດເປັນສາມະເນນ ເຈົ້າກໍຮຽນສິກ ຂາບົດທົດສະທໍາໄດ້ແລ້ວ ອາຍຸໄດ້ 20 ປີຄັກແນ່ ຝູງພໍ່ແມ່ຈິ່ງຈັດຫາ ບອກສັດທາເຖິງຍາດ ພີ່ນ້ອງ ຕາມພວກພ້ອງມິດສະຫາຍ ບາງພ່ອງສັດທາຫຼາຍໄດ້ເສື່ອສາດ ເປັນຂອງອາດປູນອນ ບາງພ່ອງມີສັດທາໄດ້ຈີວອນແລຜ້າພາດ ບາງພ່ອງໄດ້ຜ້າອາດທັງໄຕ ດ້ວຍໃຈໃສສຸດຂະໜ າດ ບາງພ່ອງໄດ້ບາດແລຜ້າສະບົງ ບາງພ່ອງໄດ້ຖົງແລນ້ຳເຕົ້າ ໄມ້ຄ້ອນເທົ້າແລຄັນຕາລະ ບັດ ມີດຕັດແລກ່ອງເຂັມ ສໍດຳແລບໍລິຂານບໍລິໂພກ ບາງພ່ອງໄດ້ໂຕກຖ້ວຍແລຄັນທີ ເຫຼັກ ຈານດີອັນຄົມກ້າ ກັບທັງເສື່ອສາດອາດສະໜາ ທັງຄິລາແລລ້ຽງໝາກ ດູຫຼາກດ້ວຍບໍລິຂານ ເປັນທີ່ຂອງທານອັນຍິ່ງ ເພື່ອຢາກເຫັນໜ້າພະແກ້ວມິ່ງຈອມໄຕ ຂໍຢ່າໄດ້ທົວລະໄວຢູ່ໃນໂລກ ຂໍ ໃຫ້ພົ້ນຈາກໂສກໂສກາ ໃຫ້ໄດ້ເກີດໃນຕຸສິຕາລໍ້າເລີດ ເມືອງແກ້ວເກີດນິລະພານ ເປັນທີ່ສຸກ ສໍາລານລືເດດ ຂໍໃຫ້ພົ້ນຈາກທຸກຂະເວດຢູ່ສະຫວັດດີ ສັດຕະທຳມາວຸທິທຳທັງເຈັດປະການ ຄື ອາຍຸ ວັນນະ ສຸຂະ ພະລະ ອະໂລຄະຍະຖ້ວນຫ້າ ປະຕິພານະຖ້ວນຫົກ ອະທິປະໄຕ ຍະຖ້ວນເຈັດ ຈົ່ງສະເດັດເຂົ້າມາຮັກສາຍັງຂັນທະສັນດານແຫ່ງເຈົ້າ ຕາບຕໍ່ເທົ້າຫ້າພັນພະ ວັດສາ ກໍຂ້າເທີ້ນ (ຕີຄ້ອງ 3 ເທື່ອ ຊະໂຍ 3 ເທື່ອ)
ສີສີສຸມັງຄະລະສຸຂະສະຫວັດດີ ບັດນີ້ຂ້ອຍຈັກເຊີນເອົາຂວັນສົມສີເຈົ້ານາກມາເຕົ້າ ຂ້ອຍ ຈະເຊີນຂວັນນາກເຈົ້າເຂົ້າມາໂຮມ ອັດຊະໃນມື້ນີ້ວັນນີ້ ມາເຢີຂວັນເອີຍ ຂວັນເຈົ້າໄປຢູ່ນໍ້າ ນໍາປາ ໃຫ້ມາມື້ນີ້ວັນນີ້ ຂວັນເຈົ້າໄປຢູ່ໃນນາຕ່າງດ້າວ ກໍໃຫ້ມາມື້ນີ້ວັນນີ້ ຂວັນເຈົ້າໄປຢູ່ນໍາ ທ່ານອິສວນ ກໍໃຫ້ມາມື້ນີ້ວັນນີ້ ຂວັນເຈົ້າໄປຊົມຊື່ນສາວອ່ອນນ້ອຍ ກໍໃຫ້ມາມື້ນີ້ວັນນີ້ ມາ ເຢີຂວັນເອີຍ ເຈົ້າຢ່າໄດ້ໄປຊົມຊະນີໄກ່ແກ້ວ ຂັນແຈ້ວໆຢູ່ຄູຫາ ຢ່າໄດ້ໄປຊົມທວຍຄຳແລ ເນື້ອເຖື່ອນ ຢ່າໄດ້ໄປເປັນເພື່ອນຝູງຜີ ຂວັນເຈົ້າຢ່າໄດ້ໄປເດີນຄີລີນອກເຂດ ຂວັນເຈົ້າຢ່າ ໄດ້ໄປເດີນປະເທດທ່ຽວທາງໄກ ຢ່າໄດ້ໄປຫຼົງໄຫຼຊົມພົງໄພແລປ່າໄມ້ ຢ່າໄດ້ຫຼິ້ນນຳໝູ່ລີງລົມ
ຢ່າໄດ້ໄປຊົມລີງກັງຄ່າງເຖົ້າ ໝູ່ນົກເຄົ້າແລເສືອສິງ ຄວາຍກະທິງແລແຮດຊ້າງ ຢ່າໄດ້ຫຼົງ ເຂົ້າເຖື່ອນກວ້າງໝູ່ຄູຫາ ທັງວັງປາແລສະໃຫຍ່ ຊື່ນຊ້ອຍໃສ່ມາຍາ ດູຕະການຕາງາມ ສະພູ ຜັກບົ້ງແລບົວທອງ ທົງເກສອນຫອມຮ່ວງເຊົ້າ ຂວັນນາກເຈົ້າຈົ່ງເຂົ້າມາໂຮມ ອັດຊະ ໃນ ມື້ນີ້ວັນນີ້ ໃຫ້ມາຢູ່ໃນໃຈທຸກເມື່ອ ໃຫ້ມາຢູ່ໃນເນື້ອທຸກຍາມ ຢ່າໄດ້ມີຄວາມກັງວົນແລ ເດືອດຮ້ອນ ຢ່າໄດ້ຄຶດຄັ່ງຂ້ອນທໍລະໄທ ໃຫ້ເຈົ້າມາຮຽນພະວິໄນປີດົກ ອັດຖະໄຂເຮືອງຮອດ ຮຸ່ງແຈ້ງຈອດໂສດາ ໃຫ້ເຈົ້າໄດ້ເທສະໜາສອນສັ່ງ ເປັນເຈົ້ານັ່ງພິຈານ ຂໍໃຫ້ມີອາຍຸຍືນນານ ເປັນສົມພານຍົດກວ້າງ ຢູ່ສືບສ້າງໃນ ຈັດຕາໂລມາ ວັດຖັນຕິ ອາຍຸ ວັນໂນ ສຸຂັງ ພະລັງ ຂໍໃຫ້ເຈົ້າມີອາຍຸຍືນໄດ້ຮ້ອຍຂວບພະວັດສາ ມີເດຊາເຮືອງຮາບ ຊະນະຜາບແພ້ຝູງ ໝູ່ໂພຍໄພ ຢ່າໄດ້ມີຈັງໄຮມາບຽດ ຢ່າໄດ້ມີຜູ້ຄຽດໃຫ້ແລຫິງສາ ໃຫ້ມີໃຈກູນາຍິ່ງກວ່າເກົ່າ ຈົ່ງໃຫ້ໄດ້ເປັນເຈົ້າຜ່ານທັງຍົດປາກົດເລື່ອງລືຊາ ໃນສາສະໜາຂອງພະພຸດທະເຈົ້າ ໃຫ້ເຈົ້າ ມີເດຊະເໝືອນດັ່ງແສງສຸລິຍະອາທິດ ປະສິດທິເຕໂຊວະໂລທະລາທິລາດ ເປັນດັ່ງອິນທາທິ ລາດທ້າວພູມິນ ທັງແດນດິນໂອຍອ່ອນນ້ອມ ທຸກທ່ານທ້າວສາທຸການ ມາອວຍພອນຊົມຊື່ນ ມາຍືນໃຫ້ຂອງດີ ຍໍເອງຄະຊຸລີຕັ້ງຕໍ່ ຄິດຮອດສົມພານ ຖວາຍອາຫານທຸກເມື່ອ ເຮືອງ ເຮື່ອແກ້ວເງິນຄໍາ ບູຊາທໍາທຸກຄໍ່າເຊົ້າ ຕາບຕໍ່ເທົ້າເຖິງຊີວັງ ໃຫ້ມີຫວັງຄອງສືບສ້າງທຸລະອ້າງ ສາມປະການ ຮຽນກໍາມັດຖານໄດ້ຖີ່ຖ້ວນ ໄດ້ຄົບລ້ວນທຸກອັນ ແປດໝື່ນສີ່ພັນພະທຳມະຂັນ ໃຫ້ເຈົ້າຮູ້ ຢ່າໄດ້ຫົວຄຶດທົງປັນຍາ ມີສາມັກຄາພຽງພໍ່າພ້ອມ ໃຈອ່ອນນ້ອມໃນ ເຈົ້າຢ່າ ໄດ້ຄຶດນໍາທາງໂລກ ຂໍໃຫ້ພົ້ນຈາກໂສກໂສກາ ໃຫ້ເຈົ້າມີຄວາມສຸຂາຢ່າເດືອດຮ້ອນ ທຸກຄໍ່າ ເຊົ້າບໍ່ຄາດຄາ ຊະຍະຕຸພະວັງ ຊະຍະມັງຄະລະ ຊະຍະມະຫາມຸງຄຸນ ສຸກສົມບູນຈົ່ງມີແກ່ ເຈົ້າທຸກປະການ ກໍຂ້າເທີ້ນ (ຕີຄ້ອງ 3 ເທື່ອ ຊະໂຍ 3 ບາດ) ແລ້
ປະເພນີໃນການແຫ່ນາກ ນັ້ນແມ່ນເຮັດຕາມຖານະຂອງເຈົ້າສັດທາ, ບາງສັດທາກໍເອົາມ້າແຫ່, ບາງສັດທາກໍແຫ່ກັນໄປດ້ວຍການຍ່າງ, ການແຫ່ດ້ວຍມ້ານັ້ນຄົງຖື ກັນວ່າຕອນເຈົ້າຊາຍສີທັດຖະອອກບວດນັ້ນກໍໄດ້ຂີ່ມ້າກັນຖະກະສະເດັດອອກໄປ, ຖ້າຕັ້ງກອງຢູ່ບ້ານກໍແຫ່ແຕ່ບ້ານໄປຫາວັດ, ຖ້າຕັ້ງກອງຢູ່ວັດກໍແຫ່ອ້ອມສິມນັ້ນໂລດ.
ກ່ຽວກັບຄວາມໝາຍ, ປະຫວັດຄວາມເປັນມາ, ພິທີການບວດ ແລະ ການແຫ່ນາກຕ່າງໆທີ່ໄດ້ກ່າວມານັ້ນແມ່ນມີຄວາມສໍາຄັນຫຼາຍສໍາລັບຄົນລາວຊາວພຸດທຸກຄົນທີ່ພວກເຮົາບໍ່ຄວນເບິ່ງຂ້າມ ແລະ ພ້ອມກັນອະນຸລັກຮັກສາຮີດເກົ່າຄອງເດີມນີ້ໄວ້ໃຫ້ລູກໃຫ້ຫຼານທີ່ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮໍ່າຮຽນເອົາໄວ້ເພື່ອສືບທອດໃຫ້ຄົນລຸ້ນໃໝ່ຕໍ່ໆກັນໄປ
Hits: 14