ຂໍຂອບໃຈນຳຜູ້ສະໜັບສະໜູນ

ການນອນໃຫ້ພຽງພໍເປັນເລື່ອງທີ່ຈໍາເປັນຫຼາຍ ແລະດີຕໍ່ສຸຂະພາບ ແຕ່ຫຼາຍຄົນຍັງມັກນອນເດີກ ອາດຈະຍ້ອນເຮັດວຽກ ຫຼື ຫຼີ່ນໂທລະສັບ ເຊິ່ງການນອນເດີກຈະສົ່ງຜົນເສຍຕໍ່ຮ່າງກາຍເຮົາມີດັ່ງນີ້

1 ສ່ຽງຕໍ່ການເປັນໂລກຫົວໃຈ

ການນອນພັກຜ່ອນບໍ່ພຽງພໍ ຈະເຮັດໃຫ້ລະບົບຫົວໃຈເຮັດວຽກໜັກຂື້ນ ແລະ ບໍ່ໄດ້ຮັບການພັກຜ່ອນຢ່າງພຽງພໍ ຈື່ງເຮັດໃຫ້ມີຄວາມສ່ຽງຕໍ່ການເປັນໂລກຫົວໃຈ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

2 ລະບົບພູມຄຸ້ມກັນຕໍ່າລົງ

ຍິ່ງພັກຜ່ອນບໍ່ພຽງພໍ ກໍຍິ່ງເຮັດໃຫ້ພູມຄຸ້ມກັນຕໍ່າລົງ ສ່ຽງຕໍ່ການເປັນຫວັດໄດ້ງ່າຍ ແລະ ຍັງມີຄວາມສ່ຽງຕໍ່ການເປັນໂລກມະເຮັງ ຄວາມດັນອີກດ້ວຍ

3 ສາຍຕາບໍ່ຄ່ອຍດີ

ການນອນເດີກເລື້ອຍໆ ຈະເຮັດໃຫ້ສາຍຕາມົວ ເຮັດໃຫ້ເບິ່ງບໍ່ຄ່ອຍເຫັນພາບຕ່າງໆ

4 ສື່ສານບໍ່ຮູ້ເລື່ອງ

ເພາະການນອນເດີກ ເຮັດໃຫ້ສະໝອງບໍ່ໄດ້ພັກຜ່ອນຢ່າງພຽງພໍ ຈື່ງເຮັດໃຫ້ລະບົບການເຮັດວຽກຂອງປະສາດເຮັດວຽກໄດ້ຊ້າລົງກ່ອນເກົ່າ

5 ເຮັດໃຫ້ໜ້າໂຊມ ແລະ ຜິວແຫ້ງ

ການນອນບໍ່ພຽງພໍເຮັດໃຫ້ການເຮັດວຽກຂອງຮໍໂມນຕ່າງໆໃນຮ່າງກາຍບໍ່ມີເວລາໃນການຟື້ນຟູສະພາບຜິວ ຍີ່ງນອນເດີກເທົ່າໃດຜິວຍີ່ງຫ້ຽວເເຫ້ງ ແລະ ຜິວໜ້າໂຊມ

6ຕັດສິນໃຈໄດ້ຊ້າລົງ

ເພາະລະບົບປະສາດບໍ່ໄດ້ຮັບການພັກຜ່ອນຢ່າງພຽງພໍ ເຮັດໃຫ້ເຮົາບໍ່ທີສະມາທິ ບໍ່ສາມາດຕັດສິນໃຈໄດ້ ແລະ ຕັດສິນໃຈໄດ້ຊ້າລົງ ບາງຄັ້ງອາດຈະຕັດສິນໃຈຜິດພາດໄປໄດ້

7 ຂຸມຕາດໍາ

 ການນອນເດີກເປັນປະຈໍາເຮັດໃຫ້ຂຸມຕາດໍາໄດ້ງ່າຍຂື້ນ

8 ສິວຂື້ນງ່າຍ

ການພັກຜ່ອນບໍ່ພຽງພໍຈາກການນອນເດີກ ເຮັດໃຫ້ຮ່າງກາຍບໍ່ສາມາດໝຸນວຽນຮໍໂມນຕ່າງໆໃນຮ່າງກາຍໄດ້ດີ ເຮັດໃຫ້ສິວເກີດຂື້ນໄດ້ງ່າຍ

9 ນໍາໜັກເພີ່ມຂື້ນ

 ການນອນເດີກ ເຮັດໃຫ້ລະບົບເຜົາຜານ ແລະ ການເຮັດວຽກຂອງກະເພາະອາຫານ ບໍ່ສາມາດເຮັດວຽກໄດ້ປົກກະຕິອາດຈະເຮັດໃຫ້ອ້ວນໄດ້ງ່າຍ

10 ອາລົມບໍ່ປົກກະຕິ

 ການພັກຜ່ອນບໍ່ພຽງພໍ ເຮັດໃຫ້ຮໍໂມນ ແລະ ລະບົບການເຮັດວຽກຂອງສະໝອງບໍ່ສາມາດຟື້ນໂຕໄດ້ຢ່າງເຕັມທີ່ ຈື່ງເປັນສາເຫດທີ່ເຮັດໃຫ້ເກີດມີອາລົມຄຽດ ເເລະ ອາລົມບໍ່ຄ່ອຍປົກກະຕິ

ເມື່ອຮູ້ຂໍ້ເສຍຂອງການນອນເດີກເເລ້ວ ໃຜທີ່ບໍ່ຢາກມີບັນຫາໃນເລື່ອງຂອງສຸຂະພາບ ກໍຄວນທີ່ຈະນອນພັກຜ່ອນໃຫ້ພຽງພໍ ເພື່ອສຸຂະພາບທີ່ດີຂອງເຮົາເອງ

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້