ການນອນ ຖືເປັນກິດຈະກໍາທີ່ສໍາຄັນອີກຢ່າງໜຶ່ງ ທີ່ເຮົາມັກເຮັດເປັນປະຈໍາທຸກມື້ ເພື່ອໃຫ້ຮ່າງກາຍຂອງເຮົາໄດ້ພັກຜ່ອນໃຫ້ຄົບທຸກສ່ວນໃນຮ່າງກາຍ ແລະ ທ່ານອນກໍຍັງສາມາດບອກນິໄສທີ່ເຊື່ອງໄວ້ ແລະ ຍັງບອກໂຕຕົນທີ່ທ່ານເປັນໄດ້, ແຕ່ລະຄົນມີນິໄສໃຈຄໍທີ່ແຕກຕ່າງກັນ ຄວາມມັກຄວາມຊໍານານທີ່ບໍ່ຄືກັນ ທ່ານອນທີ່ມັກກໍຄືກັນ ບາງຄົນອາດຈະມັກນອນຫງາຍນອນຂວໍາ ນອນສະເເຄງ ເເລະ ນອນຂົດໂຕ ເຮົາມາເບິ່ງກັນເລີຍວ່າທ່ານອນເເຕ່ລະທ່າບົງບອກຄວາມເປັນໂຕທ່ານເເນວໃດເເດ່
1 ທ່ານອນແບບຖິ້ມໂຕ ຫລື ນອນຫງາຍ :
ມັກເປັນຄົນທີ່ເປີດໃຈເຂົ້າກັບຄົນທົ່ວໄປໄດ້ງ່າຍ ເປັນມິດ ແລະ ມີຈິດໃຈທີ່ດີ ເຮັດຫຍັງມັກຈະນຶກເຖິງຜູ້ອື່ນກ່ອນສະເໝີ ເປັນຄົນ ທີ່ມັກຖາມທຸກສຸກ ເປັນຄົນທີ່ມີເມດຕາປານີ ໂຕທ່ານເອງເປັນຄົນທີ່ສະຫຼາດ ມີຄວາມຮອບຄອບຢູ່ສະເໝີ
2. ທ່ານອນຂົດ ຫລື ນອນກອດໝອນ :
ຄົນທີ່ມັກນອນຂົດໂຕ ຫຼື ນອນກອດໝອນ ຫຼື ເອົາມືຈົກເຂົ້າໃນໝອນໃນຂະນະທີ່ທ່ານກຳລັງຫລັບ ນັ້ນໝາຍຄວາມວ່າ ເປັນຄົນທີ່ມີຄວາມໜ້າເຊື່ອຖືຫຼາຍ ແລະ ໃນຂະນະດຽວກັນ ທ່ານກໍ່ເປັນຄົນທີ່ບໍ່ຄ່ອຍເປີດເຜີຍຄວາມລັບ ຫຼື ບໍ່ຄ່ອຍໄວ້ວາງໃຈໃຜໄດ້ງ່າຍໆ ທ່ານເປັນຄົນທີ່ມີຄວາມເມດຕາ ມັກຊ່ວຍເຫຼືອຄົນອື້ນຢູ່ຕະຫຼອດເວລາ
3 ທ່ານອນຂວໍາ ຫລື ນອນເໝບ :
ຄົນທີ່ມັກນອນຫຼັບເປັນທ່າຂວໍາ ນັ້ນກໍໝາຍຄວາມວ່າໂຕທ່ານເອງເປັນຄົນທີ່ມັກເກັບໂຕ ມັກຄວາມສະຫງົບສະຫງ່ຽມຈຽມໂຕ ບໍ່ມັກມີເລື່ອງມີລາວກັບໃຜ ບາງເທື່ອທ່ານ ກໍມີນິໄສທີ່ດື້ດຶງຄືກັນ ມີຄວາມໝັ້ນໃຈໃນໂຕເອງສູງ ໃນລະດັບໜຶ່ງ ແຕ່ບໍ່ເຄີຍຍ້ອງຍໍ ຍົກຍ້ອງໂຕເອງ ເປັນຄົນທີ່ບໍ່ມັກປຽບທຽບກັບຄົນອື່ນ ມີຄວາມເມດຕາ ມັກຊ່ວຍເຫຼືອຜູ້ອື້ນໂດຍບໍ່ຫວັງສິ່ງຕອບແທນໃດໆ ເປັນຄົນທີ່ຊ່າງສັງເກດ ເຮັດຫຍັງແຕ່ລະຢ່າງມັກຈະຄິດເຖິງເຫດການລ່ວງໜ້າສະເໝີ
4. ທ່ານອນສະແຄງ :
ຄົນທີ່ມັກນອນທ່ານີ້ ເປັນຄົນທີ່ເຂົ້າສັງຄົມເກັ່ງ ເປັນຄົນທີ່ຄົນອື່ນໄວ້ໃຈໄດ້ຫຼາຍ ມັກຈະດຳລົງຊີວິດດ້ວຍຄວາມສາມາດຂອງຕົນເອງເປັນສ່ວນຫຼາຍ ມັກບໍ່ໃຫ້ໃຜມາລໍາບາກເພື່ອຕົນເອງມັກຊ່ວຍເຫຼືອຜູ້ອື່ນໂດຍບໍ່ຫວັງສິ່ງຕອບແທນໃດໆທັງໝົດ ພາຍນອກມັກຈະເບິ່ງຂັດກັບຈິດໃຈ ແຕ່ເລິກໆໃນໃຈແລ້ວນັ້ນເປັນຄົນທີ່ມີຄວາມຕັ້ງໃຈຫຼາຍໃນການເຮັດສິ່ງໃດສິ່ງໜຶ່ງ
ທຸກຄົນເດ້ນອນທ່າແບບໃດເເດ່ ເເລ້ວຄວາມໝາຍຂອງທ່ານອນເເຕ່ລະທ່າກົງກັບໂຕຕົນ ແລະ ນິໃສຂອງທຸກຄົນບໍ່
Hits: 0