ເຊື່ອວ່າສາວໆຫຼາຍຄົນ ມັກພົບບັນຫາຜິວໜ້າໝອງຄໍ້າ ຈຸດດ່າງດໍາ ແລະ ເປັນສິວ ຈົນບໍ່ຮູ້ຈະເຮັດແນວໃດ ຈະໄປຮັກສາຢູ່ສູນຄວາມງາມ ກໍຕ້ອງມີຄ່າໃຊ້ຈ່າຍທີ່ແພງ ສໍາຫຼັບໃຜທີ່ຢາກມີໜ້າໃສໄຮ້ສິວ ແລະ ຜິວໜ້າທີ່ນຸ່ມຊຸ່ມຊື່ນສຸຂະພາບດີແບບທໍາມະຊາດ ໂດຍບໍ່ຕ້ອງເສຍຄ່າຮັກສາ ມື້ນີ້ເຮົາມີ 6 ວິທີເຮັດໃຫ້ໜ້າໃສໄຮ້ສິວ ມາເເນະນໍາມີດັ່ງນີ້:
1 ສູດກ້ວຍຫອມ+ນົມສົດ
ວິທີເຮັດ ນໍາເອົາກ້ວຍເຄິ່ງໜ່ວຍມາບົດໃຫ້ສະອຽດ ແລ້ວປະສົມກັບນົມສົດເຢັນໆໃຫ້ເຂົ້າກັນ ຈາກນັ້ນນໍາມາທາໃສຜິວໜ້າຈົນທົ່ວ ປະໄວ້ປະມານ 30 ນາທີ ແລ້ວລ້າງອອກດ້ວຍນໍາສະອາດ
2 ສູດຫວ່ານຫາງຈໍລະເຂ້
ວິທີເຮັດ ຕັດໃບຫວ່ານຫາງຈໍລະເຂ້ມາປອກເປືອກເອົາແຕ່ວຸ້ນ ລ້າງນໍ້າໃຫ້ສະອາດແລ້ວນໍາມາບົດໃຫ້ລະອຽດ ຈາກນັ້ນນໍາມາທາລົງໃສຜິວໜ້າຈົນທົ່ວ ປະໄວ້ປະມານ 20-30 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ຫວ່ານຫາງຈໍລະເຂ້ ຈະຊ່ວຍບໍາລຸງໃຫ້ຜິວໜ້ານຸ່ມຊຸ່ມຊືນ ຜິວລຽບນຽນໃສຂື້ນ ຊ່ວຍຮັກສາສິວ ແລະ ກໍາຈັດຈຸດດ່າງດໍາໃນໃບໜ້າໄດ້ເປັນຢ່າງດີ
3 ສູດໄຂຂາວ+ນໍ້າເຜິ່ງ
ວິທີເຮັດ ນໍາໄຂ່ຂາວ ແລະນໍ້າເຜິ່ງມາປະສົມເຂົາກັນຈົນລະອຽດດີ ແລ້ວນໍາມາທາລົງໃສຜິວໜ້າ ປະໄວ້ຈົນກວ່າຈະແຫ້ງ ຫຼື ປະມານ 15-20 ນາທີ ຈາກນັ້ນລ້າງອອກໃຫ້ສະອາດ ວິທີນີ້ ນອກຈາກຈະຊ່ວຍບໍາລຸງຜິວໜ້າໃຫ້ນຸ່ມຊຸ່ມຊືນແລ້ວ ຍັງຊ່ວຍກໍາຈັດສິ່ງເປື້ອນອອກຈາກຮູຂຸມຂົນໄດ້ເປັນຢ່າງດີ
4 ສູດແຕງໂມ
ວິທີເຮັດ ປາດເອົາເນື້ອແຕງໂມສ່ວນທີ່ເເດງທີ່ສຸດໃຫ້ເປັນແຜ່ນບາງໆ ຈາກນັ້ນນໍາມາແປະໃສໜ້າໃຫ້ທົ່ວ ແລ້ວປະໄວ້ປະມານ 30 ນາທີ ແລ້ວລ້າງໜ້າໃຫ້ສະອາດ ນໍ້າຂອງແຕງໂມຈະຊ່ວຍບໍາລຸງຜິວໜ້າໃຫ້ນຸ່ມຊຸ່ມຊືນໄດ້ດີ ແລະ ເຮັດໃຫ້ຜິວໜ້າກະຈ່າງໃສເດັງດືງອີກດ້ວຍ
5 ສູດໂຍເກີດ
ວິທີເຮັດ ສູດນີ້ເຮັດໄດ້ງ່າຍໆ ພຽງເເຕ່ນໍາເອົາໂຍເກີດລົດທໍາມະຊາດມາທາລົງໃສຜິວໜ້າ ຈາກນັ້ນປະໄວ້ປະມານ 20 ນາທີ ແລ້ວລ້າງອອກດ້ວຍນໍ້າທີ່ສະອາດ ສາມາດເຮັດໄດ້ເປັນປະຈໍາທຸກມື້ໂດຍບໍ່ມີຜົນຂ້າງຄຽງຕໍ່ຜິວແນ່ນອນ
6 ສູດໃບຜັກໜອກ
ວິທີເຮັດ ນໍາເອົາໃບຜັກໜອກມາລ້າງນໍ້າໃຫ້ສະອາດ ຈາກນັ້ນຄັ້ນເອົາແຕ່ນໍ້າຂອງມັນ ແລ້ວນໍາເອົາຜ້າ ຫຼື ສໍາລີ ຈຸ່ມລົງໄປໃສ່ນໍ້າຜັກນອກທີ່ຄັ້ນປະໄວ້ ທາລົງໃສຜິວໜ້າໃຫ້ທົ່ວ ປະໄວ້ປະມານ 20-30 ນາທີ ແລ້ວລ້າງອອກດ້ວຍນໍ້າທີ່ສະອາດ ນໍ້າຜັກໜອກຈະຊ່ວຍຮັກສາສິວ ຮັກສາຮອຍແຜ່ເປັນຈາກການບີບສິວ ແລະ ກໍາຈັດຈຸດດ່າງດໍາໃນໃບໜ້າໄດ້ດີ
ທຸກຄົນສາມາດເຮັດໄດ້ ແລະ ວັດຖຸດີບສາມາດຫາຊື້ໄດ້ຕາມຕະຫຼາດທົ່ວໄປ ສໍາລັບໃຜທີ່ຢາກເຫັນຜົນໄວຕ້ອງເຮັດເປັນປະຈໍາ ອາທິດລະ 3 – 4 ຄັ້ງ
Hits: 2