ຂໍຂອບໃຈນຳຜູ້ສະໜັບສະໜູນ


ຫົວຜັກບົ່ວ ຖືວ່າເປັນພືດຊະນິດໜຶ່ງ ທີ່ທຸກຄົນມັກນໍາໄປໃຊ້ໃນການປຸງເເຕ່ງອາຫານ ໄດ້ຫຼາກຫຼາຍປະເພດ ບໍ່ວ່າຈະເປັນຕົ້ມ, ເເກງ, ຂົ່ວ, ຜັດ ແລະ ຍັງເປັນສ່ວນປະກອບທີ່ຂາດບໍ່ໄດ້ເລີຍ. ແລ້ວທຸກຄົນຮູ້ບໍ່ວ່າ ຫົວຜັກບົ່ວ ນອກຈາກຈະໃຊ້ເປັນສ່ວນປະກອບໃນການປຸງເເຕ່ງອາຫານເເລ້ວ ຍັງມີສັບພະຄຸນທີ່ສາມາດປ້ອງກັນພະຍາດໃນຮ່າງກາຍໄດ້ອີກດ້ວຍ, ເຮົາມາເບິ່ງກັນເລີຍວ່າ ຫົວຜັກບົ່ວ ມີຄຸນປະໂຫຍດເເນວໃດເເດ່?


1. ປ້ອງກັນໂຣກຫົວໃຈ ແລະ ໂຣກຫຼອດເລືອດ.


ຊ່ວຍປ້ອງກັນການຈັບໂຕຂອງເມັດເລືອດ ນອກຈາກນີ້ ຍັງສາມາດຫຼຸດລະດັບປະລິມານ ຄໍເລສເຕີີຣໍ ໃນເລືອດ ເເລະ ໄຕຼກລີເຊີໄຣ, ນອກຈາກນັ້ນຍັງຊ່ວຍປັບປຸງການເຮັດວຽກຂອງເຍື້ອຫຸ້ມເຊລຕ່າງໆ ໃນເຊລເມັດເລືອດເເດງທຸກໆສ່ວນຂອງຮ່າງກາຍໄດ້ເປັນຢ່າງດີ ແລະ ຍັງສາມາດປ້ອງກັນໂຣກຫົວໃຈວາຍໄດ້ອີກດ້ວຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ


2. ປ້ອງກັນໂຣກມະເຮັງ.


ຊ່ວຍຫຼຸດຄວາມສ່ຽງ ແລະ ສາເຫດໃນການເກີດໂຣກມະເຮັງຕ່າງໆໄດ້ ສໍາລັບບາງຄົນ ອາດຈະບໍ່ມັກກິ່ນ ຫົວຜັກບົ່ວ ປານໃດ, ແຕ່ເຖິ່ງແມ່ນວ່າເຮົາຈະຮັບປະທານພຽງໜ່ອຍດຽວກໍສາມາດໄດ້ຮັບປະໂຫຍດຢ່າງຫຼວງຫຼາຍຈາກຜັກບົ່ວນໍາອີກ.


3. ຊ່ວຍບຳລຸງກະດູກ ເເລະ ເນື້ອເຍື່ອ.


ຊ່ວຍເພີ່ມຄວາມໜາເເໜ້ນໃຫ້ກະດູກ ລວມໄປເຖິງຜູ້ຍິ່ງທີ່ໝົດປະຈໍາເດືອນ ທີ່ຕ້ອງພົບກັບປັນຫາການສູນເສຍຄວາມໜາເເໜ້ນຂອງກະດູກ ແລະ ອາດຈະສາມາດຫຼຸດຄວາມສ່ຽງຂອງກະດູກສະໂພກຫັກໄດ້, ສັບພະຄຸນທີ່ສູງໃນ ຫົວຜັກບົ່ວ ອາດເຮັດໃຫ້ເກີດປະໂຫຍດໂດຍກົງກັບເນື້ອເຍື່ອກ່ຽວພັນ.


4. ປ້ອງກັນ ແລະ ຕໍ່ຕ້ານການອັກເສບ.


ຫົວຜັກບົ່ວ ສາມາດຊ່ວຍປ້ອງກັນການອັກເສບຂອງເນື້ອເຍື່ອຕ່າງໆໄດ້ ໂດຍຈະຊ່ວຍໃນເລື່ອງຂອງເຊລເມັດເລືອດຂາວທີ່ມີບົດບາດ ຫຼື ຄວາມສໍາຄັນໃນລະບົບພູ້ມຄຸ້ມກັນພາຍໃນຮ່າງກາຍ ເເລະ ສານຕ້ານອະນຸມູນອິດສະລະ, ນອກນນັນ ໃນ ຫົວຜັກບົ່ວ ຍັງຊ່ວຍປ້ອງກັນການເກີດປະຕິກິລິຍາ ອອກຊິເດຊັນ ຂອງກົດໄຂມັນໃນຮ່າງກາຍໄດ້ອີກດ້ວຍ.


5. ດ້ານສຸຂະພາບ ແລະ ດ້ານອື່ນໆ.

ຈະຊ່ວຍໃນການປັບປຸງຄວາມສົມດຸນຂອງນໍ້າຕານໃນເລືອດ ທີ່ໄຫຼ່ວຽນຫຼໍ່ລ້ຽງສ່ວນຕ່າງໆໃນຮ່າງກາຍ ແລະ ຍັງຊ່ວຍປ້ອງກັນການຕິດເຊື້ອເເບັກທີເຣຍ ແລະ ຊ່ວຍຕ້ານສານອະນຸມູນອິດສະລະໄດ້ອີກດ້ວຍ.


ຫົວຜັກບົ່ວ ຖືວ່າມີສັບພະຄຸນໃນການປ້ອງກັນໂຣກຕ່ງໆໃນຮ່າງກາຍໄດ້ຫຼາຍ ແຕ່ບາງຄົນກໍອາດຈະບໍ່ມັກກິນ ຫົວຜັກບົ່ວ ເຫດຜົນອາດຈະຍ້ອນກິ່ນ ເເຕ່ຖ້າເຮົາສາມາດກິນໄດ້ ກໍຖືວ່າເປັນການດີ ເພາະນອກຈາກຈະຊ່ວຍໃນການປຸງເປັນອາຫານໃຫ້ແຊບໄດ້ແລ້ວ ຍັງດີຕໍ່ສຸຂະພາບນໍາອີກ.

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້