ນະຄອນຫຼວງວຽງຈັນ, ວັນພຸດ ທີ 8 ເດືອນທັນວາ: Meta ໄດ້ປະກາດການຮ່ວມມືກັບສູນເລືອດແຫ່ງຊາດ ອົງການກາແດງລາວໃນການຊ່ວຍເພີ່ມການສະໜອງເລືອດໃນປະເທດຄຽງຄູ່ກັບຄວາມຮຽກຮ້ອງຕ້ອງການ ຂອງຜູ້ບໍລິຈາກໜ້າໃໝ່.

ນັບຕັ້ງແຕ່ມີການເປີດໂຕຄັ້ງທຳອິດໃນປີ 2017, ຟີວເຈີ້ບໍລິຈາກເລືອດຂອງ Meta ໄດ້ຊ່ວຍໃຫ້ຜູ້ນໍາໃຊ້ Facebook ຫຼາຍກວ່າ 100ລ້ານຄົນໄດ້ລົງທະບຽນເພື່ອຮັບການແຈ້ງເຕືອນກ່ຽວກັບການບໍລິຈາກເລືອດໃນທົ່ວໂລກ, ເພີ່ມອັດຕາການບໍລິຈາກເລັືອດ ແລະ ຊ່ວຍຮັກສາອັດຕາການສະໜອງເລືອດໂດຍສະເພາະແມ່ນໃນຊ່ວງ ການລະບາດຂອງພະຍາດໂຄວິດ-19.
“ທຸກໆມື້, ພວກເຮົາເຫັນຜູ້ຄົນໃນທົ່ວໂລກມາລວມຕົວກັນໃນແພັດຟອມຂອງພວກເຮົາເພື່ອສົ່ງເສີມກັນແລະກັນ ແລະຊ່ວຍເຫຼືອຊຸມຊົນຂອງພວກເຂົາ. ໂດຍການຮ່ວມມືກັບສູນເລືອດແຫ່ງຊາດ ອົງການກາແດງລາວໃນຄັ້ງນີ້, ພວກເຮົາຕ້ອງການສ້າງຊ່ອງທາງທີ່ງ່າຍທີ່ສຸດສຳລັບຄົນລາວໃນການບໍລິຈາກເລືອດແລະຮັກສາຊີວິດຂອງຜູ້ຄົນ, ແລະພາຍໃນການກົດປຸ່ມພຽງແຕ່ສອງສາມຄັ້ງ ທ່ານກໍສາມາດລົງທະບຽນ, ໄດ້ຮັບການແຈ້ງເຕືອນ ເມື່ອສູນບໍລິຈາກເລືອດໃນທ້ອງຖິ່ນຕ້ອງການຜູ້ບໍລິຈາກເພີ່ມ, ແລະຍັງເປັນການປຸກລະດົມໃຫ້ຄົນອື່ນໆໄດ້ ເຮັດແບບດຽວກັນອີກດ້ວຍ. ພວກເຮົາຮູ້ສຶກຂອບໃຈສູນເລືອດແຫ່ງຊາດ ອົງການກາແດງລາວ ສຳລັບການຮ່ວມມືກັນໃນຄັ້ງນີ້ ແລະ ເຮັດໃຫ້ພວກເຮົາສາມາດເປີດນຳໃຊ້ຟີວເຈີ້ນີ້ໃນປະເທດລາວໄດ້ຢ່າງສົມບູນ.”
ທ່ານ ພັກເດ ເຮັງ, ຫົວໜ້າຝ່າຍນະໂຍບາຍສາທາລະນະສຸກປະຈຳ ສປປ ລາວ ຂອງ Meta.
ສຳລັບຟີວເຈີ້ນີ້ຈະອະນຸຍາດໃຫ້ຜູ້ທີ່ມີອາຍຸລະຫວ່າງ 18 ຫາ 65 ປີສາມາດລົງທະບຽນເພື່ອຮັບການອັບເດດເທິງ Facebook ກ່ຽວກັບການໃຫ້ເລືອດ, ໄດ້ຮັບການແຈ້ງເຕືອນກ່ຽວກັບໂອກາດໃນການບໍລິຈາກ ທີ່ສູນບໍລິຈາກເລືອດໃນທ້ອງຖິ່ນ ແລະ ເຊີນຊວນໝູ່ເພື່ອນຂອງທ່ານມາບໍລິຈາກນໍາກັນ. Meta ກຳລັງໂປຣໂໝດຟີວເຈີ້ດັ່ງກ່າວດ້ວຍການແຈ້ງເຕືອນຂຶ້ນ Newsfeeds ຫຼື ເຮົາສາມາດຄົ້ນຫາມັນໄດ້ງ່າຍໆ ພຽງແຕ່ກົດ ຄົ້ນຫາ “ການບໍລິຈາກເລືອດ” ເທິງແອັບ Facebook. ຟີວເຈີ້ການບໍລິຈາກເລືອດ ແມ່ນຟີວເຈີ້ທີ່ນຳໃຊ້ໃນທົ່ວໂລກເທິງແອັບ Facebook. ໃນລະຫວ່າງ 2ເດືອນທຳອິດ ຫຼັງຈາກທີ່ພວກເຮົາໄດ້ເປີດໂຕ ຢູ່ທີ່ປະເທດອາເມລິກາໃນເດືອນມິຖຸນາ ປີ 2019, ຟີວເຈີ້ການບໍລິຈາກເລືອດ ໄດ້ເພີ່ມອັດຕາການບໍລິຈາກ ຂອງຜູ້ບໍລິຈາກເທື່ອທຳອິດໃນສະຫະລັດອາເມລິກາຂຶ້ນເຖິງ 19%. ເຊິ່ງໃນປະຈຸບັນແມ່ນໄດ້ເປີດໃຊ້ງານໃນຫຼາຍກວ່າ 43 ປະເທດແລ້ວ ລວມທັງປະເທດລາວອີກດ້ວຍ.
ດຣ ຈັນທະລາ ສຸກສາຄອນ, ຫົວຫນ້າສູນເລືອດແຫ່ງຊາດໄດ້ກ່າວວ່າ:“ພວກເຮົາມີຄວາມຍິນດີທີ່ຈະເຂົ້າຮ່ວມໃນຖານະ ໜຶ່ງໃນຜູ້ທີ່ຮັບຮອງເອົາຟີວເຈີ້ບໍລິຈາກເລືອດຂອງ Facebook ໃນທົ່ວໂລກ. ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການຮັບເອົາ ການບໍລິຈາກເລືອດຜ່ານທາງ ສື່ສັງຄົມອອນລາຍແມ່ນເຄື່ອງມືທີ່ເໝາະສົມໃນການຊ່ວຍໂປຣໂໝດຄໍາຂວັນ “ໃຫ້ເລືອດ ໃຫ້ຊີວິດ”. ພວກເຮົາຕ້ອງການປຸກລະດົມທຸກໆຄົນທີ່ມີເງື່ອນໄຂໃນການລົງທະບຽນເປັນຜູ້ບໍລິຈາກ, ພ້ອມທັງແບ່ງປັນປະສົບການເພື່ອສ້າງແຮງບັນດານໃຈໃຫ້ຄົນອື່ນໆໃນການເຮັດສິ່ງດຽວກັນນີ້. ຄວາມຕ້ອງການເລືອດໃນປະເທດລາວແມ່ນມີຢູ່ເລື້ອຍໆ; ເຊິ່ງພວກເຮົາມີຄວາມຕ້ອງການຮັບເອົາ ການບໍລິຈາກເລືອດຫຼາຍກວ່າ 1,300 ຄັ້ງໃນທຸກໆອາທິດເພື່ອຕອບສະໜອງຕາມຄວາມຕ້ອງການຂອງຄົນເຈັບ ພາຍໃນປະເທດໄດ້, ແລະຕ້ອງຂໍຂອບໃຈສຳລັບຄວາມເອື້ອເຟື້ອເພື່ອແຜ່ຂອງຜູ້ບໍລີຈາກພາຍໃນປະເທດ, ທີ່ມີສ່ວນເຮັດໃຫ້ຫຼາຍພັນຊີວິດປອດໄພໃນທຸກໆມື້. ແນວໃດກໍຕາມ, ຕໍ່ກັບຄວາມຕ້ອງການທີ່ເພີ່ມຂຶ້ນ ສູງກວ່າແຕ່ກ່ອນແລ້ວ, ພວກເຮົາຍັງຕ້ອງການຜູ້ບໍລິຈາກທີ່ເພີ່ມຂຶ້ນເຊັ່ນກັນ.”
ອີງຕາມຄຳແນະນຳຂອງອົງການອະນາໄມໂລກ, 1% ຂອງປະຊາກອນໃນທຸກໆປະເທດຄວນບໍລິຈາກເລືອດຢ່າງໜ້ອຍ 1ຄັ້ງຕໍ່ປີເພື່ອຮັບປະກັນຕໍ່ການສະໜອງເລືອດໃຫ້ພຽງພໍ, ແຕ່ວ່າການບໍລິຈາກເລືອດໃນປະເທດລາວຍັງບໍ່ເຖິງ 1% ເທື່ອ, ເຊິ່ງນັ້ນກໍເປັນສາເຫດທີ່ສູນເລືອດແຫ່ງຊາດ ອົງການກາແດງລາວມີຄວາມຕ້ອງການຢາກຊອກຫາ “ຜູ້ບໍລິຈາກໜ້າໃໝ່” ຜ່ານຟີວເຈີ້ບໍລິຈາກເລືອດຂອງ Facebook ເພື່ອຊ່ວຍຮັບປະກັນໃຫ້ກັບຜູ້ບໍລິຈາກລຸ້ນຕໍ່ໄປ ໃນໄລຍະຍາວແລະຮັບປະກັນການສະໜອງເລືອດໃນອະນາຄົດ.
ວິທີການເຂົ້າເຖິງຟີວເຈີ້ບໍລິຈາກເລືອດຂອງ Facebook.
- ບຸກຄົນທີ່ມີອາຍຸລະຫວ່າງ 18 – 65 ປີ ໃນປະເທດລາວສາມາດລົງທະບຽນເພື່ອຮັບການແຈ້ງເຕືອນ ກ່ຽວກັບການບໍລິຈາກເລືອດເທິງ Facebook ໂດຍການເຂົ້າໄປທີ່ “ການບໍລິຈາກເລືອດ” ໃນພາກສ່ວນ “ກ່ຽວກັບ” ເທິງໂປຣຟາຍຂອງພວກເຂົາ, ຫຼືເຂົ້າໄປທີ່ລິ້ງ facebook.com/donateblood.
- ສຳລັບຄົນທີ່ລົງທະບຽນແລ້ວຈະສາມາດເຫັນການຮ້ອງຂໍ ແລະເຂົ້າເຖິງໂອກາດໃນການບໍລິຈາກເລືອດ ໃນຫຼາຍກວ່າ 18 ສູນບໍລິຈາກພາຍໃນປະເທດເທິງ Blood Donations on Facebook ໃນໂທລະສັບມືຖືຂອງພວກເຂົາ.
Hits: 8