ມື້ນີ້ (3 ທັນວາ 2021) ໄດ້ມີ ພິທີເປີດການນໍາໃຊ້ທາງລົດໄຟລາວ-ຈີນ ຂະບວນລ້ານຊ້າງ ແລະ ຂະບວນແຄນລາວ ເຊິ່ງນັບເປັນຂອງຂວັນອັນລໍ້າຄ່າ ທີ່ມີຄວາມໝາຍທາງປະຫວັດສາດ ຢ່າງເປັນທາງການ ພາຍຫຼັງເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນທັນວາ 2016

ໂດຍໃຫ້ກຽດເຂົ້າຮ່ວມເປີດນໍາໃຊ້ລົດໄຟຢ່າງເປັນທາງການ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ,ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ແລະ ເຂົ້າຮ່ວມຢູ່ສະຖານີລົດໄຟນະຄອນຫຼວງວຽງຈັນ ມີ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນໍາພັກ-ລັດ ເຂົ້າຮ່ວມຂີ່ລົດໄຟຖ້ຽວປະຖົມມະເລີກ ເພື່ອເດີນທາງໄປຢ້ຽມຊົມສະຖານີວັງວຽງ ແຂວງວຽງຈັນ ພ້ອມດຽວກັນກັບລົດໄຟຈີນ ກໍໄດ້ເຄື່ອນອອກຈາກສະຖານີລົດໄຟ ນະຄອນຄຸນມິງ ໃນເວລາດຽວກັນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໂຄງການນີ້ ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນທັນວາ 2016 ລວມໄລຍະເວລາ 5 ປີ. ໂດຍໃນເບື້ອງຕົ້ນ, ປີນີ້, ແຕ່ລະມື້ຈະເປີດແລ່ນຂະບວນລົດໄຟສາຍພາຍໃນປະເທດ 2 ຄູ່/ມື້ ລວມ 4 ຖ້ຽວ ດັ່ງນີ້;

  1. ນະຄອນຫລວງວຽງຈັນ – ບໍ່ເຕັນ: ເວລາອອກ 8:00 ໂມງ ເຖິງສະຖານີບໍ່ເຕັນ 11:30 ໂມງ
  2. ບໍ່ເຕັນ – ນະຄອນຫລວງວຽງຈັນ: ເວລາອອກ 12:00 ໂມງ ເຖິງສະຖານີນະຄອນຫລວງ 15:14 ໂມງ
  3. ນະຄອນຫລວງວຽງຈັນ – ຫລວງພະບາງ: ເວລາອອກ 15:44 ໂມງ ເຖິງ ສະຖານີຫລວງພະບາງ 17:46 ໂມງ
  4. ຫລວງພະບາງ – ນະຄອນຫລວງວຽງຈັນ: ເວລາອອກ 18:16 ໂມງ ເຖິງ ສະຖານີນະຄອນຫລວງ 20:22 ໂມງ

ຢ່າງໃດກໍ່ດີ ຜູ້ທີ່ຈະໃໍຊ້ບໍລິການ ຈະຕ້ອງເຮັດຕາມມາດຕະການປ້ອງກັນພະຍາດໂຄວິດ ດ້ວຍການກວດຫາເຊື້ອກ່ອນຂຶ້ນລົດຢ່າງໜ້ອຍ 72 ຊັ່ວໂມງ

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້