Saturday, July 19, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາມ

ປະຈຳວັນທີ 25 ທັນວາ 2021 | ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ກົມຕຳຫຼວດຈະລາຈອນ ເຮັດແທ້! ປີໃຫມ່ໃຜເມົາແລ້ວຂັບຈະຖືກກັກຕົວ ແລະ ປັບໄໝ

ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖີງບັນດາຜູ້ຂັບຂີ່ຕາມທ້ອງຖະໜົນ ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ: ຫ້າມຜູ້ຂັບຂີ່ດື່ມສິ່ງມືນເມົາ ຢ່າງເດັດຂາດ

ຫາກກວດກາພົບເຫັນ ເຈົ້າໜ້າທີ່ ຕຳຫຼວດຈະລາຈອນຈະໄດ້ກັກໄວ້, ຊ່ວາງເມົາແລ້ວຈຶ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ ໝູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ, ພ້ອມທັງຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນ ຂັບຂີ່ລົດຈັກຢ່າງເດັດຂາດ…ອ່ານຕໍ່

3 ແຂວງ ສຳເລັດການສັກວັນຊີນໂຄວິດ-19 ບັນລຸ 50% ຂອງປະຊາກອນແຂວງ

ປັດຈຸບັນນີ້ໄດ້ສັກວັກຊີນເຂັມທີ 1 ໃຫ້ປະຊາຊົນໃນຂອບເຂດທົ່ວປະເທດແລ້ວຫຼາຍກວ່າ 4,4 ລ້ານຄົນ ກວມ 60,19% ຂອງປະຊາກອນລາວແລ້ວໃນຂອບເຂດທົ່ວປະເທດ ແລະ ເຂັມທີ 2 ແລ້ວ ຫຼື ຄົບໂດສແລ້ວຫຼາຍກວ່າ 3,3 ລ້ານຄົນກວມ 46%

ໂດຍມີແຕ່ຢູ່ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ ແລະ ແຂວງວຽງຈັນ ທີ່ສາມາດສັກວັກຊິນໄດ້ຄົບໂດສໃຫ້ປະຊາຊົນທີ່ມີອັດຕາປົກຄຸມໄດ້ຫຼາຍກວ່າ 50% ຂອງປະຊາກອນ…ອ່ານຕໍ່

ໃຊ້ເຫຼົ້າຂ້າເຊື້ອພະຍາດໂຄວິດ-19 ໃສ່ອາຫານອາດເປັນອັນຕະລາຍເຖິງຊີວິດ

ປັດຈຸບັນນີ້ຍັງພົບເຫັນປະຊາຊົນຈຳນວນໜຶ່ງທີ່ມີຄວາມກັງວົນ ກ່ຽວກັບອາຫານ ຫຼື ສິນຄ້າບໍລິໂພກຕ່າງໆອາດມີເຊື້ອພະຍາດໂຄວິດ-19 ແລະ ໄດ້ພາກັນໃຊ້ເຫຼົ້າຂ້າເຊື້ອຊະນິດສະເປທີ່ໃຊ້ສີດໃສ່ມືເພື່ອຂ້າເຊື້ອພະຍາດໂຄວິດ-19  ໂດຍບໍ່ຮູ້ເລີຍວ່າມັນອັນຕະລາຍເຖິງຊີວິດໄດ້

ຄະນະສະເພາະກິດ ໄດ້ແນະນຳວິທີຂ້າເຊື້ອພະຍາດ ແລະ ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ຈາກອາຫານຄືຕ້ອງປຸງແຕ່ງໃຫ້ສຸກທຸກຄັ້ງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.