Monday, May 19, 2025
Kbank Laos โอน รับ จ่าย

ເຕືອນໄພ! OneDrive ລາຄາຖືກຕະຫຼອດຊິວິດບໍ່ມີແທ້ ຮູ້ໄວ້ກ່ອນຈະຫຼົງຊື້ບໍລິການດັ່ງກ່າວ

ເຕືອນໄພຄົນໃຊ້ One Drive ຕະຫຼອດຊີວິດໃນລາຄາບໍ່ຮອດ 100.000 ກີບ (ແສນກີບ), ຂອງດີລາຄາຖືກບໍ່ມີແທ້ ມີແຕ່ຂອງ “ເຖື່ອນ”

ມີນັກສຶກສາ ແລະ ຜູ້ບໍລິໂພກບາງສ່ວນ ທີ່ຕ້ອງໃຊ້ງານບໍລິການ Cloud Storage ເພື່ອເກັບຂໍ້ມູນຕ່າງໆ ບໍ່ວ່າຈະເປັນ: ເອກະສານ, ຮູບພາບ, ວີດີໂອ ແລະ ເອກະສານໃຫຍ່ໆຕ່າງໆ, ແຕ່ວ່າລາຄາຂອງມັນກໍຈະສູງຫຼາຍ ເລີຍເຮັດໃຫ້ມີການໄປເລືອກການຊື້-ຂາຍ ບໍລິການ One Drive ໃນລາຄາທີ່ຖືກກວ່າ ໄດ້ຄວາມຈຳສູງເຖິງ 5 TB (500.000 GB), ສາມາດໃຊ້ງານ Microsoft office 365 ໄດ້ຟີຼ ແລະ ຍັງສາມາດໃຊ້ງານໄດ້ຕະຫຼອດຊີວິດ ອີກດ້ວຍ.

ຂອງດີລາຄາຖືກແບບນີ້ ແນ່ນອນວ່າທຸກຄົນຕ້ອງການຊື້ມາໃຊ້ງານແນ່ນອນ, ແຕ່ຮູ້ບໍ່ວ່າ ເຖິງບໍລິການດັ່ງກ່າວສາມາດໃຊ້ງານໄດ້ແທ້ ແຕ່ກໍບໍ່ແມ່ນຕະຫຼອດຊີວິດ ແລະ ຍັງເປັນຂອງທີ່ໂກງມາຫຼືວ່າຂອງເຖື່ອນນັ້ນເອງ ເຊິ່ງສ່ຽງຕໍ່ການທີ່ໄອດີດັ່ງກ່າວຖືກກວດພົບເຫັນ ແລະ ຂໍ້ມູນເຮົາອາດຈະຖືກລົບອອກທັງໝົດກໍ່ເປັນໄດ້.

ສະນັ້ນ, ຂອງດີລາຄາຖືກບໍ່ມີແທ້ ມີແຕ່ຂອງລາຄາຖືກທີ່ເປັນຂອງເຖື່ອນ, ແນະນຳໃຫ້ທຸກຄົນບໍ່ຄວນໃຊ້ຂອງເຖື່ອນ ເຮົາທຸກຄົນຄວນໃຊ້ຂອງແທ້ດີກວ່າ ເພາະຈະໄດ້ໝັ້ນໃຈໃນເລື່ອງຂອງຄວາມປອດໄພ ແລະ ກໍຍັງບໍ່ສ່ຽງທີ່ຂໍ້ມຸນຈະຖືກລົບ ອີກດ້ວຍ

ຂໍ້ມູນຈາກ: DroidSans

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້