ຖ້າໃຜເຫັນສະຫຼາກກຳກັບຢາ ໃນກະປຸກຢາ ໂມລາໂຄເວຍ (Molacovir) ທີ່ປະກາດວາງຈຳໜ່າຍໃນລາວແລ້ວ ຕັ້ງແຕ່ວັນທີ 29 ທັນວາ 2021 ທີ່ຜ່ານມາ ຈະພົບວ່າ ໂຕຢາທີ່ອອກລິດຫຼັກ ຄື ໂມລນູພິຣາເວຍ (Molnupiravir) 200 mg, ເຊິ່ງມາພ້ອມກັບລາຄາຈຳໜ່າຍທີ່ຫຼາຍຄົນຈົ່ມວ່າແພງ ຄື 400,000 ກີບ ຕໍ່ກະປຸກ ແລະ ຍັງສາມາດໃຊ້ໄດ້ພຽງ 1 ຄົນ ໃນ 1 ກະປຸກເທົ່ານັ້ນ!
ແຕ່ ໂມລນູພິຣາເວຍ (Molnupiravir) ແມ່ນຫຍັງ? ແລະ ເປັນຫຍັງໂຕຢາເຖິງມີລາຄາສູງຂະໜາດນີ້! ທັ້ງໆທີ່ເປົ້າໝາຍການຜະລິດຢາໂຕນີ້ ກໍເຮັດມາເພື່ອໃຫ້ລາຄາຢາທີ່ໃຊ້ປິ່ນປົວ ໂຄວິດ-19 ຫຼຸດລົງ.
ໂມລນູພິຣາເວຍ ເປັນຢາທໍາອິດທີ່ໃຊ້ປິ່ນປົວພະຍາດ ໂຄວິດ-19 ທີ່ຄິດຄົ້ນ ເເລະ ພັດທະນາໂດຍ ບໍລິສັດ MSD, ໂມລນູພິຣາເວຍ ເປັນຢາເມັດຊະນິດຮັບປະທານເພື່ອຕ້ານໄວຣັສ ໂດຍການຮ່ວມມືພັດທະນາຂອງ ບໍລິສັດ (Ridgeback Biothera Peuthics ) ສະຫະລັດ ອາເມຣິກາ ແລະ ບໍລິສັດ (Merck) ປະເທດເຢຍລະມັນ ສາມາດປ້ອງກັນໄວຣັສ ໂຄໂຣນາ ຫຼາຍຊະນິດເຊັ່ນ ໂຣກຊາຣ໌ສ (Severe Acute Respiratory Syndrome ຫຼື SARS) ໂຣກເມີີຣ໌ສ ( Middle East Respiratory Syndrome ຫຼື MERS) ແລະ ໂຄວິດ-19 ໄດ້.
ໃນດ້ານປະສິດທິພາບຂອງຢານັ້ນ, ມີການວິໄຈຂອງແພດສະເພາະທາງ ດ້ານໂຣກລະບົບທາງເດີນຫາຍໃຈລະບຸວ່າ ຜູ້ປ່ວຍ ໂຄວິດ-19 ທີ່ໄດ້ຮັບຢາ ໂມລນູພິຣາເວຍ ຈະສາມາດຫຼຸດຄວາມສ່ຽງຕໍ່ການເສຍຊີວິດໄດ້ເຖິງ 50% ຖືວ່າເປັນການພັດທະນາປະສິດທິພາບທີ່ດີຂຶ້ນ ເພື່ອສາມາດມາແທນ ຢາຟາວິພິຣາເວຍ (Favipiravir) ທີ່ເຄີຍໃຊ້ມາກ່ອນໜ້ານີ້ ໄດ້ເປັນຢ່າງດີ, ໂດຍຈະໃຊ້ສໍາລັບຜູ້ທີ່ຕິດເຊື້ອເເລ້ວເທົ່ານັ້ນ! ເຊິ່ງບໍ່ແນະນຳໃຫ້ໃຊ້ກັບຜູ້ທີ່ບໍ່ມີອາການ ຫຼື ໃຊ້ໄວ້ເພື່ອປ້ອງກັນ.
ກ່ອນໜ້ານີ້ ການປິ່ນປົວ ໂຄວິດ-19 ຈະໃຊ້ຢາ ຟາວິພິຣາເວຍ ເຊິ່ງທາງ ຢີ່ປຸ່ນ ກໍໄດ້ຄິດຄົ້ນຍາຂຶ້ນມາ ເເລະ ອົງການເພສັດສະກໍາຢີ່ປຸ່ນ ໄດ້ນໍາເຂົ້າວັດຖຸດິບທີ່ໃຊ້ຜະລິດຢາ ຟາວິພິຣາເວຍ ມາຈາກປະເທດຈີນ ແລະ ຖືກຜະລິດອອກມາເພື່ອຕ້ານໂຣກໄວຣັສ ທີ່ຊ່ວຍໃນການປ້ອງກັນການຂະຫຍາຍໂຕຂອງໄວຣັສເຂົ້າສູ່ເຊລຕ່າງໆ ທີ່ມີອາການຢູ່ເເລ້ວ ເຊິ່ງບໍ່ມີຜົນຂ້າງຄຽງທີ່ຮ້າຍແຮງ ແລະ ຍັງຖືກນໍາໄປໃຊ້ເປັນຢາປິ່ນປົວ ໂຄວິດ-19, ແຕ່ມີຫຼາຍປະເທດບໍ່ຮັບຮອງການໃຊ້ຢານີ້ໃນການປິ່ນປົວ ໂຄວິດ-19 ອີກທັງຍັງມີລາຍງານການສຶກສາຈາກຫຼາຍແຫ່ງໄດ້ລະບຸວ່າ ຜົນຂອງການໃຊ້ຢາຕົວນີ້ ປິ່ນປົວຍັງບໍ່ໄດ້ຜົນເທົ່າທີ່ຄວນ ເມື່ອທຽບກັບການປິ່ນປົວດ້ວຍວິທີອື່ນ ແລະ ຍັງມີລາຄາສູງຫຼາຍໃນໄລຍະເວລາດັ່ງກ່າວ ໂດຍ ປັດຈຸບັນ ລາຄາ ຟາວິພິຣາເວຍ ຈະຢູ່ໃນລາຄາປະມານ 19.000 – 52.000 ກີບ ຕໍ່ເມັດ.
ຢ່າງໃດກໍຕາມ ໃນປະເທດເພື່ອນບ້ານ ມີການຜະລິດຢາຕົວນີ້ອອກມາໃຊ້ເອງແລ້ວ ໃນລາຄາປະມານເມັດລະ 6.000 ກີບ ແຕ່ກໍຍັງຄວບຄຸມການໃຊ້ງານພາຍໃນໂຮງໝໍເທົ່ານັ້ນ! ເຊິ່ງໝາຍເຖິງ ບໍ່ສາມາດຊື້ຢາມາກິນເອງໄດ້, ສ່ວນຢາທີ່ລັກລອບນຳອອກມາຈຳໜ່າຍໃນອອນລາຍ ເຊິ່ງສ່ຽງອັນຕະລາຍຕໍ່ຜູ້ບໍລິໂພກຫຼາຍ ກໍມີລາຄາສູງເຖິງ ເມັດລະ 14.000 – 28.000 ກີບ ເລີຍ.
ສຳລັບ ປະເທດລາວ ເນື່ອງຈາກ ອົງການອານາໄມໂລກ ໄດ້ເຈລະຈາກັບ ບໍລິສັດ Merck ໃຫ້ຍົກເວັ້ນລິຂະສິດຕໍ່ປະເທດທີ່ມີລາຍໄດ້ຕໍ່າ ຫຼື ທຸກຍາກ ເຊິ່ງ ປະເທດລາວ ກໍເປັນ 1 ໃນ 105 ປະເທດ ທີ່ໄດ້ຮັບການຍົກເວັ້ນລິຂະສິດ ໃຫ້ສາມາດນໍາເອົາໂຕຢາ ໂມລນູພິຣາເວຍ ມາຜະລິດຢູ່ລາວໄດ້ ເພື່ອປິ່ນປົວ ໂຄວິດ-19 ເເລະ ໄດ້ຜະລິດໂດຍ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ແລະ ໄດ້ໃຊ້ຊື່ທາງການຄ້າວ່າ ໂມລາໂຄເວຍ (Molacovir) ເຊິ່ງຈະນໍາໃຊ້ສໍາລັບຜູ້ທີ່ຕິດເຊື້ອແລ້ວເທົ່ານັ້ນ ໂດຍຜູ້ປ່ວຍ 1 ຄົນ ຈະຕ້ອງກິນຢານີ້ມື້ລະ 2 ຄັ້ງ ຄັ້ງລະ 4 ເມັດ, ກິນຫ່າງກັນ 12 ຊົ່ວໂມງ ແລະ ກິນຕິດຕໍ່ກັນເປັນເວລາ 5 ວັນ ເຊິ່ງ 1 ກະປຸກ ສາມາດກິນໄດ້ພຽງ 1 ຄົນເທົ່ານັ້ນ.
ການພັດທະນາ ຢາໂມລນູພິຣາເວຍ ຜະລິດອອກມາໃໝ່ ເຊິ່ງເປັນຢາທີ່ໃຊ້ປິ່ນປົວໂຣກ ໂຄວິດ-19 ໂດຍກົງ ໃນລາຄາສະເລ່ຍປະມານເມັດລະ 10.000 ກີບ ແລະ ສາມາດຫາຊື້ມາໄວ້ປະຈຳບ້ານໄດ້ ຈຶ່ງນັບວ່າເປັນເລື່ອງໃໝ່ ແລະ ເປັນຂ່າວດີ ທີ່ເຮົາຈະມີຄວາມໝັ້ນຄົງດ້ານການປິ່ນປົວ ໂຄວິດ-19 ໃນປະເທດຫຼາຍຂຶ້ນ.
ແຕ່ເຖິງຢ່າງໃດກໍຕາມ ໂມລາໂກເວຍ ກໍບໍ່ແມ່ນຢາທີ່ຈະຊື້ໄດ້ງ່າຍໆ, ເພາະຕະຫຼອດ 1 ອາທິດ ທີ່ຜ່ານມາ ຢາ ກໍຍັງຂາດຕະຫຼາດ ໂດຍຈາກການກວດສອບໄປຍັງ ຮ້ານຂາຍຢາ ໃສສະອາດ ເຊິ່ງເປັນຕົວແທນຈຳໜ່າຍ ໂມລາໂກເວຍ ພົບວ່າ ບໍ່ມີຢາຈຳໜ່າຍໃນຮ້ານມາຕັ້ງແຕ່ຕົ້ນປີແລ້ວ.
Hits: 5