ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດໃນຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜຸນເປັນມູນຄ່າປະມານ 640,000 ໂດລາສະຫະລັດໃຫ້ແກ່ 9 ວຽກງານໃນຂະແໜງການສຶກສາ, ສາທາລະນະສຸກ, ພື້ນຖານໂຄງລ່າງ ແລະ ກະສິກໍາໃນລາວ ເຊິ່ງມອບໂດຍ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະຣາຊທູດຍີ່ປຸ່ນປະຈໍາລາວ ແລະ ຜູ້ຕາງໜ້າຮັບຂອງແຕ່ລະໂຄງການຈາກທ້ອງຖິ່ນ
ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດໃນຂັ້ນຮາກຖານ (GGP) ແມ່ນການມອບການຊ່ວຍເຫຼືອຂະໜາດນ້ອຍທີ່ແທດເໝາະ ແລະ ເໝາະສົມທີ່ສຸດໃຫ້ແກ່ປະຊາຊົນທ້ອງຖິ່ນເພື່ອພັດທະນາເສດຖະກິດ ແລະ ສັງຄົມໃນປະເທດທີ່ກໍາລັງພັດທະນາໂດຍຄໍານຶງເຖິງຄວາມໝັ້ນຄົງຂອງມະນຸດ.
ເຊິ່ງໂຄງການດັ່ງກ່າວນີ້ເພີ່ນຈະສະໜັບສະໜຸນໃຫ້ແກ່ 9 ວຽກງານໃນຂະແໜງການສຶກສາ, ສາທາລະນະສຸກ, ພື້ນຖານໂຄງລ່າງ ແລະ ກະສິກໍາ ເຊິ່ງປະກອບມີດັ່ງນີ້:
+ ຂະແໜງການສຶກສາ 5 ໂຄງການທີ່ແຂວງຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ ແລະ ເຊກອງ,
+ ວຽກງານສາທາລະນະສຸກ 2 ໂຄງການທີ່ແຂວງຜົ້ງສາລີ ແລະ ອຸດົມໄຊ,
+ ພື້ນຖານໂຄງລ່າງ 1ໂຄງການ ໃຫ້ແກ່ແຂວງຫຼວງພະບາງ
+ ຂະເເໜ່ງກະສິກໍາ 1 ໂຄງການ ໃຫ້ແກ່ແຂວງສະຫວັນນະເຂດ.
ໂຄງການສຶກສາທິການທີ່ໄດ້ເຊັນໄປນັ້ນແມ່ນການປັບປຸງສະພາບແວດລ້ອມການສຶກສາໂດຍການກໍ່ສ້າງອາຄານຮຽນຫຼັງໃໝ່ໃຫ້ແກ່ ໂຮງຮຽນປະຖົມສົມບູນບ້ານສົມສະຫວາດແຂວງໄຊຍະບູລີ, ໂຮງຮຽນປະຖົມບ້ານຫ້ວຍດໍາໃໝ່ແຂວງເຊກອງ, ໂຮງຮຽນມັດທະຍົມຕອນຕົ້ນລະຮ່າງໃຫຍ່ແຂວງຜົ້ງສາລີ, ໂຮງຮຽນມັດທະຍົມຕອນຕົ້ນກາສີແຂວງວຽງຈັນ ແລະ ໂຮງຮຽນມັດທະຍົມສົມບູນເມືອງຂາຍແຂວງຫຼວງພະບາງ.
ໃນຂົງເຂດຂະແໜງສາທາລະນະສຸກກໍ່ມີໂຄງການກໍ່ສ້າງ ແລະ ສ້ອມແປງລະບົບນໍ້າລິນທີ່ບ້ານລ້ອງຍາ ແລະ ບ້ານແສນລາດແຂວງອຸດົມໄຊ, ເຊິ່ງໃນເມື່ອກ່ອນລະບົບນໍ້າປະປາແມ່ນຊຸດໂຊມ ແລະ ເກົ່າຫຼາຍຈົນບໍ່ສາມາດຜະລິດນໍ້າໃຫ້ພຽງພໍຕໍ່ການຊົມໃຊ້, ສ່ວນອີກໂຄງການໜຶ່ງກໍ່ແມ່ນການກໍ່ສ້າງລະບົບນໍ້າລິນ-ນໍ້າສະອາດທີ່ບ້ານສະປາແຂວງຜົ້ງສາລີ, ເຊິ່ງປະຈຸບັນປະຊາຊົນກໍາລັງພົບພໍ້ບັນຫາການເຂົ້າເຖິງນໍ້າສະອາດອັນເນື່ອງມາຈາກຂົງເຂດດັ່ງກ່າວປະສົບບັນຫາມົນລະພິດທາງນໍ້າ.
ໂຄງການພື້ນຖານໂຄງລ່າງແມ່ນການກໍ່ສ້າງເສັ້ນທາງ ແລະ ກໍ່ສ້າງທໍ່ດາໂລທີ່ບ້ານດອນເງິນແຂວງຫຼວງພະບາງເພື່ອຍົກລະດັບການໄປມາຫາສູ່ ແລະ ການເຂົ້າເຖິງຊຸມຊົນໃນເຂດນັ້ນເນື່ອງມາຈາກວ່າຂົວເກົ່າໄດ້ຮັບຄວາມເສຍຫາຍຫຼາຍຈາກໄພທໍາມະຊາດ ແລະ ສະພາບຖະໜົນໃນລະດູຝົນທຸກໆປີແມ່ນເກືອບຈະບໍ່ສາມາດຜ່ານໄດ້ເລີຍ.
ໂຄງການສຸດທ້າຍກໍ່ຄືໂຄງການກໍ່ສ້າງຄອງເໝືອງລະບົບຊົນລະປະທານບ້ານແກ້ງກອກເໜືອແຂວງສະຫວັນນະເຂດເພື່ອປັບປຸງລະບົບກະສິກໍາໂດຍສະເພາະການກ່ຽວເຂົ້າໃນລະດູຝົນແມ່ນບໍ່ມີຄວາມຄົງທີ່ ແລະ ໄດ້ຮັບຜົນລະປູກໜ້ອຍໃນພື້ນທີ່ດັ່ງກ່າວທີ່ມີສາເຫດມາຈາກນໍ້າຖ້ວມເປັນປະຈໍາໃນຊ່ວງຊູມປີທີ່ຜ່ານມາ.
ເພື່ອຮັບປະກັນແນວຄິດທີ່ວ່າ “ບໍ່ມີໃຜຖືກຖິ້ມໄວ້ທາງຫຼັງ”, ໃນອານາຄົດຍີ່ປຸ່ນຍັງຄົງຈະສືບຕໍ່ໃຫ້ການສະໜັບສະໜຸນໃນການພັດທະນາມາດຕະຖານການດໍາລົງຊີວິດໃນຂັ້ນຮາກຖານໃນ ສປປ ລາວ ອີກເເນ່ນອນ
ຂໍ້ມູນຂ່າວ:Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ
Hits: 2