ພວກເຮົາເວົ້າເຖິງອາຫານທ້ອງຖິ່ນ ອາຫານພື້ນບ້ານຂອງແຕ່ລະເຂດ ແຕ່ລະແຂວງຜ່ານມາກໍ່ຫຼາຍແລ້ວ, ມື້ນີ້ ອິນໄຊລາວ ຈະພາໄປຮູ້ຈັກກັບ ປ່ຽງເຕີຍ ອາຫານທ້ອງຖິ່ນຂອງພີ່ນ້ອງທາງ ແຂວງຫົວພັນ

ເຕີຍ ຄວາມຈີງແລ້ວ ບໍ່ແມ່ນໃບເຕີຍ ຫຼື ພືດຊະນິດອຶ່ນ ແຕ່ແມ່ນ ເມັດຖົ່ວເຫຼືອງ ທີ່ນຳມາຕົ້ມສຸກ 1-2 ນ້ຳ ແລ້ວນຳມາອົບໄວ້ 3-4 ມື້. ຫຼັງຈາກນັ້ນ ຈື່ງນຳເອົາໝາກເຕີຍທີ່ສຸກແລ້ວນັ້ນ ມາຕຳໃສ່ເກືອ ຫົວສີໄຄ ໝາກເຜັດແຫ້ງ ຫຼື ໃນທ້ອງຖິ່ນຊໍາເໜືອເອງ ກໍ່ຈະໃສ່ໝາກເຜັດໃຫ່ຍຊໍາເໜືອ ຫຼັງຈາກນັ້ນ ກໍ່ນຳມາເຮັດເປັນປ່ຽງວົງມົນ ແປໆ ແລ້ວນຳໄປຕາກແດດໃຫ້ແຫ້ງ ຈົນກາຍເປັນສີແດງ ຈົນກາຍເປັນເຕີຍປ່ຽງ

ໃນສະໄໝກ່ອນທີ່ບໍ່ທັນມີແປງນົວ ແມ່ບ້ານແມ່ເຮືອນ ຈະນຳເຕີຍປ່ຽງນີ້ທົດແທນຄວາມນົວ ໃນການປຸງແຕ່ງອາຫານ
Hits: 0