ຖືວ່າເປັນຂ່າວດີສໍາລັບນ້ອງໆນັກສຶກສາຄົນໃດທີ່ມີຄວາມສົນໃຈຢາກສະໝັກທືນແລກປ່ຽນການສຶກສາພາຍໃຕ້ໂຄງການ Global Undergraduate Exchange Program 2022-2023 ເຊິ່ງນ້ອງໆນັກສຶກສາທີ່ຖືກຄັດເລືອກ ຈະໄດ້ໄປແລກປ່ຽນເປັນເວລາໜຶ່ງເທີມທີ່ມະຫາວິທະຍາໄລຂອງອາເມລິກາ.
ມື້ນີ້ ອິນໄຊລາວ ໄດ້ມີໂອກາດສໍາພາດ ທ. ສິນນະສອນ ພະລີຈັນ ເຊິ່ງເປັນໜຶ່ງໃນນັກສືກສາທີ່ເຄີຍໄດ້ຮັບທືນແລກປ່ຽນ Global Ugrads ໄປສຶກສາແລກປ່ຽນຢູ່ມະຫາວິທະຍາໄລ Minnesota State University, Mankato ລັດມິນີໂຊຕາ, ສະຫະລັດອາເມລິກາ ປັດຈຸບັນນ້ອງຮຽນຢູ່ ຄະນະສະຖາປັດຕະຍະກຳສາດ ສາຂາສະຖາປັດຕະຍະກຳ ປີທີ 4.ໄດ້ໃຫ້ສໍາພາດວ່າ: ຕອນນ້ອງໄປແລກປ່ຽນຢູ່ປະເທດສະຫະລັດອາເມລິກາ, ທຸກຢ່າງຖືເປັນສິ່ງໃໝ່ ແລະ ທ້າທາຍສຳລັບໂຕນ້ອງເອງ ເຊິ່ງຈະຕ້ອງໄດ້ຮຽນຮູ້ ແລ້ວກໍປັບຕົວຢູ່ຕະຫຼອດເວລາ. ນັບຕັ້ງແຕ່ການເດີນທາງຈາກສະໜາມບິນລາວໄປອາເມລິກາກໍຖືເປັນຄັ້ງທຳອິດຂອງນ້ອງທີ່ໄດ້ຂີ່ຍົນຕ້ອງໄດ້ມີສະຕິຄວບຄຸມກັບປັນຫາ ແລະ ຄວາມກົດດັນຕ່າງໆ.
ທ. ສິນນະສອນ ພະລີຈັນ ຍັງໄດ້ໃຫ້ຄໍາເເນະນໍາສໍາລັບນ້ອງໆທີ່ມີຄວາມສົນໃຈຢາກຈະສະໝັກທືນນີ້ສິ່ງສໍາຄັນຄື ຕ້ອງໝັ້ນໃຈໃນໂຕເອງ, ຄິດເພື່ອສ່ວນລວມ (ຫາກຜູ້ໃດມີປະສົບການອາສາສະໝັກກໍຈະຍິ່ງດີ), ມີເປົ້າໝາຍທີ່ຊັດເຈນໃນການພັດທະນາສັງຄົມ ຫຼື ຊຸມຊົນແນວໃດ, ວາດພາບການເປັນຜູ້ນຳຂອງຕົນເອງໃຫ້ຊັດເຈນ ເພາະສິ່ງເຫຼົ່ານີ້ແມ່ນໂຈດທີ່ຜູ້ສະໝັກທຸກຄົນຄວນມີ ແຕ່ອີກສິ່ງໜຶ່ງທີ່ສຳຄັນ ແລະ ຈະເຮັດໃຫ້ເຮົາໂດດເດັ່ນຈາກຄົນອື່ນຄື ການເປັນໂຕຂອງຕົວເອງ.
ເຊິ່ງຂັ້ນຕອນໃນການສະໝັກທຶນ Global Ugrads ນີ້ແມ່ນມີຢູ່ 3 ຂັ້ນຕອນຫຼັກໆ ຄື:
1: ການຍື່ນໃບສະໝັກ ຂັ້ນຕອນນີ້ແມ່ນຈະມີຄວາມສຳຄັນ ແລະ ຄ່ອນຂ້າງຈະຫຍຸ້ງຍາກ ເນື່ອງຈາກວ່າຕ້ອງໃຊ້ເອກະສານຈຳນວນຫຼາຍທັງ ໃບຄະແນນ, ຈົດໝາຍແນະນຳຈາກອາຈານ ເຊິ່ງເຮັດໃຫ້ຫຼາຍຄົນຖອດໃຈກ່ອນການສະໝັກເນື່ອງຈາກກຽມເອກະສານບໍ່ທັນ, ດັ່ງນັ້ນຈຶ່ງຕ້ອງມີການເພື່ອເວລາກະກຽມໃຫ້ດີ. ອີກຢ່າງໜຶ່ງທີ່ສຳຄັນແມ່ນການຂຽນບົດຄວາມຕອບຄຳຖາມໃນແບບຟອມສະໝັກນັ້ນ, ເພາະຈະມີຜົນໃນຮອບສຳພາດ.
2: ຮອບ Screening Test ເປັນຮອບສອບເສັງທັກສະພາສາອັງກິດ ທັງການຟັງ, ການອ່ານ ແລະ ໄວຍະກອນ, ເພື່ອຄັດເລືອກຄົນໄປສູ່ຮອບສຳພາດ.
3: ຮອບສຳພາດ ສຳລັບຮອບນີ້ແມ່ນ ຈະເປັນການສຳພາດໂຕຕໍ່ໂຕ, ເຊິ່ງຄຳຖາມໃນການສຳພາດສ່ວນໃຫຍ່ແມ່ນຈະອີງມາຈາກບົດຄວາມທີ່ເຮົາຂຽນໃນໃບສະໝັກ.
ຂັ້ນຕອນຫຼັງການຄັດເລືອກ ສ່ວນໃຫຍ່ຂັ້ນຕອນນີ້ຈະເປັນຂັ້ນຕອນການກຽມເອກະສານດ້ານສຸຂະພາບ ແລະ ການເສັງ TOEFL ເພື່ອວັດລະດັບພາສາອັງກິດ ເພື່ອໃຊ້ໃນການຄັດເລືອກວ່າຈະໄດ້ໄປຮຽນຢູ່ມະຫາວິທະຍາໄລໃດ ແລະ ເປັນຮອບທີ່ຕົວສຳຮອງອາດໄດ້ຂຶ້ນມາແທນທີ່ຜູ້ທີ່ຖືກຄັດເລືອກຕອນທຳອິດ.
ສິນນະສອນ ພະລີຈັນ ຍັງໄດ້ກ່າວອີກວ່າ: ສຳລັບຕົວນ້ອງເອງຫຼັງຈາກໄປແລກປ່ຽນມາແມ່ນໄດ້ເປີດໂລກະທັດຂອງນ້ອງໃຫ້ກວ້າງຂຶ້ນຫຼາຍ ນ້ອງໄດ້ຮຽນຮູ້ທີ່ຈະໝັ້ນໃຈໃນຕົວເອງຫຼາຍຂຶ້ນ ກ້າຕັດສິນໃຈ, ກ້າທີ່ຈະຜິດພາດ ແລະ ກ້າທີ່ຈະແກ້ໄຂ, ຄວາມຜິດພາດຄືບົດຮຽນທີ່ຂັບເຄື່ອນໃຫ້ຕົວເຮົາມີການພັດທະນາ. ນອກນັ້ນ ນ້ອງຍັງໄດ້ຮຽນຮູ້ການໄດ້ໃຊ້ຊີວິດດ້ວຍຕົນເອງໂດຍບໍ່ມີຜູ້ປົກຄອງຢູ່ນໍາ ໄດ້ຮຽນຮູ້ທັກສະການເອົາໂຕລອດໃນການດຳລົງຊີວິດຢູ່ຕ່າງປະເທດ
ເຊິ່ງໂຄງການ Global Undergraduate Exchange Program ເປັນໂຄງການໜຶ່ງທີ່ທາງລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອທາງດ້ານການສືກສາຂອງລາວໃນລະດັບປະລີນຍາຕີໂດຍການໃຫ້ທືນເເລກປ່ຽນກັບນັກສືກສາລາວເພື່ອໄປສຶກສາແລກປ່ຽນຢູ່ມະຫາວິທະຍາໄລສະຫະລັດອາເມລິກາ ແລະ ທາງລັດຖະບານສະຫະລັດອາເມລິກາ ເພີ່ນຈະໃຫ້ທືນການສືກສານີ້ທຸກໆປີ
ສໍາລັບນ້ອງໆຄົນໃດທີ່ມີຄວາມສົນໃຈຢາກຈະສະໝັກທືນໃນໂຄງການນີ້ ຕ້ອງຟ້າວສະໝັກກັນເລີຍ ເພາະຍັງເຫຼືອເວລາອີກ 10 ມື້ເທົ່ານັ້ນ ແລະ ຈະປິດຮັບສະໝັກວັນທີ 5 ເດືອນມັງກອນ, 2022 ນີ້
Hits: 0