Monday, April 21, 2025

ແອັບຕັດຕໍ່ວີດີໂອ ທີ່ເຮົາຄວນມີຕິດໄວ້ໃນໂທລະສັບ

ໃນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ນັກຮຽນ-ນັກສຶກສາທຸກໆຄົນຕ່າງພາກັນຮຽນອອນລາຍ ແລະແນ່ນອນວ່າອາຈານມັກຈະສັ່ງງານຕັດຕໍ່ວີດີໂອໃຫ້ສ່ົ່ງ ແຕ່ວ່າເຮົາຈະຖ່າຍຄິບແບບທຳມະດາໂດຍທີ່ເຮົາບໍ່ຕັດຕໍ່ ຫຼື ບໍ່ແຕ່ງວີດີໂອເລີຍກະເປັນໄປບໍ່ໄດ້, ດັ່ງນັ້ນ ມື້ນີ້ເຮົາເລີຍຈະມາແນະນຳແອັບພິເຄຊັນໃນການຕັດຕໍ່ວີດີໂອໃນໂທລະສັບທີ່ເຮົາຮູ້ສຶກວ່າໃຊ້ງານສະດວກ ແລະ ດີມາບອກຕໍ່

You Cut

ແອັບໂຕນີ້ມີຈຸດພິເສດຄືບໍ່ມີລາຍນໍ້າ, ບໍ່ມີໂຄສະນາມາຄັ້ນ ແລະເຮົາຍັງສາມາດເລືອກຮູບແບບຕົວອັກສອນໄດ້ອີກດ້ວຍ ສາມາດຕັດຕໍ່ວີດີໂອທີ່ເປັນພື້ນຖານໄດ້ເຊັ່ນ: ປັບຂະໜາດ, ໃສ່ລູກຫຼິ້ນ, ໃສ່ໂຕໜັງສື, ໃສ່ສຽງ ແລະອື່ນໆ, ສຳລັບຄຸນນະພາບແມ່ນສາມາດຕັດວີດີໂອສູງສຸດຢູ່ທີ່ 4K, ແຕ່ວ່າຍັງມີຂໍ້ເສຍຄືຍັງມີບາງຕົວອັກສອນທີ່ຈະຕ້ອງໄດ້ຊື້ເສຍເງິນມາ ແລະແອັບນີ້ຍັງຮອງຮັບສະເພາະແຕ່ Android ເທົ່ານັ້ນ

KineMaster

ແອັບນີ້ມີລູກຫຼິ້ນຫຼາຍ, ບໍ່ມີໂຄສະນາມາຄັ້ນ ມີອັກສອນໃຫ້ເລືອກຫຼາຍຮູບແບບ ສາມາດປັບຂະໜາດການຕັດຕໍ່ຂອງວີດີໂອໃນແບບສະເພາະໂພສໃນ Facebook, Instargram ແລະ Youtube ແລະຍັງມີຮູບແບບການຕັດຕໍ່ທີ່ເປັນແຕ່ລະ Layer ອີກດ້ວຍ

ເຖິງຈະຕັດຕໍ່ງ່າຍ ແລະ ລູກຫຼິ້ນຫຼາຍຊໍາໃດ ແຕ່ກໍຍັງມີຂໍ້ເສຍຄືເຮົາຍັງຕ້ອງໄດ້ຊື່ເສຍເງິນເພື່ອທີ່ຈະສາມາດຕັດຕໍ່ວີດີໂອທີ່ມີຄຸນນະພາບສູງ 4K ໄດ້, ໃຊ້ງານແບບບໍ່ມີລາຍນໍ້າ ແລະຊື້ລູກຫຼິ້ນຕ່າງມາໃຊ້ງານ, ແຕ່ລວມໆແລ້ວແອັບນີ້ຖືວ່າດີພໍສົມຄວນສາມາດໃຊ້ໄດ້ທັງ Android ແລະ iOS

CapCut

ແອັບນີ້ຖືວ່າມາແຮງຫຼາຍໃນປີນີ້ ສາມາດຕັດຕໍ່ພື້ນຖານບໍ່ວ່າຈະເປັນກຳນົດຂະໜາດວີດີໂອ ໃສ່ຕົວອັກສອນ ໃສ່ຮູບທັບຊ້ອນ ແລະໃສ່ສຽງເພງໄດ້ຟີ, ໃຊ້ງານງ່າຍ, ມີສະຕິກເກີ້ແລະລູກຫຼິ້ນໃຫ້ເລືອກມີແຕ່ອັນງາມໆ, ທີ່ສຳຄັນສາມາດຕັດຕໍ່ແບບບໍ່ເອົາລາຍນໍ້າໄດ້ ແລະສາມາດຕັດວີດີໂອທີ່ສູງເຖິງ 1080 Full HD ໄດ້ຟີໂດຍບໍ່ຕ້ອງເສຍເງິນຊື້

ແອັບນີ້ຮອງຮັບທັງລະບົບ Android ແລະ iOS ເຖິງຈະມີດີຫຼາຍຢ່າງແຕ່ສ່ວນຫຼາຍກໍ່ເປັນການຕັດຕໍ່ພື້ນຖານຄ້າຍໆກັບ YouCut ແລະລູກຫຼິ້ນຍັງກໍໜ້ອຍກວ່າແອັບຕັດຕໍ່ Kinemaster ແຕ່ຖ້າເອົາໃຈຜູ້ໃຊ້ສາຍຟີແອັບນີ້ແມ່ນຕອບໂຈດໄດ້

ແອັບຕ່າງໆທີ່ເຮົານໍາມາແນະນຳໃນມື້ນີ້ ເປັນແອັບທີ່ເຮົາລອງໃຊ້ງານແລ້ວ ແລະເຮົາສະເໜີໃຫ້ເຫັນຂໍ້ດີຂໍ້ເສຍຂອງແຕ່ລະແອັບແຕກຕ່າງກັນໄປເພື່ອເປັນແນວທາງໃນການໃຫ້ທຸກຄົນເລືອກໃຊ້ງານ ໃຜທີ່ຍັງບໍ່ໄດ້ໃຊ້ງານໃຫ້ລອງດາວໂຫລດມາໃຊ້ງານເບິ່ງ ແລ້ວສາມາດແບ່ງປັນຂໍ້ດີຂໍ້ເສຍໃຫ້ເຮົາຟັງໄດ້ເດີ້

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.