ບັນຫາໂທລະສັບຮ້ອນເມື່ອໃຊ້ງານ ມັກເປັນບັນຫາທີ່ຫຼາຍຄົນມັກຈະພົບເຫັນບໍ່ວ່າຈະເປັນໂທລະສັບລຸ້ນໃຫມ່ລຸ້ນເກົ່າ ແລະ ແນ່ນອນວ່າສາເຫດຂອງແມ່ນເກີດຈາກຫຼາຍປັດໃຈ
ມື້ນີ້, ອິນໄຊລາວ ຈະພາໄປໄຂຂໍ້ຂ້ອງໃຈກ່ຽວກັບເລື່ອງນີ້ນໍາກັນ ເມື່ອພົບເຫັນບັນຫານີ້ຫາກເຮົາບໍ່ຢຸດຫຼິ້ນ ຫຼື ແກ້ໄຂບັນຫາໂທລະສັບຈະຮ້ອນຂຶ້ນເລື້ອຍໆ ແລະ ເປັນອັນຕະລາຍໄດ້ ດັ່ງນັ້ນເຮົາມາເລີ່ມແກ້ໄຂບັນຫາເບື້ອງຕົ້ນນໍາກັນ ຫາກພົບເຫັນບັນຫາໂທລະສັບຮ້ອນ
ປັບປ່ຽນພຶດຕິກຳໃນການໃຊ້ງານອິນເຕີເນັດ 3G/4G/5G ໃຫ້ເໝາະສົມກັບແພັກເກັດ ເພາະເມື່ອເຈົ້າໃຊ້ເນັດຕາມຄວາມໄວທີ່ຊື້ໄວ້ຄົບຄວາມໄວຈະຫຼຸດລົງ ຫາກຍັງຝືນຫຼິ້ນໃຊ້ງານເບິ່ງໜັງ ເບິ່ງຢູທູບ ເຄື່ອງຂອງເຈົ້າຈະເຮັດວຽກໜັກພ້ອມເພາະຄວາມໄວຂອງເນັດໝົດແລ້ວນັ້ນເອງ
ການດາວໂຫລດເກມລຸ້ນໃຫມ່ທີ່ມັກມາພ້ອມກັບການຮອງຮັບລະບົບ 3D ໃນກໍລະນີນີ້ຂໍລວມກັບ ການເບິ່ງໜັງ ເບິ່ງລະຄອນ ເບິ່ງຄິບເທິງໂທລະສັບ ເຮັດໃຫ້ເຄື່ອງໂທລະສັບຕ້ອງໃຊ້ພະລັງງານ ແລະ ພື່ນທີ່ໃນການດາວໂຫລດຂໍ້ມູນສູງ ແລະ CPU ກໍ່ເຮັດວຽກໜັກອີກດ້ວຍ ນີ້ເປັນອີກບັນຫາໜຶ່ງທີ່ເຮົາພົບເຫັນ ໂທລະສັບທີ່ມີສະເປັນຕໍ້າ ແຕ່ຝືນຫຼິ້ນເກມທີ່ມີສະເປັນສູງ
ສາກແບັດເຕີລີ້ ພ້ອມທັງລົມໂທລະສັບໄປນໍາຫຼິ້ນເກມໄປນໍາ ດັ່ງນັ້ນ ການແກ້ບັນຫາທີ່ງ່າຍທີ່ສຸດຄື ຄວນຫຼີກລ້ຽງການສາກແບັດເຕີລີ້ ພ້ອມກັບການໃຊ້ງານຢ່າງເດັດຂາດຫາກບໍ່ຈຳເປັນ
ເປີດແອັບພິເຄຊັນທີ່ໃຊ້ງານຖິ້ມໄວ້ ຄົນທົ່ວໄປມັກຄິດວ່າການກົດປຸ່ມ Home ຄືການປິດແອັບແລ້ວ ຄວາມຈິງຄືຜິດ ເພາະ Apps ເຫຼົ່ານັ້ນຍັງເຮັດວຽກຢູ່ ແລະ ເຮັດໃຫ້ເຄື່ອງປະມວນຜົນຢູ່ຕະຫຼອດເວລາ ດັ່ງນັ້ນຫຼັງການໃຊ້ງານຄວນປິດແອັບພິເຄຊັນທີ່ເປີດຖິ້ມໄວ້ ເພື່ອຢຸດການເຮັດວຽກຂອງແອັບຢ່າງເປັນທາງການ
ການເລືອກໃຊ້ເຄສ ຫຼືອຸປະກອນທີ່ບໍ່ໄດ້ມາດຕະຖານ ເຄສບາງລຸ້ນອາດສົ່ງຜົນກະທົບຕໍ່ການລະບາຍຄວາມຮ້ອນ ດັ່ງນັ້ນແນະນຳວ່າຄວນຫຼີກລ້ຽງເຄສສິລິໂຄນຄຸນນະພາບຕໍ່າ ແລະບໍ່ໄດ້ມາດຕະຖານ ເຊິ່ງລວມໄປເຖິງສານສາກປອມທີ່ບໍ່ໄດ້ມາດຕະຖານອີດດ້ວຍ
ຫຼີກລ້ຽງການວາງໂທລະສັບໄວ້ໃນບໍລິເວນທີ່ມີຄວາມຮ້ອນສູງ ຫາກໃຜສັງເກດວ່າຈະເຫັນໄດ້ວ່າໂທລະສັບຈະເພີ່ມຄວາມຮ້ອນຕາມສະພາບອາກາດອ້ອມຮອບ
ແອັບພິເຄຊັນໃຫມ່ໆ ກໍ່ອາດເປັນບັນຫາຂອງເຄື່ອງຮ້ອນໄດ້ ໃນປັດຈຸບັັນມີຫຼາຍໂຕທີ່ເຮັດວຽກຢູ່ຕະຫຼອດເວລາ Facebook ແອັບພິເຄຊັນພວກນີ້ກໍ່ເຮັດໃຫ້ເຄື່ອງຮ້ອນເຊັ່ນກັນ ດັ່ງນັ້ນຫາກບໍ່ໄດ້ມີການໃຊ້ງານແອັບ ແນະນຳໃຫ້ລອງປິດໃຊ້ງານຊົ່ວຄາວໄປກ່ອນ
ຫາກໂທລະສັບຮ້ອນແລ້ວ ວິທີງ່າຍໆ ທີ່ສາມາດແກ້ບັນຫາໄດ້ໄວທີ່ສຸດຄື ເປີດໂໝດເຄືື່ອງບິນ ພ້ອມທັງຢຸດເຮັດກິດຈະກຳທຸກຢ່າງເທິງໂທລະສັບ ແລະ ວິທີການແກ້ບັນຫາມືຖືຮ້ອນຄື ປິດເຄື່ອງປະມານ 20 ນາທີ ເພື່ອຄາຍຮ້ອນ
ຮູ້ບໍ່ວ່າການອັບເດດເຄື່ອງໂທລະສັບກໍ່ມີຜົນ ບໍ່ວ່າຈະເປັນ iOS ຫຼື Android ໃນເວີຊັນໃຫມ່ ເຊີ່ງການອັບເດດໃຫມ່ເຮົາຄວນປະຕິບັດຕາມຄຳແນະນຳຂອງຜູ້ຕິດຕາມ ແລະ ການອັດເດດຈະເປັນການປິດບັນຫາທີ່ຈະເກີດຂຶ້ນ ລວມໄປເຖິງເລື່ອງຂອງຄວາມຮ້ອນເຊັ່ນກັນ
ທັງໝົດທີ່ກ່າວມານີ້, ແມ່ນເປັນບັນຫາທີ່ພົບເຫັນຫຼາຍທີ່ສຸດ ດັ່ງນັ້ນເຮົາຄວນສັງເກດດີໆ ຫາກໂທລະສັບຂອງເຮົາຢູ່ດີໆກໍ່ຮ້ອນຂຶ້ນມາ ໃຫ້ຄິດໄວ້ກ່ອນວ່າເຮົາຕ້ອງເຮັດຫຍັງກັບໂທລະສັບໄວ້ແນ່ນອນ ເລີີ່ມຕົ້ນແມ່ນໃຫ້ກວດສອບເບິ່ງເທື່ອລະຢ່າງ ເພື່ອໃຫ້ແນ່ໃຈວ່າເຄື່ອງຮ້ອນເກີດຈາກຫຍັງ ຫາດໝົດບັນຫາໃຫ້ຕັ້ງຄ່າກັບໄປທີ່ເລີ່ມຕົ້ນ ນັ້ນຄືຕັ້ງຄ່າຈາກໂຮງງານ ແລະການປຶກສາກັບສູນ
Hits: 13