ພຽງບໍ່ທັນຮອດເດືອນ ຍອດວິວເພງ “ຕື່ນຈາກຝັນ“ ຈາກ BAY6IX ( ເບຊິກ ) ໃນຍູທູບ ຊ່ອງ “Bay6ix lqstking” ກໍ່ພຸ່ງຂື້ນກ່າຍ 19 ລ້ານວິວໄປແລ້ວ ແລະຍັງຄົງເພິ່ມຂຶ້ນເລື້ອຍໆ ສູ່ຍອດວິວ 20 ລ້ານໃນເວລາອີກບໍ່ດົນ, ໃນມື້ນີ້ ອິນໄຊລາວຈະພາທຸກຄົນມາຮູ້ຈັກກັບໝຸ່ມວັຍ 24 ປີ ເຈົ້າຂອງຜົນງານເພງນີ້ນຳກັນ.

ເຈົ້າຂອງຊື່ອ BAY6IX ນີ້ ມີໂປຣຟາຍບໍ່ທຳມະດາ ຊື່ເຕັມແມ່ນ ທ້າວພູວົງ ພົມມະເທດ ຫຼື ຊື່ຫລີ້ນ “ເບ” ຕາມທີ່ຫຼາຍໆ ຄົນອາດໄດ້ເຫັນແລ້ວ ໃນເວັບຍູທູບ ເປັນຄົນແຂວງຫລວງນ້ຳທາ ທີ່ໄປຈົບການສຶກສາລະດັບປະລີນຍາຕີ ຈາກ ສປ ຈີນ ໂດຍໄດ້ເລິ່ມເຮັດເພງມາແຕ່ສະໄຫມຍັງຮຽນຢູ່ມໍປາຍ ຮ່ວມກັບຫມູ່ທີ່ມັກຮັກໃນສຽງດົນຕີຄືກັນເປັນກຸ່ມນ້ອຍໆ ສ່ວນເເນວເພງທີມັກ ແມ່ນແນວເພງ Pop, R&B, jazz ແລະເພງທີ່ເປັນກະແສມາແຮງທົ່ວໄປ

“ໃນຕອນນັ້ນວົງການເພງບ້ານເຮົາອາດຈະຍັງບໍ່ກວ້າງຄືປັດຈຸບັນ ດ້ວຍຄວາມມັກ ແລະ ຮັກໃນສຽງດົນຕີເລີຍບໍ່ເຄີຍທີ່ຈະຢຸດ ແລະເຮັດຕາມຄວາມຝັນຂອງຕົນເອງມາຕະຫລອດ ເເລະ ເລີ່ມເຮັດເພງລົງຢູທູບແບບຈິງຈັ່ງແມ່ນຕອນທ້າຍປີ 2018 ມາຈົນເຖິງປັດຈຸບັນ” ທ້າວພູວົງກ່າວຕື່ມອີກວ່າ ສ່ວນຫລາຍທຸກເພງແມ່ນຈະເຮັດເອງທັງຫມົດ ບໍ່ວ່າຈະ ຂຽນເນື້ອເພງ, ຮຽບຮຽງ, ເຮັດດົນຕີ,ລວມເຖິງກຳກັບ MV ທັງຫມົດ ໂດຍແຮງບັນດານໃຈໃນການຂຽນເພງ ທຸກເພງຫລັກໆ ແມ່ນຂຽນມາຈາກຈີນຕະການ ແລະ ເລື່ອງລາວໃນຊີວິດຈິງຂອງຕົນເອງ ຫລື ຄົນອ້ອມຂ້າງ ເເລະ ຟັງສິນລະປິນທີ່ໍຕົນມັກ ທຸກເພງທີເຮັດອອກມາແມ່ນຢາກຖ່າຍທອດອາລົມ ແລະຄວາມຮູ້ສຶກໃນຊວ່ງນັ້ນໆ
ບາງເພງທີ່ເຄີຍເປັນກະແສ ເຊື່ອວ່າບາງຄົນອາດຈະເຄີຍໄດ້ຟັງມາກ່ອນເເລ້ວ ເຊັ່ນ ເພງ : ເປັນພຽງຝຸ່ນ, ຖາມຈັກຄຳ, ສຸດທ້າຍຕ້ອງຈາກລາ,ບອກເຮັດຫຍັງ, ແລະ ເພງລ່າສຸດທີ່ມາແຮງ “ຕື່ນຈາກຝັນ”
“ສໍາລັບກະເເສຕອບຮັບ ເພງ ‘ຕື່ນຈາກຝັນ’ ແມ່ນຮູ້ສືກຕື້ນຕັນຫລາຍ ທີມີຄົນມັກຜົນງານເຮົາຫລາຍປານນີ້. ຄວາມຮູ້ສຶກຕອນນີ້ມັນກະຄ້າຍໆຊື່ເພງ ຕື່ນຂື້ນມາຈາກຝັນມັນກະກາຍເປັນກະແສດັງຂ້າມປະເທດໄປແລ້ວ ຂອບໃຈຫລາຍໆ”

ນອກນີ້ ທ້າວພູວົງຍືນຍັນວ່າ ໄວໆ ນີ້ຈະມີຜົນງານເພງໃຫມ່ມາໃຫ້ຟັງກັນແນ່ນອນ ເຊິ່ງຈະເປັນແນວເພງທີບໍ່ເຄີຍເຮັດມາກ່ອນ ເປັນສິ່ງທີ່ທ້າທາຍກັບຄວາມສາມາດເຮົາຫລາຍ. ສ່ວນເລື່ອງຄວາມຮັກ ຕອນນີ້ແມ່ນມີຫວານໃຈແລ້ວ ນັ້ນກໍຄື ນ້ອງ LALA (ລາລ່າ) ຄົນທີ່ຮ້ອງເພງ “ຕື່ນຈາກຝັນ” ຄູ່ກັນນັ້ນເອງ
ເເລະ ສຸດທ້າຍນີ້ ໃນນາມ Bay6ix ກໍ່ຂໍຂອບໃຈແຟນໆ ທຸກຄົນຫຼາຍໆ ທັງໃນລາວ ແລະຕ່າງປະເທດ ທີ່ຕິດຕາມຜົນງານ ແລະຂອບໃຈທຸກການສະຫນັບສະຫນຸນ ເເລະ ຈະຕັ້ງໃຈຜະລິດຜົນງານອອກມາໃຫ້ທຸກຄົນໄດ້ຕິດຕາມເລື້ອຍໆ.
Hits: 52