ຂໍຂອບໃຈນຳຜູ້ສະໜັບສະໜູນ

ໝາກກ້ວຍໃນບ້ານເຮົາ ກໍ່ມີຫຼາກຫຼາຍປະເພດ ເຊີ່ງແຕ່ລະປະເພດກໍ່ມີລັກສະນະ ປະໂຫຍດ ທີ່ແຕກຕ່າງກັນໄປ, ມື້ນີ້ ອິນໄຊລາວ ຈະພາທຸກຄົນໄປຮູ້ຈັກກັບສາລະພັດປະໂຫຍດຈາກການກິນໝາກກ້ວຍນ້ຳ

ກ້ວຍນ້ຳ ເປັນພືດໃບລ້ຽງດ່ຽວ ມີລຳຕົ້ນສູງ 3-4 ແມັດ, ມີປະໂຫຍດຫຼາຍ ຕັ້ງແຕ່ໝາກດິບ ທີ່ແກ່ດີກໍ່ໃຊ້ປະໂຫຍດເປັນກ້ວຍສາບ ແລະ ແປ້ງກ້ວຍ. ໝາກກ້ວຍໃກ້ຈະສຸກກໍ່ສາມາດເຮັດກ້ວຍປີ້ງ ແລະ ກ້ວຍທອດ. ໝາກກ້ວຍສຸກກໍ່ສາມາດກິນສົດ, ແປຮູບເປັນກ້ວຍບົດເພື່ອເປັນອາຫານເດັກນ້ອຍ, ເປັນສ່ວນປະສົມຂອງເຂົ້າຫນົມ ເຊັ່ນ: ເຂົ້າໜົມກ້ວຍ, ກ້ວຍແຜ່ນ ແລະ ກ້ວຍຕາກ/ອົບ. ກ້ວຍສຸກງອມກໍ່ໃຊ້ເຮັດເປັນກ້ວຍກວນ

ນອກຈາກນີ້ແລ້ວ, ກ້ວຍນ້ຳ ຍັງໃຫ້ສັບພະຄຸນທາງຢາທີ່ຫຼາກຫຼາຍ ເຊັ່ນ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ແກ້ເຈັບທ້ອງຊ້ຳເຮືອ: ການຮັບປະທານກ້ວຍສຸກສາມາດຮັກສາອາການຖອກທ້ອງໄດ້ ເນື່ອງຈາກໃນກ້ວຍມີທາດເພັກຕິນ (Pectin) ເຊິ່ງເປັນເສັ້ນໃຍອ່ອນນຸ່ມ ຊ່ວຍເພີ່ມກາກອາຫານໃນລຳໄສ້ ເມື່ອກາກອາຫານມີຫຼາຍຈະໄປກະຕຸ້ນລຳໄສ້ໃນເກີດການຂັບຖ່າຍໄດ້ດີຂື້ນ.
  • ແກ້ຖອກທ້ອງ: ໃຫ້ຮັບປະທານກ້ວຍດິບ ເພາະໃນກ້ວຍດິບມີສານຝາດຊື່ ແທນນິນ (Tannin) ທາດນີ້ຈະຊ່ວຍຢັບຢັ້ງການຈະເລີນເຕິບໂຕຂອງເຊື້ອພະຍາດ ເຮັດໃຫ້ອາການຖອກທ້ອງດີໄດ້.
  • ແກ້ອາການອ່ອນເພັຍ: ເນື່ອງຈາກກ້ວຍໃຫ້ຄ່າພະລັງງານສູງ ອິກທັ້ງມີວິຕາມິນບຳລຸງຮ່າງກາຍ ຫຼາຍຊະນິດໂດຍເມື່ອຮ່າງກາຍອ່ອນເພ້ຍໃຫ້ຮັບປະທານກ້ວຍນ້ຳສູກ, ຈະຮູ້ສຶກສົດຊື່ນຂຶ້ນ ຫຼາຍຊະນິດໂດຍເມື່ອຮ່າງກາຍອ່ອນເພ້ຍ, ໝາກກ້ວຍດິບໜື້ງ ຕາກແຫ້ງ ແລ້ວໄປບົດເປັນຢາຊ່ວຍບຳລຸງຮ່າງກາຍ
  • ປະຈຳເດືອນຂັດ ແກ້ໄດ້ໂດຍໃຊ້ດອກກ້ວຍ 1 ກຳມື, ລ້າງໃຫ້ສະອາດ ຕົ້ມກັບນ້ຳ 3 ແກ້ວ, ປະໄວ້ໃຫ້ຟົດປະມານ 20 ນາທິ, ດື່ມວັນລະ 2 ຄັ້ງ, ເທື່ອລະຈອກ, ອາການປະຈຳເດືອນຂັດຈະດີຂຶ້ນ.
  • ແກ້ຮ້ອນໃນ: ໂດຍໃຊ້ຮາກກ້ວຍດິບ 5-6 ຮາກ, ລ້າງນ້ຳໃຫ້ສະອາດ, ຫັ່ນເປັນຕອນນ້ອຍໆ, ໃສ່ນ້ຳລົງໄປຈົນຖົ່ມຮາກ, ນຳໄປຕົ້ມປະມານ 15 ນາທີ, ແລ້ວນຳນ້ຳມາດື່ມຄັ້ງລະ 1 ຈອກ, ປະມານມື້ ລະ 3-6 ຈອກ, ຫຼັງຈາກອາຫານ, ຈະຊ່ວຍແກ້ອາການຮ້ອນໃນ.
  • ແກ້ອາການເຈັບແຂ້ວ: ນຳເອົາຮາກກ້ວຍ 1 ກຳມື, ລ້າງນ້ຳໃຊ້ສະອາດ ແລ້ວນຳໄປຕົ້ມກັບນ້ຳໃຫ້ຟົດ 15 ນາທີ ແລ້ວເອົາເກືອໃສ່ເລັກນ້ອຍ ປະໄວ້ໃຫ້ເຢັນ, ແລ້ວເອົານ້ຳມາອົມ ແລ້ວອາການຈະຮູ້ສຶກດີຂຶ້ນເລື້ອຍໆ.
  • ກຳຈັດກິ່ນປາກ: ໃຫ້ຮັບປະທານກ້ວຍນ້ຳ ຫຼື ກ້ວຍສຸກຫຼັງຈາກຕື່ນນອນທຸກເຊົ້າເປັນປະຈຳ ແລ້ວຄ່ອຍຖູແຂ້ວ ກິ່ນປາກກໍ່ຈະຫາຍໄປ.
  • ມືລອກເປັນຂຸຍ ຫຼື ຜື່ນແດງ ໃຊ້ເປືອກກ້ວຍຖູບໍລິເວນທີ່ມີອາການເປັນປະຈຳທຸກວັນ ແລ້ວອາການຈະດີຂຶ້ນ.
  • ກະເພາະມີກົດຫຼາຍເກີນໄປ ເຮັດໃຫ້ມີອາການແສບ ເຈັບໜ້າເອິກ ໃຫ້ນຳຕົ້ນ ແລະ ໃບແຫ້ງຂອງກ້ວຍມາເຜົາແລ້ວບົດໃຫ້ລະອຽດ ໃຊ້ຊົງແບບຊາດື່ມທຸກວັນ ຫຼັງອາຫານ ຂີ້ເຖົ່າຈາກຕົ້ນກ້ວຍເປັນດ່າງຈະຊ່ວຍລົດກົດໃນກະເພາະອາຫານ.
  • ແກ້ປວດ ນຳໃບອ່ອນມາຂາງໄຟໃຫ້ຮ້ອນແລ້ວນຳໄປພັນບໍລິເວນທີ່ປວດ ປະໄວ້ອາການຈະດີຂື້ນ.
  • ຊ່ວຍໃຫ້ຜິວງາມ ການຮັບປະທານກ້ວຍນ້ຳ ຢ່າງນ້ອຍວັນລະ 3 ໝາກ ເປັນປະຈຳຈະເຮັດໃຫ້ຜິວງາມ
  • ໃຊ້ເປັນຕົວຊ່ວຍສຳລັບຜູ້ທີ່ຢາກອອກຢາສູບ ຫຼື ເຊົາສູບຢາ ເພາະກ້ວຍມີວິຕາມິນເອ ຊີ ບີ6 ບີ12 ໂພແທສຊຽມ ແລະ ແມກນີຊຽມໃຫ້ຮ່າງກາຍຟື້ນໂຕໄວ້ຈາກການເຊົານິໂຄຕິນ
  • ກິນກ່ອນອອກກຳລັງກາຍຈະໃຫ້ພະລັງງານໄດ້ທັນທີ ເພີ່ມກຳລັງໃຫ້ອອກກຳລັງກາຍໄດ້ດີຂຶ້ນ

ນອກຈາກນີ້ແລ້ວ, ກ້ວຍນ້ຳ ຍັງໄດ້ຕິດພັນກັບ ວັດທະນາທຳ ແລະ ຊີວິດປະຈຳວັນຂອງປະຊາຊົນລາວ ມາແຕ່ບູຮານນະການ ໂດຍສັ່ງເກດໄດ້ຈາກພິທີທາງສາສະໜາຕ່າງໆ ກໍ່ຈະມີກ້ວຍນ້ຳປະກອບຢູ່ນຳ ເຊັ່ນ: ບູນພະເວດ ແລະ ບຸນທອດກະຖີ່ນ ມັກຈະໃຊ້ຕົ້ນກ້ວຍປະດັບ. ໃນພີທິບາສີສູ່ຂວັນແອນ້ອຍ ເມື່ອອາຍຸ 1 ເດືອນ ກັບ 1 ວັນ, ມີການບາສີສູ່ຂວັນ ແລະ ແຖຜົມໄຟ ຈະມີກ້ວຍ 1 ຫວີ ເປັນສ່ວນປະກອບໃນພິທີ. ໃນພີທີແຕ່ງງານ ມັກມີຕົ້ນກ້ວຍ ແລະ ຕົ້ນອ້ອຍໃນຂະບວນແຮ່ຂັນໝາກອີກດ້ວຍ

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້