ຂໍຂອບໃຈນຳຜູ້ສະໜັບສະໜູນ

ປີ 2021 ນີ້ຖືວ່າເປັນຍຸກສະໄໝຂອງການປ່ຽນແປງສຳລັບຫຼາຍໆຄົນໃນທົ່ວໂລກ. ພວກເຮົາໄດ້ເຮັດວຽກຮ່ວມກັນ ໃນການຊອກຫາຊ່ອງທາງໃໝ່ໆເພື່ອເຮັດໃຫ້ຜູ້ຄົນໄດ້ເຊື່ອມຕໍ່ກັນ, ຄົ້ນພົບຊຸມຊົນໃໝ່ໆ ແລະສະເຫຼີມສະຫຼອງ ທຸກໆໄຊຊະນະ. ນີ້ແມ່ນວິທີທີ່ທ່ານສາມາດສະຫຼຸບ ແລະຫວນຄືນຊ່ວງເວລາທີ່ຍິ່ງໃຫຍ່ຂອງທ່ານເທິງແອັບ Facebook ແລະ Instagram

Facebook Year Together

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ໂດຍຕັ້ງແຕ່ ວັນທີ 9 ຂອງເດືອນທັນວາ ເປັນຕົ້ນໄປ, ຜູ້ນຳໃຊ້ແອັບ Facebook ສາມາດເຫັນປະສົບການສ່ວນຕົວຂອງພວກເຂົາໄດ້ທາງ Newsfeed ແລະແບ່ງປັນກັບໝູ່ເພື່ອນ ແລະຊຸມຊົນຂອງພວກເຂົາໄດ້.
  • “Year Together” ຈະແບ່ງປັນເຫດການສຳຄັນທີ່ສ້າງແຮງບັນດານໃຈໃຫ້ພວກເຮົາໄດ້ມາຢູ່ນຳກັນ ແລະຄົ້ນພົບຈຸດເລີ່ມຕົ້ນໃໝ່ໆ. ມັນແມ່ນປະສົບການສ່ວນຕົວຈາກແອັບ Facebook ທີ່ສະທ້ອນເຖິງ ຊ່ວງເວລາຕ່າງໆທີ່ມີຄວາມໝາຍສຳລັບທ່ານແລະເຮັດໃຫ້ມັນເປັນປີທີ່ດີຂຶ້ນ – ໝູ່ເພື່ອນ, ຄວາມຮູ້ສຶກ, ສະຖານທີ່, ແລະ ຜູ້ຄົນ. Year Together ແມ່ນການເດີນທາງຂອງທ່ານເອງຜ່ານປີ 2021 ທີ່ທ່ານສາມາດແບ່ງປັນໄດ້, ສ້າງແຮງບັນດານໃຈໃຫ້ຕົວທ່ານເອງ ແລະໝູ່ເພື່ອນຂອງທ່ານ ເພື່ອໃຫ້ເຫັນວ່າທ່ານມາໄດ້ໄກປານໃດແລ້ວ.
  • ທ່ານສາມາດສ້າງ Year Together ໄດ້ແນວໃດ: Year Together ຈະປະກົດຂຶ້ນໃນ Newsfeed ຂອງທ່ານໃນຮູບແບບຂອງຂໍ້ຄວາມຈາກ Facebook. ໃນເບື້ອງຕົ້ນ, ທ່ານຈະເຫັນຂໍ້ຄວາມ ທີ່ທ່ານສາມາດເລືອກກົດເຂົ້າໄປເບິ່ງຫຼືເລື່ອນຜ່ານໄດ້. ນອກຈາກນີ້, ທ່ານຍັງສາມາດເຫັນປະສົບການ ຕ່າງໆຂອງໝູ່ເພື່ອນຂອງທ່ານ ຖ້າຫາກພວກເຂົາແບ່ງປັນເທິງ News Feed ຜ່ານຄໍາສັ່ງ “ທົດລອງມັນ”. ນອກຈາກນີ້, Year Together ຍັງສາມາດເປີດໃຊ້ງານໄດ້ເທິງ IOS, Android ແລະ ເທິງຄອມພິວເຕີຕັ້ງໂຕະອີກດ້ວຍ.

Instagram Playback

  • Playback ເທິງ Instagram ແມ່ນຊ່ອງທາງທີ່ຊ່ວຍໃຫ້ຜູ້ຄົນສາມາດ ຈົດຈຳຊ່ວງເວລາຕ່າງໆຂອງພວກເຂົາໄດ້, ຈາກຊ່ວງເວລານ້ອຍໆທີ່ພວກເຂົາອາດຈະລືມໄປແລ້ວ, ຈົນເຖິງສິ່ງທີ່ຍິ່ງໃຫຍ່ກວ່າທີ່ພວກເຂົາຈະບໍ່ມີວັນລືມ. ຟິວເຈີ້ນີ້ຈະຊ່ວຍໃຫ້ຜູ້ຄົນສາມາດເບິ່ງຍ້ອນຄືນ ແລະສະເຫຼີມສະຫຼອງໄດ້ກ່ອນປີໃໝ່ທີ່ກຳລັງຈະມາເຖິງ.
  • ນັບຕັ້ງແຕ່ຊ່ວງເວລາແຫ່ງຄວາມປະທັບໃຈຈົນເຖິງເລື່ອງລາວທົ່ວໆໄປໃນຊີວິດ, ຊ່ວງເວລາທີ່ທ່ານໄດ້ແບ່ງປັນຕະຫຼອດປີທີ່ຜ່ານມາເປັນສິ່ງທີ່ສະທ້ອນໃຫ້ເຫັນວ່າທ່ານໃຊ້ມັນແນວໃດແດ່, ໃຜທີ່ທ່ານແບ່ງປັນສິ່ງເຫຼົ່ານີ້ນຳ ລວມເຖິງທຸກສິ່ງທຸກຢ່າງທີ່ທ່ານໄດ້ຄົ້ນຫາ. Stories ຂອງທ່ານແມ່ນສະຖານທີ່ທີ່ທ່ານທົດລອງປະສົບການໃໝ່່ໆ ໃນຮູບຮ່າງແລະຂະໜາດຕ່າງໆ ທີ່ທ່ານເຫັນວ່າເໝາະສົມ. ແລະເນື່ອງຈາກໃກ້ຈະຮອດທ້າຍປີແລ້ວ, ມັນກໍເປັນຊ່ວງເວລາແຫ່ງການໄຕ່ຕອງ ແລະລະນຶກເຖິງການເດີນທາງຂອງທ່ານຕະຫຼອດປີທີ່ຜ່ານມາ.
  • ທ່ານສາມາດສ້າງ Playback ຂອງທ່ານໄດ້ແນວໃດ: Story ຂອງ Playback ປີ 2021 ຈະປະກົດຂຶ້ນເທິງ Instagram Feed ຂອງທ່ານ. ທ່ານສາມາດກົດໄປທີ່ ສະຕິກເກີ ປີ 2021 ເພື່ອເບິ່ງ Playback ຂອງທ່ານ ຫຼື ອີກຊ່ອງທາງໜຶ່ງແມ່ນທ່ານສາມາດຄົ້ນຫາ @Creator ແລະ ກົດເຂົ້າໄປທີ່ Story ສົ່ງທ້າຍປີ ແລະກົດໄປທີ່ສະຕິກເກີ ປີ 2021 ເພື່ອເບິ່ງ Playback ຂອງທ່ານ.

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້