ຂໍຂອບໃຈນຳຜູ້ສະໜັບສະໜູນ

ຊ່ວງປາຍປີ ຈົນເຖິງສົງການປີໜ້າ ການເດີນທາງດ້ວຍລົດໄຟຄວາມໄວສູງ ໜ້າຈະຍັງຢູ່ໃນແຜ່ນການໄປທ່ຽວເເບບຊິວໆ ກັບໝູ່ເພື່ອນໃຫ້ໄດ້ຈັກຄັ້ງໜຶ່ງ

ແຕ່ໄປທັງທີ ບາງຄົນກໍອາດຈະຢ້ານວ່າຈະງົງກັບສະຖານທີ່ ທີ່ບໍ່ຄຸ້ນເຄີຍ ເຮົາເລີຍລວມເອົາວິທີການຂື້ນລົດໄຟຄວາມໄວສູງຢ່າງມືອາຊີບມາຝາກ ເຖິງວ່າເຈົ້າຈະເຄີຍໄປເປັນຄັ້ງທໍາອິດກໍຕາມ

1. ແຜ່ນທີ່ຕັ້ງຂອງສະຖານີເເຕ່ລະເເຫ່ງ ຄືກັນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຖິງວ່າຈະມີຂະໜາດບໍ່ເທົ່າກັນກໍຕາມ ແຕ່ຈາກຊ້າຍໄປຂວາຈະຄືກັນໝົດ ນັ້ນກໍຄືທາງອອກ ເເລະ ປະຕູທາງເຂົ້າ ເເລະ ບ່ອນຊື້ປີ້ ແລະເຖິງວ່າປະຕູທາງອອກຈະມີບ່ອນຂາຍປີ້ຢູ່ ເພື່ອອໍານວຍຄວາມສະດວກໃຫ້ຄົນທີ່ມາຮອດ ສາມາດຊື້ປີ້ໄດ້ໄວຂື້ນ ແຕ່ເທົ່າທີ່ເຫັນ ຍັງບໍ່ເຫັນສະຖານີໃດເປີດໃຫ້ບໍລິການເລີຍ

2. ຄົນບໍ່ມີປີ້ ຫ້າມເຂົ້າອາຄານ

ແຕກຕ່າງຈາກສະໜາມບິນ ທີ່ຄົນມາສົ່ງສາມາດຍ່າງເຂົ້າໄປໃນອາຄານໄດ້ ເເຕ່ສະຖານີລົດໄຟຄວາມໄວສູງນັ້ນ ອະນຸຍາດໃຫ້ເເຕ່ຄົນທີ່ມີປີ້ໂດຍສານເຂົ້າໄປໃນອາຄານໄດ້ເທົ່ານັ້ນ ຜູ້ທີ່ມາສົ່ງຈະບໍ່ສາມາດເຂົ້າໄປທາງໃນໄດ້ເລີຍ

ດັ່ງນັ້ນຄົນທີ່ເດີນທາງກໍຕ້ອງກຽມຄວາມພ້ອມໃນການຮັກສາເຄື່ອງຂອງຕົນໃຫ້ດີໆ ແລະ ຄົນທີ່ມາສົ່ງກໍຄວນເຂົ້າຫ້ອງນໍ້າມາກ່ອນຈື່ງສະດວກທີ່ສຸດ

3. ມີນໍ້າດື່ມໃຫ້ບໍລິການຟຣີ

ບໍລິເວນດ້ານຊ້າຍ ເເລະ ດ້ານຂວາຂອງອາຄານ ຈະມີຕູ້ກົດນໍ້າຢູ່ໃກ້ໆ ໄຟທາງຍ່າງໄປຫ້ອງນໍ້າ ຖ້າເຮົາຖືຕຸກນໍ້າໄປນໍາເຮົາສາມາດຮ່າຍນໍ້າໃສຕຸກໄປກິນໄດ້ໂດຍບໍ່ຕ້ອງເສຍເງີນ

4. ບໍ່ມີຮ້ານອາຫານ

ຍົກເວັ້ນສະຖານີນະຄອນຫຼວງວຽງຈັນ ເຮົາສາມາດຊື້ອາຫານ ເເລະ ນໍ້າດື່ມໄດ້ຈາກຕູ້ກົດອັດຕະໂນມັດເຊິ່ງຢູ່ທາງເບື້ອງຂວາຂອງອາຄານໄດ້ ແຕ່ເນື່ອງຈາກວ່າການນໍາໃຊ້ຂອງຕູ້ຈໍາໜ່າຍອາຫານ ເເລະ ເຄື່ອງດື່ມນັ້ນຍັງບໍ່ສົມບູນເທື່ອ ເຮົາຈື່ງຕ້ອງຈ່າຍຄ່າສິນຄ້າເປັນເງີນສົດເທົ່ານັ້ນ

ນອກຈາກນີ້ ທີ່ສະຖານີນະຄອນຫຼວງວຽງຈັນ ກັບສະຖານີວັງວຽງ ຍັງມີບ່ອນຈໍາໜ່າຍເບຍລາວໃຫ້ບໍລິການອີກ ແຕ່ຕອນທີ່ແຮົາໄປນັ້ນ ຍັງບໍ່ໄດ້ເປີດໃຫ້ບໍລິການເທື່ອ

5. ມີກຳນົດເວລາໃນການເຂົ້າອາຄານ

ກ່ອນທຸກຄົນຈະອອກເດີນທາງມາສະຖານີລົດໄຟນັ້ນ ຄວນກວດສອບເວລາເປີດໃຫ້ເຂົ້າອາຄານໃຫ້ລະອຽດກ່ອນວ່າເພີ່ນສາມາດເປີດໃຫ້ເຂົ້າໄປນັ່ງທ່າທາງໃນໄດ້ເວລາໃດ

ຍົກຕົວຢ່າງໃນພາບ ແມ່ນສະຖານີວັງວຽງ ຈະເປີດໃຫ້ຄົນເຂົ້າອາຄານກ່ອນລົດໄຟ 2 ຊ່ວງເວລາເທົ່ານັ້ນ ໂດຍເປັນເວລາທີ່ລົດໄຟໃກ້ຈະມາຮອດບໍ່ດົນປານໃດ

6. ປະຕູອອກໄປຂື້ນລົດໄຟ ຈະປິດກ່ອນອອກ 5 ນາທີ

ອາຄານພັກຜ່ອນສໍາລັບຜູ້ໂດຍສານ ຂອງແຕ່ລະສະຖານີເປັນຄືດ່ານທາງກາງ ລະຫວ່າງຟື້ນທີ່ດ້ານນອກ ກັບຟື້ນທີ່ດ້ານໃນ ຜູ້ໂດຍສານຈະສາມາດຍ່າງຈາກຈຸດນີ້ເຂົ້າໄປທາງໃນບ່ອນຈອດລົດໄຟໄດ້ ກ່ອນທີ່ລົດໄຟຈະອອກ 20 ນາທີເທົ່ານັ້ນ ເເລະຈະປິດກ່ອນເວລາອອກ 5ນາທີ

ໝາຍຄວາມວ່າເຮົາມີເວລາ 15 ນາທີ ໃນການຍ່າງອຶກຈາກອາຄານນີ້ ເພື່ອໄປຂື້ນລົດໄຟໃຫ້ທັນເວລາ

7. ມີເລກຕູ້ໂດຍສານ ເເຖວ ເເລະ ລະຫັດບ່ອນນັ່ງຢູ່ໃນປີ້

ໂດຍຈະມີລໍາດັບເລກຄື ເລກຕູ້ໂດຍສານ-ເເຖວນັ່ງ -ລະຫັດບ່ອນນັ່ງ ໂດຍລະຫັດບ່ອນນັ່ງຈະໃຊ້ອັກສອນທີ່ເປັນພາສາອັງກິດ ເຊິ່ງບ່ອນນັ່ງຈະລຽນເເຕ່ຊ້າຍຫາຂວາ ຍົກຕົວຢ່າງ 8-07A ໝາຍເຖິງຕູ້ໂດຍສານທີ 8 ເເຖວທີ 7 ບ່ອນນັ່ງ A ເຊິ່ງຢູ່ດ້ານຊ້າຍສຸດ

8. ເລກບ່ອນນັ່ງບອກໄດ້ຫຼາຍຢ່າງ

ຫາກເປັນໄປໄດ້ໃຜໆກໍຢາກນັ່ງບ່ອນໃກ້ໆ ປ່ອງຢ້ຽມເພື່ອຊົມວິວທິວທັດທໍາມະຊາດໄປນໍາ ໂດຍຈາກນະຄອນຫຼວງໄປຫາຫຼວງພະບາງ ເບື້ອງທີ່ສ່ວນຫຼາຍຈະເຫັນທິວທັດ ພູຜາປ່າດົງ ທີ່ສະຫຼັບສັບຊ້ອນຫຼາຍທີ່ສຸດ ແມ່ນເບື້ອງຊ້າຍ (ທີ່ນັ່ງລະຫັດ A) ສ່ວນເບື້ອງຂວາ ສ່ວນຫຼາຍຈະເປັນບ້ານເຮືອນຄົນ ເເລະ ທົ່ງນາ (ທີ່ນັ່ງລະຫັດ F) ແຕ່ບໍ່ວ່າຈະນັ່ງເບື້ອງໃດ ກໍ່ຈະໄດ້ປະສົບການຄວາມງາມຂອງປະເທດລາວເຮົາດ້ວຍກັນທັງນັ້ນ

ສ່ວນຕົວເລກເເຖວນັ້ນ ກໍ່ສໍາຄັນ ເພາະເຄິ່ງໜຶ່ງຂອງບ່ອນນັ່ງເເຕ່ລະຕູ້ ຈະຫັນຫຼັງໃຫ້ທິດທາງທີ່ຈະໄປ ໂດຍຕອນອອກຈາກນະຄອນຫຼວງ ສໍາຫຼັບຕູ້ລົດໄຟຊັ້ນທີ 2 ໃຜທີ່ໄດ້ໂຕເລກບ່ອນນັ່ງ 10 ລົງມາ ຈະໄດ້ນັ່ງຫັນໜ້າ ສ່ວນຕູ້ລົດໄຟຊັ້ນ ທີີ 1 ແຖວທີ່ໂຕເລກ 7 ລົງມາ ຈະໄດ້ນັ່ງຫັນໜ້າ ສໍາລັບຄົນທີ່ໄດ້ໂຕເລກເເຖວຫຼາຍກ່ວານັ້ນ ຈະໄດ້ນັ່ງຫັນຫຼັງ

9. ຄວນກຽມອາຫານໄປນໍາເພື່ອຕອນຫິວ

ນອກຈາກສະຖານະການໂຄວິດ ທີ່ເຮັດໃຫ້ເຮົາບໍ່ຢາກເເນະນໍາໃຫ້ຮັບປະທານອາຫານ ເເລະ ເຄື່ອງດື່ມໃນລົດໄຟເເລ້ວ ຫ້ອງນໍ້າກໍເປັນອີກປັດໃຈໜຶ່ງ ເນື່ອງຈາກເເຕ່ລະຕູ້ໂດຍສານ ຈະມີຫ້ອງນໍ້າໃຫ້ບໍລິການຢູ່ 2ຫ້ອງ ເເລະ ການໃຊ້ຫ້ອງນໍ້າຮ່ວມກັນກັບຄົນຈໍານວນຫຼາຍ ອາດສ້າງຄວາມລໍາບາກໃຈໃຫ້ກັບບາງຄົນ

10. ກຽມຫູຟັງເພື່ອໄວ້ ແລະ ເບິ່ງປ້າຍສະເເດງຂໍ້ມູນ

ເນື່ອງຈາກຄົນໃນຕູ້ໂດຍສານຈໍານວນຫຼາຍ ອາດກໍໃຫ້ເກີດສຽງລົບກວນ ໂດຍສະເພາະຕູ້ໂດຍສານທີ່ມີຄົນຈີນຫຼາຍ ທີ່ມີເອກກະລັກການເວົ້າທີ່ເເຕກຕ່າງຈາກເຮົາຫຼາຍ ການຖືຫູຟັງໄປນໍາ ຈະເປັນປະໂຫຍດຫຼາຍສໍາລັບຄົນທີ່ບໍ່ຕ້ອງການສຽງລົບກວນຫຼາຍ ນອກຈາກນີ້ຍັງຄວນເບິ່ງຂໍ້ມູນຢູ່ປ້າຍເທິ່ງຫົວເປັນໄລຍະ ເຊິ່ງມັນຈະບອກເຮົາໃຫ້ຮູ້ວ່າ ກຳລັງຈະເຂົ້າສະຖານີໃດ ເເລະ ມີກົດລະບຽບຫຍັງເເດ່ເວລາຈອດຕາມສະຖານີ

ໃຜອ່ານແລ້ວ ຢາກມີເຄັດລັບໃຫ້ໝູ່ອີກຕື່ມ 😘 ແຊໃສ່ຄອມເມັ້ນມາໄດ້ເລີຍ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້