ຕົ້ນໄມ້ທີ່ເໝາະກັບການປູກໄວ້ຢູ່ໜ້າໂຕະເຮັດວຽກ ເພື່ອຊ່ວຍໃນເລື່ອງຂອງການເສີມດວງໃຫ້ປະສົບຜົນສໍາເລັດໃນໜ້າທີ່ການງານ ມາເບິ່ງກັນເລີຍວ່າມີຕົ້ນຫຍັງເເດ່
1 ຕົ້ນກະບອງເພັດ
ກະບອງເພັດເປັນໄມ້ຢືນຕົ້ນ ທີ່ໄດ້ຮັບຄວາມນິຍົມກັນຫຼາຍໃນບັນດາພະນັກງານຫ້ອງການ ເພະາຫຼາຍໆຄົນມັກປູກໄວ້ຢູ່ໜ້າໂຕະເຮັດວຽກ ຈະຊ່ວຍເສີມດວງໃຫ້ມີໂອກາດກ້າວໜ້າ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານໄວຂື້ນ ລວມທັງປ້ອງກັນສິ່ງຊົ່ວຮ້າຍຕ່າງໆ ຖ້າຕົ້ນກະບອງເພັດອອກດອກໃຫ້ເຫັນ ມີຄວາມເຊື່ອວ່າຈະນໍາໂຊກລາບມາໃຫ້ມີເງີນ ມີທອງໃຊ້ບໍ່ຂາດມື
2 ຕົ້ນພູດ່າງ
ພູດ່າງເປັນຕົ້ມໄມ້ທີ່ດູເເລງ່າຍ ເພາະບໍ່ຈໍາເປັນຕ້ອງມີເເສງຫຼາຍກໍສາມາດຈະເລີນເຕີບໂຕໄດ້ດີ ພູດ່າງຈະຊ່ວຍເສີມດວງໃນການເຮັດວຽກໃຫ້ຜ່ານໄປໄດ້ດ້ວຍດີ ແລະ ມີຄົນຄອຍຊ່ວຍເຫຼືອຢູ່ຕະຫຼອດ
3 ລີ້ນມັງກອນ
ລີ້ນມັງກອນເປັນໄມ້ລົ້ມລຸກທີ່ສາມາດປູກໄດ້ໂດຍທົ່ວໄປ ແລະ ບໍ່ຈໍາເປັນຕ້ອງຫົດນໍ້າຫຼາຍ ອາທິດລະເທື່ອກໍພໍ ແລະ ມີຄວາມເຊື່ອກັນວ່າເປັນຕົ້ນໄມ້ມຸງຄຸນຊ່ວຍປັດເປົ່າສິ່ງທີ່ບໍ່ດີໃຫ້ອອກໄປໄດ້ ແລະ ເປັນຕົ້ນໄມ້ທີ່ຊ່ວຍຟອກອາກາດໄດ້ດີ
4 ຕົ້ນໃບເງີນ
ຕົ້ນໃບເງີນເປັນຕົ້ນໄມ້ທີ່ມັກນໍ້າ ມີຊື້ເອີ້ນອີກຢ່າງໜຶ່ງວ່າ ຄລາສຊູລ່າ ມີຄວາມເຊື່ອວ່າເປັນຕົ້ນໄມ້ທີ່ເສີມພະລັງບວກ ຊ່ວຍໃຫ້ມີຄວາມກ້າວໜ້າໃນໜ້າທີ່ການງານ ຊ່ວຍເອີ້ນເງີນ ເອີ້ນທອງໃຫ້ກັບຄົນທີ່ປູກອີກດ້ວຍ
5 ຕົ້ນໃຜ່ກວນອີນ
ໃຜ່ກວນອີນເປັນໄມ້ຢືນຕົ້ນທີ່ນິຍົມນໍາມາປູກເພື່ອເສີມດວງຄວາມໝັ້ນຄົງທາງດ້ານການເງີນ ເໝາະກັບຄົນເຮັດງານດ້ານການຄ້າຂາຍ ເພື່ອຊ່ວຍໃຫ້ມີໂຊກລາບ ກິດຈະການຈະເລີນຮຸ່ງເຮືອງ ເງີນທອງໄຫຼມາເທມາ ຫຼາຍຄົນຈະນິຍົມມອບຕົ້ນໃຜ່ກວນອິນເປັນຂອງຂວັນໃຫ້ກັນ ເພື່ອເປັນສິລິມຸງຄຸນ
ເປັນຄວາມເຊື່ອສ່ວນບຸກຄົນ ສໍາລັບໃຜທີ່ມີຄວາມເຊື່ອໃນເລື່ອງນີ້ ກໍສາມາດຊື້ມາປູກໄດ້ເພື່ອຊ່ວຍເສີມດວງໃນໜ້າທີ່ການງານ ເຊິ່ງຕົ້ນໄມ້ເຫຼົ່ານີ້ມີຂາຍຕາມຮ້ານຂາຍຕົ້ນໄມ້ທົ່ວໄປ
Hits: 0