ຖືວ່າເປັນຂ່າວດີ ປະເທດລາວໄດ້ຮັບສິດຜະລິດ ແລະ ຈໍາໜ່າຍຢ່າປິ່ນປົວພະຍາດ ໂຄວິດ-19  Molacovir (ໂມລາໂກເວຍ) ຜະລິດໂດຍບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໂດຍຄະນະກໍາມະການອາຫານ ແລະ ຢາ ຂອງ ສະຫະລັດອາເມລິກາ (FAD/Food & Drugs Administration) ໄດ້ອະນຸຍາດໃຫ້ນໍາໃຊ້ຢາ ໂມນນູພິຣາເວຍ ເປັນກໍລະນີສຸກເສີນ ເພື່ອໃຊ້ເປັນຢາຕ້ານໄວຣັສໃນກໍລະນີຕິດເຊື້ອພະຍາດ ໂຄວິດ-19 ທີ່ມີອາການບໍ່ຮ້າຍເເຮງ ໂດຍເລີ່ມຈໍາໜ່າຍມາເເຕ່ວັນທີ 29 ທັນວາ 2021.

ສໍາລັບເງື່ອນໄຂໃນການຮັບຢາມີດັ່ງນີ້

  • ຫ້າມໃຊ້ກັບເດັກນ້ອຍ ຫຼື ໄວລຸ້ນທີ່ມີອາຍຸຕໍ່າກວ່າ 18 ປີ
  • ຫ້າມນໍາໃຊ້ກັບແມ່ຍີງທີ່ຖືພາ ຫຼື ກໍາລັງລ້ຽງລູກດ້ວຍນົມແມ່
  • ຫ້າມໃຊ້ກັບຜູ້ທີ່ເເພ້ຕໍ່ຢານີ້
  • ຄວນປືກສາທ່ານໝໍກ່ອນໃຊ້ຢາ

ວິທີການນໍາໃຊ້ຢາ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ກິນຢານີ້ທັນທີທີ່ຮູ້ວ່າຕິດເຊື້ອ
  • ກິນເທື່ອລະ 4 ເມັດ 2 ເທື່ອຕໍ່ມື້
  • ຄວນກິນຫ່າງກັນ 12 ຊົ່ວໂມງ
  • ກິນຕໍ່ກັນເປັນເວລາ 5 ວັນ

ຜົນຂ້າງຄຽງຫຼັງໄດ້ຮັບຢາ

  • ຖອກທ້ອງ
  • ປວກຮາກ
  • ວິນຫົວ
  • ເຈັບຫົວ
  • ມີຜື່ນຂື້ນຕາມຜິວໜັງ

ປະຈຸບັນ ຢາໂມລາໂກເວຍ ມີຈັດຈໍາໜ່າຍເເລ້ວ ສໍາລັບໃຜທີ່ຕ້ອງການສາມາດຊື້ໄດ້ແລ້ວຢູ່ຮ້ານຂາຍຢາໃສສະອາດ ຫຼື ຮ້ານຂາຍຢາທົ່ວໄປ ແລະ ໂຮງງານຜະລິດຢາເລກສາມ ເຊິ່ງລາຄາ 400,000 ກີບ/ປ໋ອງ ເເລະ 1ປ໋ອງຈະມີຢູ່ 40 ເມັດ

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້