ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫາກເວົ້າເຖິງການຈັດການຂີ້ເຫຍື້ອ ໂດຍສະເພາະຂີ້ເຫຍື້ອລີໄຊເຄີ ປັດຈຸບັນກໍ່ມີຮ້ານ ແລະ ໂຮງງານ ທີ່ຮັບຊື້ຂີ້ເຫຍື້ອປະເພດນີ້ ເປັນຈຳນວນຫຼາຍ. ແຕ່ເຖິງວ່າຈະມີຮ້ານຮັບຊື້ຫຼາຍເທົ່າໃດກໍ່ຕາມ ການຊື້ຂີ້ເຫື້ຍອຄືນນັ້ນ ກໍ່ຍັງເປັນຈຳນວນໜ້ອຍກວ່າທີ່ມີການຊົມໃຊ້ຕົວຈີງ

ອິນໄຊລາວ ໄດ້ມີໂອກາດສົນທະນາກັບ ທ່ານ ເຄວິນ  ລາດຊະຄຳ ຜູ້ຈັດການ ບໍລິສັດວົງພານິດລາວ ສາຂາທ່າເດືອ ໂດຍທ່ານໄດ້ກ່າວວ່າ: ໃນປັດຈຸບັນ ນະຄອນຫຼວງວຽງຈັນ ສ້າງຂີ້ເຫຍື້ອປະມານ 900 ໂຕນ/ມື້ ເຊີ່ງໃນນີ້ ມີພຽງ 27% ທີ່ສາມາດເກັບໄປບໍ່ຂີ້ເຫຍື້ອ (ຂີ້ເຫຍື້ອຈາກຄົວເຮືອນ) ແຕ່ສ່ວນທີ່ເຫຼືອແມ່ນຍັງບໍ່ສາມາດລະບຸໄດ້ວ່າໄປໃສ່? ນອກຈາກນີ້, ຍັງມີຂໍ້ມູນເປີດເຜີຍວ່າ ຍັງພົບການຈູດຂີ້ເຫຍື້ອເປັນຈຳນວນຫຼາຍໃນນະຄອນຫຼວງວຽງຈັນ ໂດຍສາເຫດທີ່ຍັງມີການຈູດຂີ້ເຫຍື້ອນັ້ນ ຍ້ອນວ່າປະຊາຊົນຈຳນວນໜຶ່ງຍັງບໍ່ຢາກເສຍຄ່າເກັບຂີ້ເຫຍື້ອ ຍ້ອນມີລາຄາແພງ ແລະ ອີກຈຳນວນໜຶ່ງແມ່ນມາຈາກບັນຫາລົດມາເກັບຂີ້ເຫຍື້ອທີ່ມານ້ອຍໃນແຕ່ລະອາທິດ, ແຕ່ຖ້າເບີ່ງກັບຄືນໃນດ້ານຂອງພາກທຸລະກິດ ຫຼື ຜູ້ສຳປະທານ ກໍ່ອາດເວົ້າໄດ້ວ່າ ຂອບເຂດໃນນະຄອນຫຼວງວຽງຈັນ ມີພື້ນທີ່ກວ້າງ ແລະ ບາງເຂດກໍ່ຍັງເຂົ້າເຖິງຍາກ ຈຶ່ງເຮັດໃຫ້ການບໍລິການບໍ່ທົ່ວເຖິງ

ທ່ານຍັງແນະນຳຕື່ມສຳລັບການແຍກຂີ້ເຫຍື້ອໃນຄົວເຮືອນ ວ່າ: ຄວນແຍກຂີ້ເຫຍື້ອເປັນ 2 ພາກສ່ວນຄື: ຖົງ 1 ແມ່ນໄວ້ໃສ່ສະເພາະຂີ້ເຫຍື້ອລີໄຊໂຄທຸກຊະນິດ ເຊັ່ນ: ຕຸກນ້ຳ, ເຈ້ຍ, ຂວດນ້ຳຢາລ້າງຖ້ວຍ ແລະ ອື່ນໆ ທີ່ສາມາດລີໄຊໂຄໄດ້ ແລ້ວຫຼັງຈາກທີ່ມີຈຳນວນຫຼາຍແລ້ວ ແຕ່ບໍ່ຢາກເອົາໄປຂາຍຢູ່ຮ້ານຮັບຊື້ ກໍ່ຄວນແຍກໄວ້ໜ້າເຮືອນ ເພື່ອໃຫ້ລົດເກັບຂີ້ເຫຍື້ອຮູ້ວ່າແມ່ນຂີ້ເຫຍື້ອທີ່ສາມາດເອົາໄປຂາຍໄດ້ ແລະ ອີກພາກສ່ວນໜຶ່ງ ແມ່ນໃສ່ສະເພາະຂີ້ເຫຍື້ອທີ່ບໍ່ສາມາດລີໄຊໂຄໄດ້

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແນວໃດກໍ່ຕາມ, ການແຍກຂີ້ເຫຍື້ອໃນຄົວເຮືອນ ກໍ່ຖືວ່າເປັນວິທີໜຶ່ງ ທີ່ສາມາດຊ່ວຍໂລກໄດ້ ເພື່ອໃຫ້ຂີ້ເຫຍື້ອສາມາດກັບໄປສູ່ການລີໄຊໂຄ ແລ້ວກັບອອກມາສູ່ສັງຄົມອີກຄັ້ງ

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້