ທະນາຄານອຸດສາຫະກຳ​ ແລະ ​ການ​ຄ້າ​ຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ ໄດ້ຈັດງານເປີດນໍາໃຊ້ ICBC Intelligence Bank ຂື້ນ ໃນມື້ນີ້ ໂດຍໃຫ້ກຽດເປີດງານໂດຍ ທ່ານ ຊຸນເຟີງເຫຼ ຜູ້ອຳນວຍການ ທະນາຄານ ອຸດສາຫະກຳ​ ແລະ ​ການ​ຄ້າ​ຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີ  ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ; ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາທ່ານຕ່າງໜ້າຈາກຄູ່ຮ່ວມພັດທະນາ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ໃນໂອກາດດັ່ງກ່າວນີ້ ທ່ານ ຊຸນເຟີງເຫຼ ໄດ້ກ່າວວ່າ ໃນໄລຍະ 10 ປີຜ່ານມາ, ທະນາຄານ ໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ໄດ້ຍຶດໝັ້ນໃນ ວັດທະນະທໍາທີ່ດີເດັ່ນ ຂອງວິສະຫະກິດຄື “ການດໍາເນີນທຸລະກິດດ້ວຍຄວາມຈິງໃຈ ກ້າວໄປສູ່ອະນາຄົດທີ່ຍາວໄກ”, ທະນາຄານໄດ້ລົງຫຼັກປັກຖານຢູ່ ສປປ ລາວ, ດໍາເນີນທຸລະກິດ ແລະ ພັດທະນາຢ່າງໝັ້ນຄົງ, ໄດ້ມີການສະໜອງການບໍລິການ ແລະ ຜະລິດຕະພັນທາງການເງິນທີ່ຫຼາກຫຼາຍໃຫ້ແກ່ພາກສ່ວນຕ່າງໆໃນສັງຄົມລາວ; ມູນຄ່າຊັບສິນ, ລາຍຮັບທຸລະກິດ, ການມອບພັນທະອາກອນໃຫ້ລັດຂອງສາຂາ ແລະ ອື່ນໆ ມີການເພີ່ມຂຶ້ນຢ່າງໝັ້ນຄົງ, ສາຂາໄດ້ສຸມທຸກເຫື່ອແຮງ ແລະ ຄວາມສາມາດຂອງຕົນ ເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ.

ຫຼັງຈາກຜ່ານການ ຄົ້ນຄວ້າວິໄຈ ແລກປ່ຽນຄໍາເຫັນ,ສະເໜີໂຄງການ, ພັດທະນາລະບົບ ແລະ ການກະກຽມຄວາມພ້ອມຕ່າງໆ ມາເປັນໄລຍະເວລາ 2 ປີແລ້ວນັ້ນ, ມາຮອດມື້ນີ້  ICBC Intelligence Bank ຂອງ ທະນາຄານ ໄອຊີບີຊີ ສາຂານະຄອນຫຼວງວຽງຈັນ ຈະເປີດໃຫ້ບໍລິການຢ່າງເປັນທາງການ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ຊຸນເຟີງເຫຼ ຍັງໄດ້ກ່າວຕື່ມອີກວ່າ: ICBC Intelligence Bank ຂອງ ສາຂານະຄອນຫຼວງວຽງຈັນ, ເປັນຄວາມພະຍາມໃນປະດິດສ້າງນະວັດຕະກໍາດ້ານເຕັກໂນໂລຊີທາງດ້ານການເງິນ, ພວກເຮົາໝັ້ນໃຈທີ່ຈະໃຊ້ ICBC Intelligence Bank ໃຫ້ບໍລິການທາງດ້ານການເງິນທີ່ດີເລີດໃຫ້ແກ່ລູກຄ້າ, ພ້ອມກັນນັ້ນ ພວກເຮົາກໍ່ຫວັງເປັນຢ່າງຍິ່ງວ່າ ປະຕິບັດການ “ການຫຼອມດິນຈີ່ ໃຫ້ໄດ້ຄ່າເໜືອນກັບຍົົກ” ຂອງພວກເຮົານີ້ ຈະເປັນການທອນໂຮມປະສົບການໃຫ້ແກ່ ທະນາຄານອື່ນໆ ແລະ ພວກເຮົາຍິນດີເປັນຢ່າງຍິ່ງທີ່ຈະເສີມຂະຫຍາຍ ຢົກສູງ ການແລກເຊິ່ງກັນ ວຽກງານການສ້າງນະວັດຕະກໍາ ທາງດ້ານເຕັກໂນໂລຊີ ຂອງຂະແໜງການ ແລະ ກັນ ກັບບັນດາຫົວໜ່ວຍທະນາຄານດ້ວຍກັນ, ພ້ອມກັນສູ້ຊົນ ຊຸກຍູ້ ຜັກດັນ ໃຫ້ທະນາຄານລາວ ໃຫ້ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ, ພ້ອມພຽງກັນສ້າງສະພາບແວດລ້ອມທາງດ້ານການເງິນທີ່ທັນສະໄໝ, ປອດໄພ ແລະ ສະດວກສະບາຍຍິ່ງຂຶ້ນໃຫ້ແກ່ສັງຄົມລາວ.

ສໍາລັບຄວາມສາມາດຂອງເຄື່ອງທັນສະໄໝເຫຼົ່ານີ້ ສາມາດໃຫ້ການບໍລິການ: ຈໍາແນກລູກຄ້າ ດ້ວຍການສະແກນໃບໜ້າ, ເຄົາເຕີອັດສະລິຍະ ທີ່ຊົມໃຊ້ເຮັດທຸລະກໍາໄດ້ດ້ວຍຕົວລູກຄ້າເອງ, ການບໍລິການເຊື່ອມໂຍງສູນປະຕິບັດການແບບລວມສູນ ເພື່ອດໍາເນີນທຸລະກໍາ ໃຫ້ແກ່ລູກຄ້າ, ການເຮັດທະລຸກໍາທີ່ບໍ່ຈໍາເປັນຕ້ອງຂຽນແບບຟອມ ແລະ ຄວາມສາມາດອື່ນໆ ອີກຫຼວງຫຼາຍ, ທີ່ຈະເຮັດໃຫ້ລູກຄ້າໄດ້ສໍາພັດກັບປະສົບການ ການບໍລິການດ້ານການເງິນຮູບແບບໃໝ່ ດ້ວຍນະວັດຕະກໍາປັນຍາປະດິດ, ອັດສະລິຍະ ສະດວກວ່ອງໄວ ແລະ ປອດໄພ.

ICBC Intelligence Bank ຂອງ ສາຂານະຄອນຫຼວງວຽງຈັນໄດ້ສ້າງມິຕິໃໝ່ 4 ດ້ານ ໃນບັນດາສາຂາຕ່າງປະເທດຂອງກຸ່ມ ທະນາຄານ ໄອຊີບີຊີ ຄື: ໜຶ່ງ ເປັນສາຂາຕ່າງ ປະເທດແຫ່ງທໍາອິດ ຂອງ ກຸ່ມທະນາຄານ ໄອຊີບີຊີ ທີ່ຄົ້ນຄວ້າ ແລະ ພັດທະນາ Intelligence Bank ທີ່ມີເອກະລັກທ້ອງຖິ່ນດ້ວຍຕົນເອງ, ເປັນສາຂາທໍາອິດທີ່ໝູນໃຊ້ເຕັກໂນໂລຊີ ການເຊື່ອມຕໍ່ແບບ API ທີ່ທັນສະໄໝໃນປະຈຸບັນຫຼາຍທີ່ສຸດ, ເຮັດໃຫ້ກາຍເປັນສາຂາທີ່ມີລະບົບທີ່ປະກອບມີຄວາມສາມາດໃນການຂະຫຍາຍ ແລະ ລວມຕົວເຂົ້າກັນໄດ້ດີ; ເປັນສາຂາຕ່າງປະເທດກຸ່ມແລກ ທີ່ເຮັດສໍາເລັດການເຊື່ອມໂຍງກັບສູນປະຕິບັດການແບບລວມສູນ ເພື່ອດໍາເນີນທຸລະກໍາໃຫ້ບໍລິການແກ່ລູກຄ້າ; ເປັນສາຂາຕ່າງປະ ເທດກຸ່ມແລກທີ່ອະນຸມັດຜ່ານການໃຫ້ບໍລິການເຮັດທຸລະກໍາໃຫ້ແກ່ລູກຄ້າຜ່ານໜ້າຈໍຄູ່ ໂດຍນະວັດຕະກໍາການເຮັດທຸກໍາແບບບໍ່ໄດ້ໃຊ້ເຈ້ຍ, ບໍ່ຈໍາເປັນຂຽນແບບຟອມ.

ປະຈຸບັນ, ລູກຄ້າສາມາດເຮັດທຸລະກໍາຜ່ານຫຼາກຫຼາຍຊ່ອງທາງເຊັ່ນ : ຜ່ານປ່ອງບໍລິການ, ບໍລິການດ້ວຍຕົນເອງຜ່ານເຄື່ອງທັນສະໄໝ, ທະນາຄານເທິງອິນເຕີເນັດ, ທະນາຄານເທິງມືຖື ແລະ ຊ່ອງທາງອື່ນໆ, ເຊິ່ງຊ່ອງຕ່າງໆເຫຼົ່ານີ້ແມ່ນໄດ້ເຊື່ອມໂຍງ ແບບລວມສູນໃຫ້ບໍລິການ ສະດວກວ່ອງໄວແບບ on line ແລະ off line ຢູ່ທົ່ວໂລກຂອງກຸ່ມທະນາຄານ ໄອຊີບີຊີ.

ໃນລະຫວ່າງການກໍ່ຕັ້ງ ພັດທະນາ ICBC Intelligence Bank ນັ້ນ, ພວກເຮົາໄດ້ຮັບການສະໜັບສະໜຸນ ແລະ ຊ່ວຍເຫຼືອຢ່າງຫຼວງຫຼາຍຈາກ ທະນາຄານ ແຫ່ງ ສປປ ລາວ ແລະ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ. ການນໍາ ແລະ ພາກສ່ວນທີ່ກ່ຽວ ຂ້ອງຕ່າງໆ ຂອງ ທະນາຄານ ແຫ່ງ ສປປ ລາວໄດ້ໃຫ້ຄໍາຊີ້ນໍາ ແລະ ຮ່ວມໃຫ້ການຄົ້ນ ຄວ້າ ແລກປ່ຽນຄໍາຄິດເຫັນ, ໄດ້ປະກອບຄໍາສະເໜີ ແລະ ຄວາມຄິດເຫັນທີ່ມີຄ່າໃຫ້ແກ່ພວກເຮົາໃນດ້ານຕ່າງໆ ທັງຂັ້ນຕອນການອອກແບບ, ການຄວບຄຸມຄວາມສ່ຽງ, ແລະມາດຕະຖານການປະຕິບັດ ບັນດາລະບຽບການຄຸ້ມຄອງຕ່າງໆ, ເຊິ່ງໄດ້ເປັນການຮັບປະ ກັນໃຫ້ໂຄງການພັດທະນາ Intelligence Bank ຂອງສາຂານະຄອນຫຼວງວຽງຈັນ ມີຄວາມຄືບໜ້າໄປໄດ້ຢ່າງລາບລື່ນ; ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ໃຫ້ການສະໜັບສະໜຸນຢ່າງສູງຕໍ່ໂຄງການພັດທະນາທຸລະກໍາ ການຈ່າຍຄ່າທໍານຽມເຮັດວີຊ່າດ້ວຍຕົນເອງຂອງລູກຄ້າ, ເຊິ່ງຈະເປັນການຊ່ວຍແກ້ໄຂໄດ້ບັນຫາຄວາມຫຍຸ້ງຍາກໃນການຕ້ອງໄດ້ກັບໄປມາ ລະ ຫວ່າງສະຖານທູດ ແລະ ທະນາຄານ ເພື່ອຊໍາລະຄ່າທໍານຽມອອກວີຊ່າ, ທີ່ຈະຊ່ວຍເຮັດໃຫ້ການບໍລິການ ສະດວກວ່ອງໄວຍິ່ງຂຶ້ນ

ທ່ານ ຈ່າງ ເຫວີຍຫວູ ຮອງຜູ້ອໍານວຍການ ທະນາຄານ ໄອຊີບີຊີ ສໍານັກງານໃຫຍ່ຍັງໄດ້ກ່າວຕື່່ມອີກວ່າ ໃນ​​ 10 ​ປີ​ທີ່​ຜ່ານ​ມາ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ ແລະ ​ສະໜັບສະໜູນ​ ຈາກບັນດາທ່ານ, ໄອຊີບີຊີ ສາຂາ​ຄອນຫຼວງວຽງຈັນ ແມ່ນໄດ້ເອົາໃຈໃສ່ຕັ້ງໜ້າ​ ​ເຂົ້າ​ຮ່ວມ​ໃນ​ການ​ສ້າງສາ “ຄູ່ຮ່ວມສະຕາກໍາສອງຊາດ ຈີນ-ລາວ”, ສະໜັບສະໜູນ “ໜຶ່ງ​ແລວ​​ໜຶ່ງ​ເສັ້ນທາງ”​ ແລະ “ແລວ​ເສດຖະກິດ​ຈີນ-ລາວ” ທີ່​ເປັນໂຄງການສຳຄັນ ໂດຍໄດ້ສະໜອງ​ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບສູງ ​ໃຫ້​ແກ່​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ສອງ​ປະ​ເທດ ​ແລະ ປະຈຸ​ບັນ​ແມ່ນໄດ້​ກາຍ​ເປັນ​ທະນາຄານ​ຕ່າງປະ​ເທດ ​ທີ່​ໃຫຍ່​ທີ່​ສຸດ​ໃນ ສປປ ​ລາວ ​ແລະ ມີ​ການສົ່ງ​ມອບພັນທະອາກອນໃຫ້​ລັດຖະບານ​ລາວ ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ຂະ​ແໜງ​ການ​ທະນາຄານ, ຮັບ​ໃຊ້​ໃນການ​ສ້າງສາ​ເສດຖະກິດ​ ​ແລະ ​​ພັດທະນາ​​ປະ​ເທດລາວ​ ຢ່າງ​ມີ​ປະສິດທິ​ຜົນ.

ເຊິ່ງການເປີດໂຕ ລະບົບ Intelligence Bank ຂອງ ໄອຊີບີຊີ ໃນຄັ້ງນີ້ ແມ່ນໄດ້ນຳໃຊ້ປັນຍາປະດິດທີ່ກ້າວໜ້າ, ການເຂົ້າລະຫັດຂໍ້ມູນ ແລະ ເຕັກໂນໂລຊີ ທີ່ທັນສະໄໝ, ນຳໃຊ້ຮູບແບບການຈັດການແບບລວມສູນຂ້າມພາກພື້ນ ເຂົ້າໃນວຽກງານທຸລະກຳດ້ານຫຼັງ, ຂະຫຍາຍຂອບເຂດການເຮັດທຸລະກຳ ທີ່ລູກຄ້າສາມາດດຳເນີນການດ້ວຍຕົວເອງໄດ້, ປັບປຸງ​ຄຸນ​ນະພາ​ບ​ ແລະ ​ປະສິດທິ​ພາບຂອງ​ການ​ບໍລິການ​ທະນາຄານ, ຊ່ວຍ​ໃຫ້​ ໄອຊີບີຊີ ສາຂາ​ນະຄອນຫຼວງວຽງ​ຈັນ ​ສາມາດ​ບໍລິການ​ລູກ​ຄ້າ​ທ້ອງ​ຖິ່ນ​ ​ແລະ​ ສະໜອງການ​ແລກປ່ຽນ​ທາງດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ ​ຈີນ​-ລາວ ໄດ້​ດີຍິ່ງ​ຂຶ້ນ.

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້