Monday, November 10, 2025
Kbank Laos โอน รับ จ่าย

ທາດກະເດົາທຶກ ບູຮານສະຖານ ທີ່ເກົ່າແກ່ ຂອງ ແຂວງ ສາລະວັນ

ພຣະທາດກະເດົາທຶກ ເປັນອີກສະຖານບູຮານໜຶ່ງທີ່ເກົ່າແກ່ ທີ່ຕັ້ງຢູ່ ບ້ານ ນາໂຄກ, ເມືອງ ຄົງເຊໂດນ, ແຂວງ ສາລະວັນ ເນື່ອງຈາກວ່າ ພຣະທາດອົງນີ້ ກ່ຽວພັນກັບພົງສາວະດານລາວ ຈຶ່ງເຮັດໃຫ້ແຂກຄົນທັງພາຍໃນ ແລະ ຕ່າງປະເທດ ມີຄວາມສົນໃຈ, ທາດກະເດົາທຶກ ເປັນທາດທີ່ເກົ່າແກ່ ຜ່ານແດດ-ຜ່ານຝົນມາຈົນບໍ່ຈັກວ່າເທົ່າໃດເຊັ່ນຄົນແລ້ວເຊິ່ງທາດອົງນີ້ ຖືກກໍ່ສ້າງດ້ວຍຫີນດຳ ລຽງກັນ ແລະ ກໍ່ຂຶ້ນຢ່າງປານີດເປັນ 4 ຫຼ່ຽມ ກໍ່ຂຶ້ນເປັນຈອມແຫຼມຄືກັບປິລະມິດ (ປະເທດອີຢີບ), ຕີນທາດກ້ວາງ 17 ແມັດ, ສູງ 15 ແມັດ, ແຕ່ທີ່ໂດດເດັ່ນທາງດ້ານສິລະປະ ກໍຄື ອົງພຣະທາດໄດ້ກໍ່ຂຶ້ນເປັນຖ້ານໆ ເຖິງເຈັດຖ້ານ ມີແຕ່ແກະສະຫຼັກຫິນ ໃຫ້ເປັນນົກຫົງ ຕັ້ງຢູ່ທັງ 4 ແຈ ຂອງແຕ່ລະຖ້ານ ຈົນຮອດຈອມ, ແຕ່ສິ່ງດັ່ງກ່າວມານັ້ນ ໄດ້ຖືກທຳລາຍຢ່າງໝົດກ້ຽງ ມີແຕ່ຫົວນົກຫົງຕົວດຽວທີ່ເຫຼືອໄວ້ໃຫ້ເຫັນເປັນຂວັນຕາ.

ໃນຊຸມປີ ພຸດທະສັງກາດ 1290 ຫຼື ຊຸມປີ ຄສ 750 ພາຍຫຼັງ ພຣະເຈົ້າຂຸນບູຣົມຣາຊາທິຣາຊ ຜູ້ຟຶ້ນຟູ ອານາຈັກລາວໜອງແສ ໄດ້ສະຫວັນນະຄົດແລ້ວ ຊາດລາວກໍຖືກຮຸກຮານຈາກຊາດອື່ນຢ່າງໜັກໜ່ວງ, ຂຸນລໍ ຜູ້ຂຶ້ນແທນບັນລັງໄດ້ເລັງເຫັນວ່າຂ້າເສິກໄດ້ມີກຳລັງພົນທີ່ເຂັ້ມແຂງເກີນກວ່າຕ້ານທານໄດ້, ພຣະອົງຈຶ່ງສົ່ງຣາຊະທູດ ໄປຈະເຣີນສຳພັນທະໄມຕີ ກັບເຂົາເຈົ້າ ເພື່ອຢຸດຕິສົງຄາມໄປຊົ່ວຄາວ ແລະ ຖືໂອກາດນີ້ຮີບໂຮມຈຳນວນໄພ່ພົນ ບຸກເບີກດິນແດນຕາມລຳແມ່ນ້ຳຂອງ ລົງສູ່ພາກໃຕ້ ສຸວັນນະພູມ ໂດຍເມື່ອກ່ອນນັ້ນຊົນຊາດຂອມ ຜູ້ເປັນເຈົ້າຂອງຖິ່ນເດີມ ໃຫ້ຖອຍຫ່າງເລື້ອຍໆ.

ກ່ຽວກັບເລື້ອງນີ້ ໃນພົງສາວະດານລາວ ແຕ່ບໍ່ໄດ້ເວົ້າແຈ່ມແຈ້ງ ໃນປະຫວັດເຈົ້າຟ້າງໍ້ ແລະ ປະຫວັດເມືອງ ທອງຄຳຫຼວງ ໄດ້ກ່າວເຖິງຂ້ອນຂ້າງຊັດເຈນ ກ່ຽວກັບການຍົກພົນໄປຕີຫົວເມືອງ ຂອງແມ່ທັບລາວ ສົງຄາມຂະຫຍາຍ ຜູ້ນຳພາໃນການບຸກເບີກດິນແດນຕອນນັ້ນກໍຄື: ເຈົ້າຟ້າງໍ້ ເຊິ່ງເປັນຣາຊໂອຣົສຂອງ ພຣະນາງເຈົ້າ ເກດບຸນເຮືອງ ອະນຸເທພີທີ 5 ຂອງ ພະເຈົ້າຂຸນບູຣົມ ຣາຊາທິຣາຊ ຈະບໍ່ເລົ່າເຖິງໄຊຊະນະ ແຕ່ສະໜາມຮົບທີ່ພຣະອົງເຂົ້າຕີ ໃນແຕ່ລະຫົວເມືອງ, ແຕ່ຈະເວົ້າເຖີງບັ້ນຮົບສຸດທ້າຍທີ່ຍິ່ງໃຫຍ່ ແລະດຸເດືອດທີ່ສຸດໃນຊີວິດຂອງພຣະອົງ ນັ້ນກໍຄື ບັ້ນຮົບທະຫຼົ່ມນະຄອນກະເດົາທຶກ.

ພາບຈາກ :​ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ຄົງເຊໂດນ ແລະ ໜັງສືພິມສາລະວັນ.

ໃນຕຳນານເດີມຂຽນໄວ້ວ່າ ຄັ້ງນີ້ຂ້ຽວຂາດເປັນທີ່ສຸດ ເນື່ອງຈາກວ່າຝ່າຍ ນະຄອນກະເດົາທຶກ ໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກ ນະຄອນຈຳປາ ເຮັດໃຫ້ເຂົາເຈົ້າມີກຳລັງພົນທີ່ເຂັ້ມແຂງກວ่າເກົ່າ ແລະ ຕອບໂຕ້ຄືນແບບຫົວຂາດຄາ, ຈົນເຮັດໃຫ້ເຈົ້າຟ້າງໍ້ ສູນເສຍແມ່ທັບຄົນສຳຄັນ ແລະ ພົນທະຫານຜູ້ເກັ່ງກ້ານັບໝື່ນຄົນ, ຕອນນັ້ນພະອົງຮູ້ສຶກເມື່ອຍລ້າ ໝົດກຳລັງ ແຕ່ດ້ວຍຈິດວິນຍານຂອງຜູ້ເກັ່ງກ້າ ພຣະອົງຈຶ່ງຮີບໂຮມສະມາທິ ແລະ ວາງຍຸດໂທບາຍຄືນໃໝ່ ໂດຍໄດ້ຂຽນພຣະຣາຊຊະສານ ເຖິງ ພຣະເຈົ້າພະງ້ຽວ ເຈັດເຈືອງ ຜູ້ເປັນອ້າຍທີ່ເກີດຈາກ ພຣະນາງເຈົ້າເອັດແຄງອະນຸເທພີທີ 2 ໃຫ້ຍົກທັບມາຊ່ວຍ.

ເຊິ່ງເນື້ອໃນຂອງ ພຣະຣາຊະສານ ຕາມຕຳນານເດີມໄດ້ຂຽນໄວ້ວ່າ: (ສີສຸພະມັດສະດູ ພະພຸດທະສາສະໜາ ຍຸການນັບວັນປານິຣີພານ ມາເຖິງປີນີ້ເປັນປີເສັດໄດ້ແຖວສຸພະ 25 ອະນຸຊາຊົນຈາຣຶກ ເປັນອັກສອນຖວາຍແດ່ພຣະບໍວອນ ເສດຖາພຣະງ້ຽວ ເຈັດເຈືອງ ຊົງໂທມະນັດ ເຖິງຄວາມຂັດເຄືອງພຣະໄທ ໃນການຈະເຂົ້າຢັບຢັ້ງ ນະຄອນກະເດົາທຶກ, ພິລິກລ້ຳຄົນຫານຂອງເລົ່າພານ ເປັນຈານມິດທິດລ້ອມໄປທາງທຸກຂໍພະວາງອະທິບາຍຊ່ວຍອ່ວຍຢັບຢັ້ງ ນະຄອນຈຳປາ ໃຫ້ຈາມມາອ່ວຍນ້ອມພ້ອມກັບ ນະຄອນກະເດົາທຶກ ແຕ່ຮຸ່ງເຊົ້າເງີຍເງີນກຸນສະໂລນັ້ນເຖີ້ນ).

ໃນພະຣາຊະສານນີ້ ບໍ່ຊັດເຈນດີ ບໍ່ຮູ້ວ່າພຸດທະສັກກະຣາຊເທົ່າໃດ ຮູ້ໄດ້ແຕ່ພຽງເລກທີ 25 ຫາປີເສັດໄດ້ເວລາດາວຊ້າງອອກ ຫຼື ປະມານ 4 ໂມງເຊົ້າ ໃຫ້ທາງ ພຣະເຈົ້າພະງໍ້ ເຈັດເຈືອງ ເຂົ້າຕີ ນະຄອນຈຳປາ, ສ່ວນພຣະອົງຈະຖະຫຼົ່ມ ນະຄອນກະເດົາທຶກ ພ້ອມໆກັນ, ເມືອງ ກະເດົາທຶກ ໄດ້ແຕກກະຈັດກະຈາຍກາຍເປັນເມືອງຮ້າງ ເຫຼືອພຽງພຣະທາດຫິນ ທີ່ຢືນສະຫງ່າຄົງຄວາມເປັນອັມມະຕະ ທັກທາຍແດດ-ລົມ ໃຫ້ລູກຫຼານໄດ້ເຫັນ ເປັນຮ່ອງຮອຍເທົ່າທຸກວັນນີ້.

ພາບຈາກ :​ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ຄົງເຊໂດນ ແລະ ໜັງສືພິມສາລະວັນ.

ຕໍ່ຄຳຖາມທີ່ວ່າ ພຣະທາດກະເດົາທຶກ ສ້າງຂຶ້ນເມຶ່ອປີໃດ? ໃຜເປັນຜູ້ສ້າງ? ແລະ ສ້າງຂຶ້ນເພື່ອຫຍັງນັ້ນ? ແມ່ນຍັງຄົງເປັນຄຳຖາມປິດສະໜາມາຕະຫຼອດ, ເປັນຄຳຖາມທີ່ບໍ່ອາດຫາຄຳຕອບອັນແນ່ນອນໄດ້ ເຖົ້າແກ່ເຈົ້າກົກເຈົ້າເຫຼົ່າບາງຄົນເວົ້າວ່າ : ພຣະທາດອົງນີ້ ເພິ່ນສ້າງຂຶ້ນເພື່ອໃຫ້ເປັນຫຼັກບ້ານຫຼັກເມືອງ, ໃຫ້ເປັນບ່ອນສັກສິດ ,ເປັນບ່ອນບວງສວງ ບູຊາຍັນ ຕາມສາສະໜາພາມ ຂອງພວກຂອມ ທີ່ປົກຄອງ ນະຄອນກະເດົາທຶກ ໃນສະໄໝນັ້ນ, ບາງຄົນພັດເວົ້າວ່າ ສ້າງຂຶ້ນເພື່ອເປັນບ່ອນເກັບມ້ຽນຊັບສົມບັດ ອັນມະຫາສານ ກ່ອນທີ່ເຂົາເຈົ້າຈະແຕກບ້ານ ແຕກເມືອງ.

ຜູ້ເວົ້າຍັງໄດ້ຢ້ຳຕື່ມອີກວ່າ: ຢູ່ໃນທາດນັ້ນ ຍັງມີຄຳເຖິງ 7 ເຫຼັ້ມກວຽນ ບໍ່ນັບເຄື່ອງສັງວານຕ່າງໆ ວ່າຊັ້ນ! ແລະ ກໍຍ້ອນວ່າ ຄຳເວົ້າເລົ່ານີ້ເອງ ຈຶ່ງເຮັດໃຫ້ ພຣະທາດກະເດົາທຶກ ທີ່ງົດງາມແບບພິດສະດານນັ້ນ ຖືກພວມນັກລ່າສົມບັດມາຂຸດເພື່ອຫວັງເອົາເງິນ, ເອົາຄຳເຖິງ 4 ຄັ້ງ ເຮັດໃຫ້ ພຣະທາດດັ່ງກ່າວ ຖືກທຳລາຍຈົນກາຍເປັນຊາກສະຫຼັກຫັກພັງ, ທີ່ເປັນກອງຫິນລ້າໆ ທີ່ບໍ່ມີຄວາມໝາຍ.

ພາບຈາກ :​ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ຄົງເຊໂດນ ແລະ ໜັງສືພິມສາລະວັນ.

ຊາວບ້ານໃກ້ຄຽງ ໄດ້ພະຍາຍາມຈັດລຽງກ້ອນຫິນ ເພື່ອຕໍ່ເຕີມ ແລະ ປະຕິບັດສັງຂອນຄືນໃໝ່ ແຕ່ກໍໄດ້ພຽງແຕ່ຮູບຈວາຍ 4 ຫຼ່ຽມ ເຊິ່ງສຸດວິໄສທີ່ຈະພື້ນຄືນສິລະປະດັ້ງເດີມຂອງ ພຣະທາດນີ້ໄດ້ອີກ ແລະ ຫ່າງຈາກພຣະທາດຫິນອົງນີ້ພຽງ 200 ແມັດ ກໍມີທາດດິນຈີ່ອີກທາດ ເຊິ່ງມີປະຫວັດບໍ່ຈະແຈ້ງ ສັນນິຖານວ່າສ້າງຂຶ້ນລຸ້ນຫຼັງການສູນເສຍ ນະຄອນກະເດົາທຶກ ຂອງພວກຂອມ.


ດັ່ງນັ້ນ, ທັງ 2 ພຣະທາດນີ້ ຈຶ່ງເປັນທີ່ສົນໃຈຫຼາຍຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມ ໃນປີ 1998 ແຂວງ ສາລະວັນ ໄດ້ໃຊ້ງົບປະມານສຳລັບເຮັດຮົ້ວອ້ອມບໍລິເວນທາດດັ່ງກ່າວ  ພ້ອມນັ້ນກໍໄດ້ຖືກບັນທຶກເຂົ້າບັນຊີມໍຣະດົກ ທາງດ້ານວັດທະນາທຳຂອງ ແຂວງ ສາລະວັນ ເພື່ອສືບຕໍ່ບູຣະນະ-ປະຕິສັງຂອນ ໃນຂັ້ນຕໍ່ໄປ.



More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.