ຖ້າເວົ້າເຖິງອາຫານຫວ່າງ ຫຼື ອາຫານກິນຫຼີ້ນ ສະບັບລາວໆເຮົາ ແຕ່ລະພາກ ແຕ່ລະທ້ອງຖິ່ນກໍ່ມີເອກະລັກ ແລະ ອາຫານທີ່ແຕກຕ່າງກັນໄປ ເປັນຕົ້ນແມ່ນ: ຊົ້ວຂີ້ເຫຼົ້າ ທີ່ນິຍົມກິນທາງພາກໃຕ້, ເຂົ້າແດກງາ, ໝ້ຽງປາແດກ ແລະ ໝ້ຽງເຂົ້າເປັນຕົ້ນ

ມື້ນີ້, ອິນໄຊລາວ ຈະພາທຸກຄົນມາເຮັດໝ້ຽງເຂົ້າກິນເອງງ່າຍໆ: ໝ້ຽງເຂົ້າ ຫລື ບາງຄົນເອີ້ນ ໝ້ຽງເມືອງຫລວງ ເປັນອາຫານກິນຫຼີ້ນ ອາຫານວ່າງຂອງຄົນລາວມາແຕ່ດົນນານ. ໂດຍນິຍົມກິນຫຼາຍໃນພາກເໜືອ ແລະ ພາກກາງຂອງປະເທດລາວ ເຊີ່ງວັດຖຸດີບ ແລະ ຂັ້ນຕອນການເຮັດ ກໍ່ບໍ່ມີຫຍັງຫຍຸ້ງຍາກ. ໂດຍມີວັດຖຸດີບຫຼັກແມ່ນເຂົ້າໜຽວແຫ້ງ
ເຄື່ອງປຸງ
- ເຂົ້າໜຽວແຫ້ງ ຫຼື ເຂົ້າໂຂບ 500 ກຣາມ
- ນ້ຳມັນພືດ
- ກະທຽມ
- ນ້ຳຕານ
- ແປ້ງນົວ (ຕາມມັກ)
- ປາແດກ
- ນ້ຳປາ
- ນ້ຳ 1 ລິດ
ສຳລັບເຄື່ອງ ແລະ ຜັກຫໍ່ໝ້ຽງ
- ຜັກສະຫລັດ
- ຖົ່ວດິນຂົ້ວ
- ຫົວສີໄຄ
- ໝາກເຟືອງ
- ໝາກເຜັດແຫ້ງທອດ ຫຼື ໝາກເຜັດດີບ
ວິທີເຮັດ

- ຂັ້ນຕອນທຳອິດ, ສຳລັບຜູ້ທີ່ໃຊ້ເຂົ້າແຫ້ງ ແມ່ນທອດເຂົ້າແຫ້ງໃຫ້ເຫຼືອງ ກອບ ສີງາມ. ຫຼັງຈາກນັ້ນ ນຳໄປຕັກໄວ້ໃຫ້ສະເດັດນ້ຳມັນ ແລ້ວເອົາໄປຕຳໃຫ້ລະອຽດ (ສຳລັບຜູ້ທີ່ບໍ່ມີເຂົ້າແຫ້ງ ສາມາດໃຊ້ເຂົ້າໂຂບໄດ້ເລີຍ)
- ຂັ້ນຕອນທີສອງ ຈຽວກະທຽມທີ່ກຽມໄວ້ໃຫ້ເຫຼືອງ (ບໍ່ເຮັດໄຟແຮງ) ຈາກນັ້ນໃສ່ ນ້ຳຕານ ຈຽວຈົນນ້ຳຕານແດງ ແລ້ວ ເອົານ້ຳປາແດກ+ນ້ຳປາ+ ແປ້ງນົວ+ນ້ຳດື່ມ ໃສ່ຫມໍ້ ຕົ້ມ ອີກປະມານ15ນາທີ. ແລ້ວ ເອົາເຂົ້າທີ່ ຕຳແລ້ວ ປັບໃສ່ ໄຟອ່ອນ ຄົນອີກປະມານ 5 ນາທີ ຈົນມັນຟູຂຶ້ນ ຊິມລົດຊາດ ແລະ ປຸງເພີ່ມໄດ້ຕາມໃຈມັກ
- ຫຼັງຈາກນັ້ນກໍ່ຈຽວໝາກເຜັດແຫ້ງໃຫ້ກອບ ເພື່ອກິນກັບ
- ຊອຍເຄື່ອງກິນກັບໃຫ້ພໍດີຄຳ ບໍ່ໃຫ່ຍຫຼາຍ

ຫຼັງຈາກກຽມທຸກຢ່າງແລ້ວ, ກໍ່ນຳເອົາ ຜັກສະລັດ ຫຼື ຜັກອີ່ເລີດມາພັນກັບເຄື່ອງທີ່ກະກຽມໄວ້ເລີຍ

Hits: 7