ຫຼັງຈາກທີ່ລັດຖະບານ ໄດ້ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ປາຍທາງ, ບໍ່ໃຫ້ມີການ ຈໍາກັດບໍລິເວນ ແລະ ບໍ່ຈໍາກັດເວລາໃນການສັນຈອນຂອງລົດຂົນສົ່ງໂດຍສານ ແລະ ສິນຄ້າ ທຸກປະເພດໃນຂອບເຂດທົ່ວປະເທດ

ທາງດ້ານຄິວລົດສາຍໃຕ້ ກໍ່ໄດ້ກະກຽມຄວາມພ້ອມທາງດ້ານສະຖານທີ່ ເພື່ອຕ້ອນຮັບລູກຄ້າທີ່ຈະມາໃຊ້ບໍລິການ ໂດຍທາງຄິວລົດສາຍໃຕ້ ຈະໄດ້ເລີ່ມໃຫ້ບໍລິການຢ່າງເປັນທາງການໃນ ເວລາ 5:00 ໂມງເຊົ້າ ຂອງວັນທີ 16 ພະຈິກ 2021 ນີ້. ແຕ່ແນວໃດກໍ່ຕາມ ການເດີນທາງແມ່ນຍັງມີຂໍ້ຈຳກັດເລັກນ້ອຍ ເປັນຕົ້ນແມ່ນ ຜູ້ເດີນທາງ ແລະ ຜູ້ໃຫ້ບໍລິການ ຕ້ອງໄດ້ຮັບວັກຊິນກັນໂຄວິດ-19 (ຍົກເວັ້ນເດັກນ້ອຍທີ່ອາຍຸຍັງບໍ່ຮອດກະສຽນສັກຢາ ແລະ ແມ່ຍິງຖືພາ) ແລະ ຈາກການເປີດເຜີຍຂໍ້ມູນຂອງຜູ້ຈັດສະຖານີຄິວລົດສາຍໃຕ້ ຍັງໃຫ້ຮູ້ວ່າ ເບື້ອງຕົ້ນໂດຍສານສາຍໃຕ້ແມ່ນຈະໃຫ້ບໍລິການພຽງ 4 ແຂວງ ຕາມເສັ້ນທາງ 13 ໃຕ້ ເຊັ່ນ: ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ເທົ່ານັ້ນ

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການສະຖານີຄິວລົດສາຍໃຕ້ ໄດ້ໃຫ້ສຳພາດກັບອິນໄຊລາວວ່າ: ປັດຈຸບັນ ທາງສະຖານີ ແມ່ນໄດ້ກະກຽມຄວາມພ້ອມ ເພື່ອຕ້ອນຮັບລູກຄ້າທີ່ຈະມາໃຊ້ບໍລິການ ໂດຍຄາດວ່າ ຈະມີລູກຄ້າປະມານ 70-80% ຂອງຈຳນວນປົກກະຕິ. ທັງນີ້ ການເດີນທາງໃນເບື້ອງຕົ້ນແມ່ນຍັງມີຂໍ້ຕຈຳກັດ ເຊີ່ງຈະໃຫ້ບໍລິການສະເພາະບັນດາແຂວງທີ່ຢູ່ລຽບຕາມເສັ້ນທາງເລກທີ 13 ໃຕ້ (ທີ່ໄດ້ຮັບອະນຸຍາດແລ້ວ) ຄື ແຂວງ ບໍລິຄຳໄຊ ຄໍາມ່ວນ ສະຫວັນນະເຂດ ແລະ ຈຳປາສັກ. ສ່ວນແຂວງ ສາລະວັນ ເຊກອງ ແລະ ອັດຕະປື ແມ່ນຍັງລໍຖ້າການອະນຸຍາດຈາກຂັ້ນແຂວງອີກເທື່ອໜຶ່ງ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳລັບຄິວລົດສາຍເໜືອ ແມ່ນໄດ້ກະກຽມຄວາມພ້ອມເຊັ່ນດຽວກັນ. ແຕ່ຈາກການສອບຖາມພະນັກງານຂາຍປີ້ແລ້ວ ແມ່ນຍັງບໍ່ທັນໄດ້ເລີ່ມຈຳໜ່າຍປີ້ເທື່ອ ເນື່ອງຈາກຍັງຕ້ອງໄດ້ລໍຖ້າການອະນຸຍາດຈາກຂັ້ນແຂວງອີກເທື່ອໜຶ່ງ

ແນວໃດກໍ່ຕາມ, ທາງຄິວລົດຍັງໄດ້ຮຽກຮ້ອງມາຍັງລູກຄ້າທີ່ຈະເດີນທາງ ແມ່ນໃຫ້ຮັກສາມາດຕະການຕ່າງໆຢ່າງເຂັ້ມງວດ ແລະ ໃຫ້ຖືບັດສັກວັກຊີນມາຍືນຍັນທຸກຄັ້ງ

Hits: 0

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້