ປາແຊວມ້ອນ ເປັນໜຶ່ງໃນອາຫານທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນປັດຈຸບັນ ແລະ ເປັນອາຫານທີ່ອຸດົມໄປດ້ວຍໂປຣຕີນ ກົດໄຂມັນໂອເມກ້າ 3 ວິຕາມິນ ແຮ່ທາດ ທີ່ຈໍາເປັນຕໍ່ຮ່າງກາຍ ເຮົາມາເບິ່ງກັນເລີຍວ່າປາເເຊວມ້ອນນີ້ມີຄຸນປະໂຫຍດຫຍັງເເດ່
ຫລຸດຄວາມສ່ຽງການເກີດພະຍາດຫົວໃຈ
ປາແຊວມ້ອນມີກົດໄຂມັນໂອເມກ້າ 3 ທີ່ອາດມີສ່ວນຊ່ວຍ ຫລຸດລະດັບຄໍເລສເຕີໂຣນ, ຫລຸດລະດັບໄຕຣກລີເຊີໄຣທີ່ເປັນໄຂມັນບໍ່ດີໃນເລືອດ ແລະ ຄວາມດັນເລືອດ ເພາະອາການເຫຼົ່ານີ້ອາດນຳໄປສູ່ການເປັນພະຍາດຫົວໃຈ ແລະ ພະຍາດຫຼອດເລືອດສະໝອງ ທັງນີ້ກົດໄຂມັນໂອເມກ້າ 3 ຍັງຊ່ວຍຄວບຄຸມອັດຕາການເຕັ້ນຂອງຫົວໃຈ, ຟື້ນຟູຫລອດເລືອດ ແລະ ໜັງຫົວໃຈທີ່ເສຍຫາຍໄດ້.
ບຳລຸງສຸຂະພາບຕາ
ກົດໄຂມັນໂອເມກ້າ 3 ເປັນສານອາຫານສຳຄັນໃນປາແຊວມ້ອນທີ່ອາດຊ່ວຍປັບປຸງ ແກ້ໄຂບັນຫາກ່ຽວກັບການເສື່ອມສະພາບຂອງຈໍປະສາດຕາ, ຫລຸດຜ່ອນອາການຕາແຫ້ງເຮື້ອ, ຫລຸດອາການອ່ອນເພຍດວງຕາຈາກການໃຊ້ງານເປັນເວລາດົນ ແລະ ເພີ່ມປະສິດທິພາບການເບິ່ງເຫັນສິ່ງອ້ອມໂຕໄດ້ດີຂຶ້ນ.
ປັບປຸງຄວາມຈື່ຈຳ ແລະ ບຳລຸງສະໝອງ
ວິຕາມິນ A, ວິຕາມິນ D ແລະ ຊີລີນຽມ ເປັນສານອາຫານໃນປາແຊວມ້ອນ ອາດມີສ່ວນຊ່ວຍຫລຸດການອັກເສບ, ຂັດຂວາງການເສື່ອມສະພາບຂອງປະສາດ ທີ່ຫລຸດຄວາມສ່ຽງການເກີດພະຍາດອັລໄຊເມີ, ເພີ່ມປະສິດທິພາບດ້ານການຈື່ຈຳ ທັງຍັງມີສ່ວນຊ່ວຍເຮັດໃຫ້ເສັ້ນປະສາດຜ່ອນຄາຍ ເນື່ອງຈາກສານປະກອບ Neurprotructin D1 ທີ່ເຮັດໜ້າທີ່ປຽບດັ່ງຢາກ່ອມປະສາດ.
ຫລຸດຄວາມສ່ຽງຂອງໂລກມະເຮັງ
ກົດໄຂມັນໂອເມກ້າ 3 ມີຄຸນສົມບັດຫລຸດການອັກເສບຊຳເຮື້ອ,ຂັດຂວາງການຈະເລີນເຕີບໃຫຍ່ຂອງຊີ້ນປົ່ງ ທີ່ອາດພັດທະນາໄປສູ່ການເປັນມະເຮັງ ຈົນກໍ່ໃຫ້ເກີດພະຍາດມະເຮັງບາງຊະນິດ ເຊັ່ນ : ມະເຮັງລຳໄສ້ໃຫຍ່, ມະເຮັງເຕົ້ານົມ, ມະເຮັງຕ່ອມລູກໝາກ, ມະເຮັງເມັດເລືອດຂາວ ເພື່ອຫລຸດຄວາມສ່ຽງການເກີດພະຍາດມະເຮັງ ດັ່ງນັ້ນ ຈຶ່ງຄວນບໍລິໂພກປາແຊວມ້ອນຢ່າງໜ້ອຍ 1 ຄາບຕໍ່ອາທິດ.
ຄວບຄຸມອິນຊູລີນ
ຮ່າງກາຍມັກຈະຜະລິດອິນຊູລິນທີ່ມີສ່ວນຊ່ວຍຄວບຄຸມການເຜົາຜານຄາໂບໄຮເດຣດ ການກິນປາແຊວມ້ອນອຸດົມໄປດ້ວຍກົດໄຂມັນໂອເມກ້າ 3 ວິຕາມິນ D ແລະ ຊີນຽມ ອາດຊ່ວຍຄວບຄຸມອິນຊູລີນໃນເລືອດ, ເພີ່ມພະລັງງານການເຜົາຜານ, ເພີ່ມປະສິດທິພາບການດູດຊຶມອາຫານ ແລະປ້ອງກັນລະດັບນຳ້ຕານໃນເລືອດ ເພື່ອຫລຸດຄວາມສ່ຽງການເກີດພະຍາດເບົາຫວານ
ຖືວ່າປາເເຊວມ້ອນເປັນອາຫານທີ່ທຸກຄົນນິຍົມກີນຫຼາຍໃນປັດຈຸບັນ ເເລະ ຍັງເປັນສູນລວມຂອງສານອາຫານທີ່ດີ ແລະ ມີຄຸນປະໂຫຍດມະຫາສານຕໍ່ຮ່າງກ່າຍຂອງເຮົານໍາອີກ
Hits: 0