ການຕົ້ມເຫຼົ້າເເບບພື້ນບ້ານ ຖືເປັນເອກະລັກ ແລະ ມູນເຊື້ອອີກຢ່າງໜຶ່ງຂອງລາວທີ່ສືບທອດກັນມາເເຕ່ບູຮານນະການ ແຕ່ບໍ່ມີເຫຼົ້າໃດຈະໂດດເດັ່ນແຕກຕ່າງຄື “ເຫຼົ້າຂຽວ” ເເຂວງຜົ້ງສາລີ ດ້ວຍການຕົ້ມເຫຼົ້າຂຽວທີ່ເປັນເອກະລັກສະເພາະທ້ອງຖິ່ນຜົ້ງສາລີ ຈົນເອີ້ນໄດ້ວ່າ ເປັນເອກະລັກໜຶ່ງດຽວໃນລາວແທ້
ທ່ານ ນາງ ທອງສະຫວັນ ບຸນເລີດ ເຈົ້າຂອງບໍລິສັດຫັດຖະກໍາມາດສະຖານ ແລະໜຶ່ງໃນຜູ້ນຳເຫຼົ້າຂຽວຈາກຜົ້ງສາລີມາຈຳໜ່າຍ ເປັນໜຶ່ງໃນລາຍການຜະລິດຕະພັນຂອງຮ້ານ ໄດ້ເລົ່າໃຫ້ອິນໄຊລາວເຮົາວ່າ : ເຫຼົ້າຂຽວເປັນເຫຼົ້າພື້ນເມືອງໜຶ່ງດຽວຂອງລາວ ເປັນຜະລິດຕະພັນພື້ນເມືອງ ທີ່ມີເອກະລັກສະເພາະ ມີຕົ້ນກໍາເນີດມາຈາກ ບ້ານຂຸນສຸກຫຼວງ ເເຂວງຜົ້ງສາລີ ໂດຍພູມປັນຍາຂອງຊາວບ້ານ ທີ່ເປັນມໍລະດົກຕົກທອດກັນມາແຕ່ດົນນານ ໃນການຄົ້ນຄິດຫາສູດ ແລະ ສ່ວນປະສົມໃນການເຮັດເຫຼົ້າຂຽວດ້ວຍຕົນເອງ
“ເຫຼົ້າຂຽວ” ໄດ້ເຮັດມາຈາກເຂົ້າ ແລະ ສາລີ ປະສົມກັບສະມຸນໄພທ້ອງຖິ່ນເພື່ອເຮັດໃຫ້ມີກິ່ນທີ່ຫອມ ສ່ວນສີຂຽວນັ້ນແມ່ນເພີ່ນໄດ້ນໍາເອົາໃບໝາກທຸມ ເຊິ່ງເປັນຕົ້ນໄມ້ທ້ອງຖິ່ນຢູ່ຜົ້ງສາລີ ນໍາມາຕົ້ມແລ້ວປະສົມກັບເຫຼົ້າເພື່ອເຮັດໃຫ້ເປັນສີຂຽວ
ຂັ້ນຕອນໃນການຕົ້ມເຫຼົ້າຂຽວ ເພີ່ນຈະນໍາເອົາສາລີມາຕົ້ມປະມານ 5-6 ຊົ່ວໂມງ ຫຼັງຈາກນັ້ນນໍາມາຖອກເພີຍໄວ້ໃຫ້ເຢັນແລ້ວເອົາມາປະສົມກັບແປ້ງເຫຼົ້າ ຫຼັງຈາກປະສົມແລ້ວໆ ເອົາໃສ່ກະສອບອົບໄວ້ 48 ຊົ່ວໂມງ ແລ້ວນໍາເອົາມາໃສ່ຖັງໄວ້ປະມານ 9-10ມື້ ແລ້ວຈື່ງນໍາອອກມາກັ່ນຕອງເອົານໍ້າເຫຼົ້າລົດຊາດຂອງເຫຼົ້າຂຽວເວລາດີື່ມຈະຫວານຄໍ, ມີກິ່ນຫອມຂອງສະມຸນໄພ ບໍ່ມີສານເຈືອປົນ ຈະມີຄວາມແຕກຕ່າງຈາກເຫຼົ້າປະເພດອື່ນຄື ເຫຼົ້າຂຽວມີເອກະລັກສະເພາະເປັນສີຂຽວແຕ່ງສີຈາກໃບໝາກທຸ່ມ ເປັນຕົ້ນໄມ້ພື້ນບ້ານທີ່ເກີດຂື້ນຕາມທຳມະຊາດ ເປັນມໍລະດົກຕົກທອດກັນມາຫຼາຍເຊັ່ນຄົນຂອງຊາວແຂວງຜົ້ງສາລີ ຈົນໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກ ແລະ ກາຍມາເປັນສິນຄ້າໂອດ໋ອບໃນປະຈຸບັນ
ເຫຼົ້າຂຽວມີຄຸນປະໂຫຍດຊ່ວຍໃນເລື່ອງການໝູນວຽນຂອງເລືອດໃນຮ່າງກາຍໄດ້ດີ ຄວນກິນຕອນເຊົ້າ 1 ຈອກ ຕອນແລງ 1 ຈອກ ຈະເປັນຢາດີຕໍ່ສຸຂະພາບ ເຮັດໃຫ້ຮ່າງກາຍແຂງເເຮງ ສ່ວນຫຼາຍຄົນຜົ້ງສາລີຈະນໍາເຫຼົ້າຂຽວໄປເຮັດເປັນຢາດອງພື້ນເມືອງ
Hits: 2