Saturday, April 26, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 13 ພະຈິກ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ສກຂ ອັດຕະປື ເນັ້ນໃຫ້ເປັນເຈົ້າການ ປະຕິບັດມາດຕະການ 2 ວາລະແຫ່ງຊາດ

ການນຳ ພະແນກສຶກສາທິການ ແລະກິລາແຂວງ ( ສກຂ) ອັດຕະປື ເນັ້ນໃຫ້ພະນັກງານສະມາຊິກພັກຂະແໜງການສຶກສາ ເປັນເຈົ້າການ ໃນການຈັດຕັ້ງປະຕິບັດມາດຕະການ 2 ວາລະແຫ່ງຊາດ

ໂດຍການເຜີຍແຜ່ ເນື້ອໃນ ເອກະສານ 2 ວາລະແຫ່ງຊາດ ຄັ້ງນີ້ ແມ່ນປະຕິບັດຕາມຄຳສັ່ງ ກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດ ມາດຕະການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ມາດຕະການແກ້ໄຂຄວາມຫຍຸ້ງຍາກ ດ້ານບັນຫາຢາເສບຕິດ…ອ່ານຕໍ່

ໂຮງໝໍຊຸມຊົນເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຮັບລົດນຳສົ່ງຄົນເຈັບຄັນໃໝ່

ຍ້ອນເຫັນໄດ້ຄວາມຈໍາເປັນ ດ້ານການນຳໃຊ້ພາຫະນະຮັບ-ສົ່ງຄົນເຈັບ ຈາກເມືອງໄປຫາແຂວງ ແລະຮັບສົ່ງຄົນເຈັບຢູ່ພາຍໃນເມືອງໂພນທອງ ໃຫ້ທ່ວງທັນສະພາບ, ເພາະເມືອງໂພນທອງເປັນເມືອງຢູ່ຫ່າງໄກຈາກເທດສະບານແຂວງ

ທ່ານ ດຣ ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງ ຈຶ່ງໄດ້ມອບລົດນໍາສົ່ງຄົນເຈັບ ຫຼື ລົດອໍາບູລັງ (Ambulances) ຈຳນວນ 1 ຄັນ ມູນຄ່າ 90.000 ກວ່າ ໂດລາສະຫະລັດ ພ້ວມດ້ວຍອຸປະກອນການແພດຈຳນວນໜຶ່ງໃຫ້ໂຮງໝໍຊຸມຊົນເມືອງໂພນທອງ ແຂວງຫລວງພະບາງ ໄດ້ຈັດຂຶ້ນທີ່ໜ້າສະໂມສອນໃຫຍ່ຂອງເມືອງ…ອ່ານຕໍ່

ເມືອງນອງເອົາໃຈໃສ່ໃນການສະກັດກັ້ນການແຜ່ລະບາດພະຍາດໂຄວິດ 19 ຢ່າງເຂັ້ມງວດ

ບ້ານ ນອງວິໄລ ເມືອງນອງ ແຂວງສະຫວັນນະເຂດ ໄດ້ປະກາດເປັນບ້ານພື້ນທີ່ສີແດງເນື່ອງຈາກມີຜູ້ຕິດເຊື້ອພະຍາດໂຄວິດ 19 ຈຳນວນ 1 ກໍລະນີເປັນເຈົ້າໜ້າທີ່ຕຳຫຼວດ, ເພດຊາຍ ອາຍຸ 28 ປີ ຕິດເຊື້ອໂຄວິດ19 ແຕ່ບໍ່ສະແດງອາການ, ດັ່ງນັ້ນທາງຄະນະສະເພາະກິດປ້ອງກັນ, ຕ້ານສະກັດກັ້ນ, ແກ້ໄຂການແຜ່ລະບາດພະຍາດໂຄວິດ19 ເມືອງນອງ

ຈຶ່ງໄດ້ເນັ້ນໜັກໃຫ້ທຸກພາກສ່ວນພາຍໃນ ບ້ານ ນອງວິໄລ ບ້ານເທດສະບານຂອງເມືອງ ປິດທຸກກິດຈະການຊົ່ວຄາວໃນໄລຍະ14 ວັນ ເຊິ່ງທາງຄະນະສະເພາະກິດແມ່ນໄດ້ລະດົມກຳລັງເຈົ້າໜ້າທີ່ປກສ,ປກຊ ກອງຫຼອນບ້ານໃຫ້ມີຄວາມເຂັ້ມງວດ ໃນການປະຕິບັດໜ້າທີ່ຕິດຕາມກວດກາຄົນເຂົ້າ-ອອກ ລະຫວ່າງເມືອງຕໍ່ເມືອງ ແລະບ້ານຕໍ່ບ້ານ ເພື່ອເຮັດໃຫ້ວຽກງານ ສະກັດກັ້ນ…ອ່ານຕໍ່

ຫຼາຍບ້ານພາຍໃນເມືອງອາດສະພອນສ້ອມແປງເສັ້ນທາງຄືນໃໝ່

ເພື່ອເຮັດໃຫ້ການສັນຈອນໄປມາຫາສູ່ກັນລະຫວ່າງບ້ານຫາບ້ານ, ບ້ານຫາເມືອງ ແລະລູກຫຼານຂອງປະຊາຊົນທຽວໄປມາໂຮງຮຽນໃຫ້ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ

ບັນດາບ້ານຕ່າງໆພາຍໃນເມືອງອາດສະພອນ ຢູ່ໃນຄວາມຮັບຜິດຊອບການບຳລຸງ ແລະຮັກສາຖະໜົນຫົນທາງໃນເຂດບ້ານຂອງຕົນກໍ່ໄດ້ສ້ອມແປງຄືນໃໝ່ພາຍຫຼັງໝົດຈາກລະດູຝົນອັນທີ່ເຮັດໃຫ້ຖະໜົນຫົນທາງເປ່ເພເກີດມີບວກ, ຂຸມຫຼາຍ ເຮັດໃຫ້ການສັນຈອນໄປມາລຳບາກ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.